ຈີນກຳລັງສະແຫວງຫາ ຂໍ້ຕົກລົງສາກົນ ຊຶ່ງຈະເສີມຂະຫຍາຍ ການຄວບຄຸມອິນເຕີແນັດ
ໂດຍລັດຖະບານ ເພື່ອທີ່ຈະຕໍ່ສູ້ກັບການໂຈມຕີທາງໄຊເບີ ແລະ ການກໍ່ການຮ້າຍນຳດ້ວຍ.
ປັກກິ່ງ ຢາກຂະຫຍາຍແນວຄິດກ່ຽວກັບອະທິປະໄຕ ໃນເລື່ອງດິນແດນ ແລະ ທະເລ ທີ່ມີ
ຢູ່ແລ້ວນັ້ນ ມາໃຊ້ກັບອິນເຕີເນັດ.
ປັກກິ່ງໄດ້ເປີດເຜີຍ ລາຍງານປົກຂາວກ່ຽວກັບການປຶກສາຫາລືຄັ້ງທຳອິດຂອງຕົນ ເຖິງ
ວິທີທາງ ທີ່ຕົນຈະຊັກຊວນບັນດາປະເທດອື່ນໆ ໃຫ້ເຂົ້າມາຮ່ວມ ເພື່ອການເປັນພາຄີ
ສາກົນ. ແນວຄິດກໍຄືວ່າ ເພື່ອເສີມຂະຫຍາຍ ອຳນາດຂອງແຕ່ລະລັດຖະບານ ໃນການ
ຄວບຄຸມອິນເຕີແນັດ ແລະ ຫລຸດຜ່ອນບົດບາດຂອງພາກສ່ວນເອກກະຊົນ.
ທ່ານ Long Zhou ຜູ້ປະສານງານ ຂອງພະແນກຮັບຜິດຊອບດ້ານອິນເຕີແນັດ ຂອງ
ກະຊວງການຕ່າງປະເທດ ຈີນ ໄດ້ກ່າວ ເມື່ອສັບປະດາແລ້ວນີ້ ໃນຂະນະທີ່ ກຳລັງເປີດ
ເຜີຍສຳເນົາເອກກະສານ ໃນຫົວຂໍ້ “International Strategy of Cooperation
on Cyberspace” ອັນເປັນບົດລາຍງານ ສະບັບທຳອິດ ກ່ຽວກັບ ນະໂຍບາຍຂອງຈີນ
ຕໍ່ບັນຫານີ້ ວ່າ “ປະເທດທັງຫຼາຍໃນທົ່ວໂລກ ມີຄວາມເປັນຫ່ວງເປັນໃຍ ກ່ຽວກັບ
ການໂຈມຕີທາງໄຊເບີຫຼາຍຂຶ້ນ ໃນເລື່ອງນີ້ ອິນເຕີແນັດ ບໍ່ຄວນເປັນພື້ນທີ່ ໂດຍບໍ່ມີ
ກົດໝາຍ.”
ບັນດານັກວິເຄາະ ເຫັນວ່າ ມັນເປັນແຜນການທີ່ຍິ່ງໃຫຍ່ ເພື່ອທີ່ຈະນຳໃຊ້ແນວຄິດຂອງ
ຈີນ ໃນການກວດກາສື່ມວນຊົນ ຂອງພາກສວນອັນກວ້າງໃຫຍ່ຂອງໂລກ. ຈີນ ໄດ້ຖືກ
ຕຳນິ ໂດຍບັນດາປະເທດທີ່ກຳລັງພັດທະນາ ໃນການຄວບຄຸມອິນເຕີແນັດຢ່າງເຄັ່ງຄັດ
ແລະ ບໍ່ອະນະຍາດໃຫ້ເບິ່ງ Google Facebook Twitter ແລະ ເວັບໄຊຂ່າວສານຕ່າງໆ
ຂອງຕ່າງປະເທດ ຢູ່ໃນຈີນ.
ອົງການຕ່າງໆຈຸທຳອິດ ທີ່ຈະຖືກຫ້າມ ຖ້າການປຸກລະດົມຂອງຈີນ ຫາກໄດ້ຮັບທ່າແຮງ
ກໍແມ່ນ ບໍລິສັດຕ່າງໆ ຂອງອາເມຣິກາ ທີ່ມີບົດບາດຄອບງຳ ໃນພື້ນທີ່ຂອງອິນເຕີແນັດ ດັ່ງທີ່ບັນດານັກວິເຄາະໄດ້ກ່າວນັ້ນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ