ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ສົ່ງສັນຍານ ທີ່ຂັດແຍ້ງກັນ ໃນການລົງໂທດ ຕໍ່ເກົາຫຼີເໜືອ


ເຮືອບັນທຸກຂົນສົ່ງ (ຂວາ) ເຫັນຢູ່ທ່າເຣືອ ໃນແມ່ນໍ້າ Yalu River ທີ່ເມືອງ Sinuiju.
ເຮືອບັນທຸກຂົນສົ່ງ (ຂວາ) ເຫັນຢູ່ທ່າເຣືອ ໃນແມ່ນໍ້າ Yalu River ທີ່ເມືອງ Sinuiju.

ຈີນ​ກຳລັງ​ສົ່ງສັນຍານ​ທີ່​ມີ​ການ​ຂັດແຍ້​ງ ​ກ່ຽວ​ກັບ​ການໃຫ້​ຄວາມ
ສະໜັບສະໜູນໃນການ​ລົງ​ໂທດ​ຢ່າງ​ໜັກ ​ໂດຍ​ສາກົນຄັ້ງ​ໃໝ່​ຕໍ່
​ເກົາຫລີ​ເໜືອ.

ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງເອົາ​ ການ​ຂະຫຍາຍການ​ລົງ​ໂທ​ດ​
ໃນ​ວັນ​ທີ 2 ​ມີນາຜ່ານ​ມາ ຕໍ່​ລັດຖະບານ Kim Jong Un ​ໃນ​ການ
​ລອງ​ນິວ​ເຄລຍ​ເທຶ່ອທີສີ່​ ແລະ​ຍິງ​ລູກ​ສອນ​ໄຟ​ໄລຍະໄກໃນ​ຕົ້ນ​ປີ​ນີ້.

ຈີ​ນ ​ແລະ​ສະຫະລັດ ​ໄດ້​ຮ່ວມມື​ກັນ​ພັດທະນາ​ການ​ລົງ​ໂທດ​ຄັ້ງໃໝ່
ທີ່​ຕ້ອງ​ໄດ້​ບັງຄັບ​ໃຫ້​ມີ​ການຈັດຕັ້ງປະຕິບັດໂດຍ​ທັນ​ທີ ກ່ຽວ​ກັບຄຳ
​ສັ່ງ​ກວດ​ສິນຄ້າຂາ​ເຂົ້າ ຂອງ​ເກົາຫລີ​ເໜືອ​ແລະ​ຫ້າມ​ການ​ສົ່ງ​ອອກ
​ທີ່​ສ່ວນ​ໃຫຍ່ເປັນ​ແຮ່ທາດ.

ບັນດາລູກເຮືອທີ່ເຫັນຢູ່ໃນເຮືອບັນທຸກ 6,700 ໂຕນ ຂອງເຮືອ Mu Du Bong ທີ່ທ່າເຮືອ Tuxpan.
ບັນດາລູກເຮືອທີ່ເຫັນຢູ່ໃນເຮືອບັນທຸກ 6,700 ໂຕນ ຂອງເຮືອ Mu Du Bong ທີ່ທ່າເຮືອ Tuxpan.

ການ​ບັງ​ຄັບເພື່ອ​ໃຫ້​ມີ​ການ​ປະຕິບັດ​ຂອງປັກ​ກິ່ງ ກ່ຽວກັບ​ການ​ລົງ​ໂທດ​ເຫລົ່ານີ້ ຂອງ
​ສາກົນ​ ​ແມ່ນ​ຖື​ວ່າ​ມີ​ຄວາມ​ສຳຄັນ ​ເພາະວ່າ 90 ​ເປີ​ເຊັນ​ຂອງ​ການ​ຄ້າ​ເກົາຫລີ​ເໜືອ ແມ່ນ​
ຫລັ່ງ​ໄຫລ​ໄປ​ຫາ ຫລື​ຜ່ານ​ຈີນ. ບັນດາ​ຜູ້ນຳ​ຈີນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ທີ່​ຈະ​ໃຫ້ການສະ
ໜັບ​ສະ​ໜູນ​ການ​ລົງ​ໂທດດັ່ງກ່າວ ​ແຕ່​ວ່າ​ຍັງ​ບໍ່​ໄດ້​ປະ ກາດ​ມາດ​ຕະການ​ທີ່​ເຈາະ​ຈົງ​ໃນ​
ການ​ຈັດຕັ້ງປະຕິບັດ​ເທື່ອ.

​ໄດ້​ມີ​ລາຍ​ງານແບບ​ປະ​ປົນ​ກັນ​ຢູ່ ​ໃນຄວາມ​ພ​ະຍາ​ຍາ​ມບັງຄັບ​ໃຊ້ ທີ່ມາ​ຈາກ​ເມືອງ
Dandong ສູນ​ກາງ​ການ​ຄ້າ​ທີ່​ສຳຄັນຂອງ​ສອງ​ຝ່າຍ ທີ່ຕັ້ງ​ຢູ່​ໃນ​ເຂດຈີນ ແຄມແມ່​ນໍ້າ
Yalu ທີ່​ແບ່ງ​ຊາຍ​ແດນ​ຈີນ ​ແລະ​ເກົາຫລີ​ເໜືອນັ້ນ.

ຜູ້ຊາຍຄົນໜຶ່ງຢ່າງຜ່ານໂທລະພາບ ທີ່ເຫັນຂ່າວຂອງ ຜູ້ນຳເກົາລີເໜືອ ທ່ານ Kim Jong Un
ຜູ້ຊາຍຄົນໜຶ່ງຢ່າງຜ່ານໂທລະພາບ ທີ່ເຫັນຂ່າວຂອງ ຜູ້ນຳເກົາລີເໜືອ ທ່ານ Kim Jong Un

XS
SM
MD
LG