ຈີນໄດ້ເປັນຄູ່ຮ່ວມມືດ້ານການລົງທຶນທີ່ສຳຄັນໃນຂະແໜງພະລັງງານ, ກະສິກຳ ແລະການຂົນສົ່ງຂອງຊູດານ ໃນຊຸມປີມໍ່ໆມານີ້, ໂດຍໄດ້ລົງທຶນເກືອບ 6 ຕື້ໂດລາສະຫະລັດເຂົ້າໄປໃນປະເທດ ນັບແຕ່ປີ 2005 ເປັນຕົ້ນມາ. ຄວາມສົນໃຈຂອງຈີນໃນຊູດານ ແມ່ນເລີ້ມຕົ້ນມາແຕ່ປີ 1959, ແຕ່ແທ້ຈິງແລ້ວຈີນໄດ້ເລີ້ມຂະຫຍາຍໂຕໃນລະດັບທີ່ກວ້າງຂວາງຂຶ້ນ ຫຼັງຈາກສະຫະລັດ ໄດ້ວາງມາດຕະການລົງໂທດທາງດ້ານເສດຖະກິດຕໍ່ປະເທດດັ່ງກ່າວ ໃນປີ 1998 ແລະປັດຈຸບັນນີ້, ໃນຂະນະທີ່ປະເທດຕ່າງໆດຳເນີນງານເພື່ອຂະຫຍາຍການຢຸດຍິງທີ່ບໍ່ໝັ້ນຄົງລະຫວ່າງກອງກຳລັງທີ່ເປັນສັດຕູກັນ, ຈີນກໍ່ກຳລັງຫາທາງຮັກສາທ່າທີ ທີ່ເປັນກາງ ແລະຍົກລະດັບຄວາມສົນໃຈຂອງຕົນຂຶ້ນເຊັ່ນກັນ. ເອັດເວີຣ໌ດ ເຢຣານຽນ (Edward Yeranian) ມີລາຍງານໃຫ້ ວີໂອເອ ຈາກນະຄອນຫຼວງໄຄໂຣ, ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ຈີນມີບົດບາດສຳຄັນໃນການພັດທະນາເຂດບໍ່ນ້ຳມັນຂອງຊູດານ ກ່ອນທີ່ປະເທດ ດັ່ງກ່າວ ຈະຖືກແບ່ງອອກເປັນພາກເໜືອ ແລະໃຕ້ໃນປີ 2010, ໂດຍມີການລົງ ທຶນເກືອບ 3 ຕື້ໂດລາສະຫະລັດ, ອີງຕາມແຫຼ່ງຂ່າວ. ຄົນງານຈີນໄດ້ກໍ່ສ້າງພື້ນ ຖານໂຄງລ່າງສ່ວນໃຫຍ່ຂອງໂຄງການດັ່ງກ່າວ ກ່ອນທີ່ຈະສົ່ງມອບໃຫ້ຊູດານໃຕ້ທີ່ຫາກໍ່ໄດ້ຮັບເອກະລາດໃໝ່ໆ. ທໍ່ສົ່ງນ້ຳມັນສືບຕໍ່ໄຫຼຜ່ານພາກເໜືອຂອງຊູດານ, ເຊິ່ງໃນທ້າຍທີ່ສຸດ ມັນກໍ່ຈະຖືກສົ່ງອອກຈາກທ່າເຮືອຊູດານ.
ຄວາມສົນໃຈຂອງຈີນໃນຊູດານມີມາແຕ່ປີ 1959, ໃນເວລາທີ່ນະຄອນຫຼວງຄາຣ໌ທູມ ໄດ້ກາຍເປັນນຶ່ງ ໃນປະເທດອາຣັບກຸ່ມທໍາອິດທີ່ຮັບຮູ້ສາທາລະນະລັດ ປະຊາຊົນຈີນ. ການຊ່ວຍເຫຼືອດ້ານການແພດແລະໂຄງການກໍ່ສ້າງ ເຊັ່ນຫໍສາລາປະຊາຊົນໃນນະຄອນຫຼວງຄາຣ໌ທູມ ແມ່ນພາກສ່ວນທີ່ສຳຄັນຂອງການຮ່ວມມືໃນເບື້ອງຕົ້ນ ລະຫວ່າງສອງປະເທດ.
ແລະຄວາມສົນໃຈຂອງປັກກິ່ງຕໍ່ຊູດານໄດ້ຂະຫຍາຍໂຕຂຶ້ນໃນຊຸມປີທີ່ອະດີດຜູ້ນໍາ ທ່ານ ໂອມາ ອາລ-ບາເຊຍ (Omar al-Bashir) ໄດ້ປົກຄອງປະເທດ, ນັກວິເຄາະ ຕາເວັນອອກກາງ ໃນນະຄອນຫຼວງວໍຊິງຕັນ, ທ່ານ ທີໂອດໍ ຄາຣາສິກ (Theodore Karasik) ກ່າວຕໍ່ວີໂອເອວ່າ:
"ຄວາມສົນໃຈຂອງຈີນຕໍ່ຊູດານ ແມ່ນມີມາເປັນເວລາຍາວນານ ແລະມີຄວາມສຳ ຄັນຫຼາຍໃນດ້ານພະລັງງານກ່ອນໜ້ານີ້ ແລະສັນຍາອື່ນໆ, ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ ແລະການກະສິກຳ. ປັກກິ່ງຍັງໄດ້ໃກ້ຊິດກັບລະບອບການປົກ ຄອງຂອງທ່ານ ບາເຊຍ (Bashir), ເຊິ່ງໄດ້ມີສັນຍາກັບຜູ້ຜະລິດດ້ານປ້ອງກັນປະເທດຂອງຈີນ. ຄວາມສົນໃຈຫຼາຍຢ່າງເຫຼົ່ານີ້ ເບິ່ງຄືວ່າ ຈະທັບຊ້ອນກັນກັບຄວາມສົນໃຈຂອງອີຣ່ານໃນບໍລິສັດອຸດສາຫະກໍາທາງດ້ານທະຫານຂອງຊູດານ."
ທ່ານ ຄາຣາສິກ (Karasik) ກ່າວວ່າ ຈີນ "ໄດ້ມີຈຸດຢືນທີ່ເປັນກາງຕໍ່ຄວາມຂັດແຍ້ງໃນປະຈຸບັນ ຢູ່ໃນຊູດານ", ໂດຍສັງເກດວ່າ ຈີນ "ລົງທຶນຢ່າງໜັກໃນໂຄງລ່າງພື້ນຖານ," ເຊັ່ນ: "ການກໍ່ສ້າງລະບົບລົດໄຟແຫ່ງຊາດ ສໍາລັບບາງປະເທດໃນອາຟຣິກາຕາເວັນອອກ." ທ່ານຍັງຊີ້ໃຫ້ເຫັນວ່າ ຈີນມີສ່ວນຮ່ວມ ໃນການຮັກ ສາສັນຕິພາບຢູ່ບາງປະເທດໃນພາກພື້ນ, ແລະ “ມີແຜນການປະຕິບັດການດ້ານການຂົນສົ່ງສິນຄ້າ ຈາກເມືອງທ່າຊູດານ ຫຼັງສົງຄາມ.”
ຄວາມສຳພັນລະຫວ່າງຈີນກັບຣັດເຊຍ ແມ່ນຍັງເປັນບັນຫາຢູ່ໃນຊູດານ, ເຊິ່ງທັງສອງປະເທດເບິ່ງຄືວ່າ ມີຄວາມສົນໃຈ ແລະມີຍຸດທະສາດ ທີ່ແຕກຕ່າງກັນ. ທ່ານ ຄາຣາສິກ (Karasik) ກ່າວວ່າ "ຄໍາຖາມທີ່ແທ້ຈິງແລ້ວ ແມ່ນວິທີການທີ່ຣັດເຊຍຈະພົວພັນກັບຈີນໃນຊູດານ ເພາະວ່າຢູ່ໃນພາກສ່ວນທີ່ແຕກຕ່າງກັນຂອງທະວີບດັ່ງກ່າວ ພວກເຂົາປະຕິບັດໂຕ ຢ່າງແຕກຕ່າງກັນ, ຫຼືບາງຄັ້ງກໍ່ຮຽງຕາມກັນໄປ, ໃນວິທີການຊອກຫາຜົນປະໂຫຍດ ທາງເສດຖະກິດ."
“ຊູດານຢູ່ໃນຍຸດທະສາດລະດັບພາກພື້ນທີ່ໃຫຍ່ກວ່າຂອງຈີນ ແມ່ນສ່ວນນຶ່ງຂອງເຂດພືິ້ນທີ່ທາງທະເລ ທີ່ມີຄວາມສໍາຄັນຢ່າງຍິ່ງຕໍ່ການຂົນສົ່ງໃນທົ່ວໂລກ. ມັນບໍ່ແມ່ນເລື່ອງບັງເອີນທີ່ການປັບປຸງສາຍພົວພັນລະຫວ່າງຊາອຸດີ ອາຣາເບຍ ກັບຈີນ ໃຫ້ເຂັ້ມແຂງຂຶ້ນນັ້ນ ຈະເກີດຂຶ້ນໃນເວລາດຽວກັນກັບ ທີ່ຊູດານກຳລັງປະເຊີນກັບການປັບປຸງຕົນເອງ. ມັນເປັນທີ່ຈະແຈ້ງວ່າຈີນໃຊ້ພັນທະມິດທີ່ແຕກຕ່າງກັນສໍາລັບວຽກງານຂອງຊູດານ."
ນັກສັງຄົມສາດທາງດ້ານການເມືອງຂອງອີຢິບ, ທ່ານ ຊາອິດ ຊາດິກ (Said Sadek) ກ່າວຕໍ່ວີໂອເອວ່າ ຄວາມສົນໃຈຂອງຈີນໃນຊູດານນັ້ນ ແມ່ນກ່ຽວຂ້ອງກັບພູມສາດລະດັບພາກພື້ນ ແລະຄວາມສໍາຄັນທາງຍຸດທະສາດທີ່ເພີ່ມຂຶ້ນຂອງເຂດອ່າງທະເລແດງຕໍ່ການຄ້າໂລກ. ເຊິ່ງທ່ານໄດ້ກ່າວເປັນພາສາອັງກິດວ່າ:
"ແນ່ນອນແຮງຈູງໃຈອີກຢ່າງນຶ່ງແມ່ນ [ໂຄງການນຶ່ງແລວທາງນຶ່ງເສັ້ນທາງຂອງຈີນ], ເພາະວ່າພວກເຂົາຕ້ອງການຢູ່ໃນທະເລແດງ ແລະຖານທັບໃນຕ່າງປະ ເທດແຫ່ງດຽວຂອງພວກເຂົາແມ່ນຢູ່ໃນ ຈິບູຕິ (Djibouti) ແລະນີ້ແມ່ນສ່ວນຫນຶ່ງຂອງການຂະຫຍາຍຕົວຂອງພວກເຂົາໃນອາຟຣິກາ, ລວມທັງອີຢິບ, ຊູດານ, ເອທິໂອເປຍ, ເອຣິເທຣຍ… ຍ້ອນວ່າພວກເຂົາເຈົ້າເຫັນວ່າທະເລແດງຈະເປັນສະຖານທີ່ສຳຄັນຫຼາຍສຳລັບຄວາມໝັ້ນຄົງທາງຍຸດທະສາດ, [ເຊັ່ນ] ນ້ຳມັນ, ອາຍແກ໊ສ, ແລະການທ່ອງທ່ຽວ.
ທ່ານ ຊາດິກ ກ່າວວ່າ ປະຈຸບັນນີ້ ອາອຸດິ ອາຣາເບຍ ກໍາລັງສ້າງໂຄງການ ນີໂອມ (NEOM) ທີ່ມີມູນຄ່າ 1 ພັນຕື້ໂດລາຂອງພວກເຂົາ ຫຼືເມືອງອັດສະລີຍະ ທີ່ວາງແຜນໄວ້ໃນແຂວງທາບຸກ (Tabuk) ໃນພາກຕາເວັນຕົກສຽງເຫນືອ ຂອງ ຊາອຸດີ ອາຣາເບຍ ຢູ່ດ້ານກົງກັນຂ້າມກັບທະເລແດງ", "ພ້ອມກັບ ບັນດາເກາະ ດອນທີ່ຈະເປັນຄືກັນກັບ ລາສ ເວກັສ (Las Vegas) ຫຼື ມອນຕີ ຄາຣ໌ໂລ (Monte. Carlo), ດັ່ງນັ້ນ, "ຈີນຈຶ່ງຕ້ອງການສະແດງໂຕຢ່າງໜັກແໜ້ນ ຢູ່ໃນຂົງເຂດດັ່ງກ່າວ."
ທ່ານ ຊາດິກ ຍັງກ່າວຕື່ມວ່າ "ເກືອບທັງໝົດຂອງ 54 ປະເທດ ໃນອາຟຣິກາ ແມ່ນທຸກຍາກ ແລະຈີນມີບົດບາດຢ່າງຫຼວງຫຼາຍ ໃນການໃຫ້ການຊ່ວຍເຫຼືອທາງດ້ານເສດຖະກິດ." "ຈີນເຂົ້າມາດ້ວຍເງິນກູ້ດອກເບ້ຍຕໍ່າ ແລະ ສ້າງພື້ນຖານໂຄງລ່າງ, ເພາະວ່າປະເທດອາຟຣິກາສ່ວນໃຫຍ່ ຂາດພື້ນຖານໂຄງລ່າງ ... ແລະ [ປັກກິ່ງ] ບໍ່ໄດ້ຖາມຄໍາຖາມກ່ຽວກັບສິດທິມະນຸດ ແລະປະຊາທິປະໄຕ ຄືທີ່ສະຫະລັດ ຖາມ."
ທ່ານ ພອລ ຊູລລີວານ, ນັກວິເຄາະດ້ານຕາເວັນອອກກາງ ຂອງສະພາແອຕແລນຕິກ ກ່າວກັບວີໂອເອວ່າ ຈີນໄດ້ສຸມໃສ່ກົນລະຍຸດໃນຫຼາຍດ້ານເພື່ອພະຍາ ຍາມສ້າງຄວາມສຳພັນທີ່ແໜ້ນແຟ້ນກັບຊູດານ, ໂດຍໄດ້ກ່າວວ່າ
"ຊູດານແມ່ນສ່ວນສຳຄັນຂອງຍຸດທະສາດລວມຂອງຈີນໃນພາກພື້ນນີ້ ໃນການດຶງເອົາອາຟຣິກາຕາເວັນອອກ ແລະອາຟຣິກາເໜືອມາຢູ່ຂ້າງຕົນໃຫ້ຫຼາຍຂຶ້ນ. ມັນມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງດຳເນີນການກ່ຽວກັບທຸລະກິດ, ການລົງທຶນ, ພື້ນຖານໂຄງລ່າງ ແລະການສຶກສາ, ລວມທັງການສອນພາສາຈີນກາງ ໃຫ້ຊາວຊູດານ. ຊູດານແມ່ນມີບົດບາດທີ່່ສຳຄັນ ໃນລຸ່ມແມ່ນໍ້າໄນລ໌ (Nile Basin) ແຕ່ຕອນນີ້ອ່ອນແອແລະບໍ່ແນ່ນອນ ແຕ່ມີທ່າແຮງທີ່ຫຼວງຫຼາຍພ້ອມກັບຜູ້ນໍາທີ່ເໝາະສົມ. ຄວາມບໍ່ໝັ້ນຄົງ ແລະ ຄວາມບໍ່ແນ່ນອນ ເຮັດໃຫ້ຊູດານຖືກເອົາປຽບ ໂດຍປະເທດອື່ນໆ, ຜູ້ກໍ່ການຮ້າຍ ແລະ ກຸ່ມອາດຊະຍາກອນ."
ທ່ານ ຊູລລີວານ ກ່າວຕື່ມວ່າ ຈີນ "ມີຄວາມສົນໃຈ ໃນແຫຼ່ງແຮ່ຄໍາຂອງຊູດານ", ແລະ "ເຊັ່ນດຽວກັນກັບຣັດເຊຍ, ຈີນກໍ່ມີຄວາມສົນໃຈໃນທ່າເຮືອ ໃນຊູດານເຊັ່ນກັນ." ທ່ານສັງເກດເຫັນວ່າ "ລະບົບທໍ່ສົ່ງນໍ້າມັນຈາກຊູດານໃຕ້ຜ່ານອູການດາໄປຫາຊາຍຝັ່ງປະເທດເຄນຢາ ອາດຈະໄດ້ຮັບຄວາມສົນໃຈຫຼາຍຂື້ນຫຼັງຈາກຄວາມຂັດແຍ້ງໃນປັດຈຸບັນຫຼຸດລົງ."
ຄວາມສົນໃຈຂອງສະຫະລັດ ແລະຈີນໃນຊູດານ ແລະພາກພື້ນນີ້ ແມ່ນຄັດກັນ, ທ່ານ ຊູລລີວານໂຕແຍ້ງວ່າ ເພາະວ່າ "ສະຫະລັດບໍ່ຕ້ອງການທະຫານຈີນ ຫຼືທະຫານຣັດເຊຍ ຫຼືທ່າເຮືອອື່ນໆໃນຊູດານ, ເນື່ອງຈາກ "ຈຸດຍຸດທະສາດທີ່ລະ ອຽດອ່ອນ" ຂອງເມືອງທ່າຊູດານ. ທ່ານ ຊູລລີວານ ຍັງເນັ້ນຫນັກວ່າ ຈີນກຳລັງພະຍາຍາມ "ຂັດຂວາງສະຫະລັດຫຼາຍຂື້ນເລື້ອຍໆ."