ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ການ​ເບິ່ງ​ກັນ​ວ່າ ຈີນ ຈະຫຼຸດຜ່ອນ ກິດຈະກຳ ຂອງຕົນລົງ ຢູ່ໃນທະເລຈີນໃຕ້

ໃນພາບຖ່າຍເມື່ອວັນທີ 23 ກັນຍາ 2015 ສະໜອງໂດຍ Renato Etac, ສະແດງໃຫ້ເຫັນ ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ກຳລັງແລ່ນເຂົ້າຫາ ເຮືອຫາປາ ຂອງ ຟີລິບປິນ ໃນຂະນະທີ່ ປະເຊີນໜ້າກັນ ຢູ່ນອກໝູ່ເກາະ Scarborough Shoal ຢູ່ທະເລຈີນໃຕ້ ທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອ ຂອງຟີລິບປິນ. (Renato Etac via AP)

ເປັນ​ທີ່​ຄາດ​ກັນ​ວ່າ ເຈົ້າ​ໜ້າ​ທີ່​ຈີນ​ ຈະ​ຫຼຸດ​ຜ່ອນ​ກິດ​ຈະ​ກຳ ​ທາງ​ດ້ານ​ທະ​ຫານ​ຂອງ​ຕົນ ຢູ່​
ທະ​ເລ​ຈີນ​ໃຕ້ ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັນ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ພວມ​ຕ້ານ​ຄືນ​ ແລະ​ປັກ​ກິ່ງ
​ຫວັງ​ວ່າ ຈະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ຄ້າ ລະ​ຫວ່າງ​ ຈີນ​ກັບ​ສະ​ຫະ​ລັດ​
ໂດຍ​ປາ​ສະ​ຈາກ​ການ​ເຮັດ​ໃຫ້​ລັດ​ຖະ​ບານ ​ສະ​ຫະ​ລັດ​ມີ​ຄວາມ​ໂກດແຄ້ນ​ຂຶ້ນ​ຕື່ມ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ຢາກ​ໃຫ້​ທະ​ເລ​ຈີນ​ໃຕ້ ເປີດກວ້າງ​ສຳ​ລັບ​
ນາໆ​ຊາດ ໃນ​ຂະ​ນະ​ທີ່​ຈີນ​ ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ເຂົ້າ​ຄວບ​ຄຸມ​ຫຼາຍ​ຂຶ້ນ ອີງ​ຕາມ​ຄຳ
​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ ແລະ​ເວ​ລານີ້ ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ອາດ​ຈະ​ສົ່ງ​ກຳ​ປັ່ນ​
ແລະ​ເຮືອ​ບິນ​ລົບ ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ດັ່ງ​ກ່າວ ເພື່ອ​ກົດ​ດັນ ຈີນ ກ່ຽວ​ກັບ​ເລື້ອງ
​ການ​ຄ້າ ຕະ​ຫຼອດ​ທັງ​ກິດ​ຈະ​ກຳທາງ​ດ້ານ​ທະ​ຫານ​ຂອງ​ຕົນ​ນຳດ້ວຍ.

ເຂດແດນທີ່ມີການອ້າງເອົາກຳມະສິດ ຢູ່ໃນທະເລຈີນໃຕ້
ເຂດແດນທີ່ມີການອ້າງເອົາກຳມະສິດ ຢູ່ໃນທະເລຈີນໃຕ້

ທ່ານ ​ອາ​ແລນ ຈອງ ຜູ້​ຊ່ວຍ​ສາ​ສະ​ດາ​ຈານ ທີ່​ສະ​ຖາ​ບັນ​ການ​ສຶກ​ສາ​ນາໆ​ຊາດ S.
Rajaratnam ຢູ່​ສິງ​ກະ​ໂປ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ ບໍ່​ຄິດ​ວ່າ ການ​ກົດ​ດັນ​ນີ້ ແມ່ນ​ສະ​
ເພາະ​ເຈາະ​ຈົງ​ ແນ​ໃສ່​ການ​ສ້າງ​ຄ້າຍ​ທະ​ຫານ​ ຢູ່​ຕາມ​ເກາະ​ດອນ ທີ່​ຈີນ ເປັນ​ເຈົ້າ​ຂອງ
​ໃນ​ທະ​ເລ​ຈີນ​ໃຕ້. ມັນອາດ​ຈະ​ເປັນ​ກໍ​ລະ​ນີ ​ທີ່​ພະ​ຍາ​ຍາມ​ຈະ​ສົ່ງສັນ​ຍານ​ຫຼາຍກວ່​າ ວ່າ​
ປັກ​ກິ່ງ​ ສະ​ແດງ​ໃຫ້​ເຫັນ​ເຖິງ ​ການ​ສ້າງ​ຄວາມ​ປອງດອງບາງ​ຢ່າງ ໃນ​ການ​ຂັດ​ແຍ້ງ​
ທາງ​ດ້ານ​ກາ​ນ​ຄ້າ.”

ນັບ​ແຕ່​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ປີ 2017 ທ່ານ​ທ​ຣຳ​ໄດ້​ສົ່ງ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ ເຂົ້າ​ໄປ
​ໃນ​ທະ​ເລ​ຈີນ​ໃຕ້ ​ຢູ່​ເປັນ​ປະ​ຈຳ. ຈີນ​ໄດ້​ສ້າງ​ຄວາມ​ບໍ່​ພໍ​ໃຈ ​ໃຫ້​ແກ່​ລັດ​ຖະ​ບານເອ​ເຊຍ
​ອື່ນໆ​ອີກ 5 ປະ​ເທດ ໂດຍ​ຂະ​ຫຍາຍ​ການ​ມີ​ໜ້າ​ທາງ​ທະ​ຫານ​ ຂອງເຂົາ​ເຈົ້າ ທັ​ງໆ​ທີ່​ໄດ້
​ມີ​ການ​ອ້າງ​ເອົາ​ກຳ​ມະ​ສິດກວ​ມ​ກັນ​ກໍ​ຕາມ.

ພວກກຳປັ່ນດູດຊາຍ ຂອງຈີນ ປາກົດວ່າ ເຫັດໄດ້ຢູ່ໃນນ່ານນ້ຳ ອ້ອມບໍລິເວນ ໂຂດຫີນ Fiery Cross Reef ໃນເຂດທີ່ມີການຂັດແຍ້ງກັນ ທີ່ໝູ່ເກາະ Spratly Islands ໃນທະເລຈີນໃຕ້ ຢູ່ໃນພາບນີ້ ຖ່າຍໂດຍ ເຮືອບິນສອດແນມ P-8A Poseidon, ວັນທີ 21 ພຶດສະພາ 2015.

ພວກ​ນັກ​ຊ່ຽວ​ຊານ​ບາງ​ຄົນ ແນະ​ໃຫ້​ເຫັນ​ວ່າ ປັກ​ກິ່ງ​ອາດ​ຈະ​ພິ​ຈາ​ລະ​ນ​າ​ຄືນ​ໃໝ່ ​ກ່ຽວ​ກັບ​
ການ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ​ຂອງ​ຕົນ ​ເຊັ່ນວ່າ ການ​ສ້າງ​ເກາະ​ທຽມ​ຊຶ່ງ​ເປັນ​ກິດ​ຈະ​ກຳ ​ທີ່​
ສຳ​ຄັນ​ສຸດ ທີ່​ໄດ້​ສ້າງ​ຄວາມ​ກັງ​ວົນ​ໃຈ​ໃຫ້​ແກ່​ປະ​ເທດ​ອື່ນໆຕາບ​ໃດ​ທີ່​ການ​ຂັດ​ແຍ້ງ​ ທາງ​
ດ້ານ​ການຄ້າ ​ຍັງ​ມີ​ຢູ່​ຕໍ່​ໄປ ແລະ​ວໍ​ຊິງ​ຕັນ​ ຍັງ​ສືບ​ຕໍ່​ສົ່ງ​ກຳ​ປັ່ນ ແລະ​ເຮືອ​ບິນ​ລົບ ໄປຍັງ​ທະ
​ເລ​ຈີນ​ໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG