ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກ​ກິ່ງ​ ​ກ່າວ​ໂຈມ​ຕີ ​ສະຫະລັດ​ຄືນ ເລື້ອງສິດທິມະນຸດ (ວີດິໂອກ່ຽວຂ້ອງ)


ຕຶກກະຊວງຕ່າງປະເທດສະຫະລັດ ທີ່ວໍຊິງຕັນດີຊີ
ຕຶກກະຊວງຕ່າງປະເທດສະຫະລັດ ທີ່ວໍຊິງຕັນດີຊີ
ປັກ​ກິ່ງ​ກໍາລັງ​ກ່າວ​ໂຈມ​ຕີ​ສະຫະລັດ​ຢ່າງ​ໃຫຍ່ ວ່າ ທໍາ​ການ​ສອດ
ແນມປະຊາ ຊົນຂອງ​ຕົນ​ເອງ ຈໍາ​ແນ​ກກີດ​ກັນ​ພວກ​ແມ່ຍິງ ​ແລະ​
ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະປ່ອຍ​ໃຫ້ການກໍ່​ອາຊະຍາ​ກໍາ
ດ້ວຍ​ອາວຸດປືນ​ເກີດ​ຂຶ້ນ ຈົນ​ບໍ່ສາມາ​ດຄວບ​ຄຸມ​ໄດ້​ແລ້ວ.

ຄໍາ​ກ່າວ​ຫາ​ດັ່ງກ່າວ​ຂອງ​ຈີນ ​ທີ່​ມີ​ຂຶ້ນ​ໃນວັນ​ອາທິດ​ມື້​ນີ້ ​ແມ່ນ​
ເປັນການຕອບ​ໂຕ້​ປະ​ຈໍາປີ​ຂອງ​ປັກ​ກິ່ງ​ ຕໍ່​ການ​ຕໍາ​ໜິຕິຕຽນ
​ຂອງ​ວໍ​ຊິງ​ຕັນ ຕໍ່​ປະຫວັດດ້ານ ​ສິດທິ​ມະນຸດ​ຂອງ​ຈີນ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ ​ໄດ້​ພິມ​ເຜີຍ​ແຜ່​ລາຍ​ງານ​ຍືດຍາວ​ສະບັບ​ນຶ່ງ​ເມື່ອ​ວັນ​ອາທິດ​ມື້​ນີ້ ຈາກ​ສະພາ​ປົກຄອງ​ລັດ
ກໍ​ຄື​ຄະນະລັດຖະບານ​ປັກ​ກິ່ງ ​ທີ່​ກ່າວ​ວ່າ ການ​ບໍລິຈາກເງິນດ້ານ​ການ​ເມືອງໃສ່​ໃນ​ການ​ໂຄສະ​ນາ​ຫາ​ສຽງເລືອກຕັ້ງ​ໃນ​ສະຫະລັດ ​ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລະບອບ​ປະ​ຊາ​ທິປະ​ໄຕ​ຂອງ​ປະ​ເທດ ​ແລະ​ວ່າ ການ​ຈໍາ​ແນ​ກກີດ​ກັນ​ທາງ​ສາສະໜາ​ນັ້ນ ​ກໍ​ກໍາລັງມີ​ຫລາຍ​ຂຶ້ນ​ໄປ​ນັບ​ມື້. ລາຍ​ງານ​ສະບັບ​ດັ່ງ ກ່າວ​ຂອງ​ຈີນ​ ຍັງ​ກ່າວ​ຫາ​ການ​ທໍາສົງຄາມ​ຂອງສະຫະ
ລັດໃນ​ອີຣັກ ​ແລະ​ອັຟກາ​ນີສຖານ​ ວ່າ​ເປັນການ​ລະ​ເມີດ​ສິດທິ​ມະນຸດ.

ລາຍ​ງານ​ດັ່ງກ່າວ​ແມ່ນ​ເພື່ອ​ໂຕ້​ຕອບ​ຕໍ່​ຜົນ​ການ​ສໍາຫຼວດ​ເລື້ອງສິດທິມະນຸດ​ໃນ​ທົ່ວໂລກ​ປະ​ຈໍາປີ​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ. ລາຍ​ງານ​ຂອງ ​ວໍ​ຊິງຕັນ ທີ່​ອອກ​ມາ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ​ເວົ້າ​ວ່າ ການ​ກົດ​ຂີ່​ປາບ​ປາມ ​ແລະ​ການ​ໃຊ້​ອໍານາດ​ບັງຄັບໃນ​ຈີນຖື​ວ່າ​ເປັນ​ເລຶ່ອງ
ທີ່​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ຄື​ລັດຖະບານ​ຈີນແມ່ນ​ທໍາ​ການນາບ​ຂູ່​ຮາວີ​ບັນດາ​ນັກ​ເຄຶ່ອນ​ໄຫວ​
ທາງ​ການ​ເມືອງ​ຕະຫຼອດມາ.

ບັນຫາສິດທິ​ມະນຸດ​ ​ແມ່ນ​ໄດ້​ເປັນ​ສາ​ເຫດ​ຂອງ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງປະ​ເທດ​ທັງ​ສອງ​ ມາໄດ້ຫຼາຍສິບ​ປີ​ແລ້ວ.

ວີດິໂອ: ທ່ານແຄຣີ ກ່າວເປີດໂຕ ລາຍງານປະຈໍາປີຂອງ ກຊ ການຕ່າງປະເທດ ສະຫະລັດ ກ່ຽວກັບການຕີລາຄາສິດທິມະນຸດ ຢູ່ໃນທົ່ວໂລກ :

State Dept. Human Rights Report: Murder in Syria, Progress in Burma
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG