ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະປັບນະ​ໂຍບາຍ ກ່ຽວກັບ ທະ​ເລຈີນ​ໃຕ້ໃໝ່ ຫຼັງຈາກ ມີການປົດ ທ່ານທິລເລີສັນ


​ທ. ເຣັກສ໌ ທິລ​ເລີ​ສັນ, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະຣັດ
ໂບກມືອໍາລາ ພະນັງານໃນກະຊວງການຕ່າງປະເທດ ຢູ່ນະຄອນວໍຊິງຕັນດີຊີ ໃນວັນທີ 13 ມີນາ, 2018 ພາຍຫລັງທີ່ທ່ານຖືກປົດ ອອກຈາກ​ຕໍາ​ແໜ່ງ​ ໃນຕອນເຊົ້າໆ ຂອງມື້ນັ້ນ.
​ທ. ເຣັກສ໌ ທິລ​ເລີ​ສັນ, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະຣັດ ໂບກມືອໍາລາ ພະນັງານໃນກະຊວງການຕ່າງປະເທດ ຢູ່ນະຄອນວໍຊິງຕັນດີຊີ ໃນວັນທີ 13 ມີນາ, 2018 ພາຍຫລັງທີ່ທ່ານຖືກປົດ ອອກຈາກ​ຕໍາ​ແໜ່ງ​ ໃນຕອນເຊົ້າໆ ຂອງມື້ນັ້ນ.

ການ​ປົດທ່ານ​ເຣັກສ໌ ທິລ​ເລີ​ສັນ, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະຣັດ
ອອກຈາກ​ຕໍາ​ແໜ່ງ​ໃນ​ເດືອນ​ນີ້ ຈະ​ໄດ້​ມີການ​ເລີ້ມຕົ້ນຕັ້ງນະ​ໂຍບາຍ​ດ້ານ
​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ກ່ຽວກັບທະ​ເລຈີນ​ໃຕ້ຄືນ​ໃໝ່, ອີງ​ຕາມ
​ຄໍາ​ເວົ້າຂອງພວກ​ນັກວິ​ເຄາະ​ເຫດການ. ​

ອະດີດ​ຫົວໜ້າບໍລິຫານຂອງ​ບໍ​ລິ​ສັດ​ນໍ້າມັນ ​ທີ່​ຖືກປະທານາທິບໍດີ​ດໍ​ໂນ​ລທຣໍາ
ປົດອອກຈາກ​ຕໍາ​ແໜ່ງນັ້ນ ມີ​ຄວາມ​ຮູ້ສຶກ​ເປັນ​ຫ່ວງ​ຕໍ່ເລື່ອງ​ຂັດ​ແຍ້​ງດ້ານ​ເຂດ​
ນໍ້າ​ແດນ​ດິນທາງ​ທະ​ເລລະຫວ່າງ 6 ປະ​ເທດ, ​ແຕ່​ນັກ​ຊ່ຽວຊານ​ທັງຫລາຍ​
ເວົ້າວ່າ ການ​ທີ່​ບໍ່ຮູ້ຈັກ​ກັບ​ຄົນ​ອື່ນ ຢູ່ໃນ​ວົງ​ການທາງ​ການ​ທູດເປັນ​ການ​ສ່ວນ
​ຕົວບວກ​ໃສ່​ກັບການ​ທີ່​ທ່ານ​ທຣໍາສຸມ​ໃສ່​ເລື່ອງ​ເກົາຫລີ​ເໜືອ, ບໍ່ແມ່ນ​ໃສ່​ຂົງ​
ເຂດ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້​ອີກແດ່, ​ເຮັດ​ໃຫ້​ທ່ານ​ຖືກຈໍາກັດ ​ທີ່​ຈະ​ເຮັດ
​ຫຍັງ​ໄດ້.

ອາຈານ​ດ້ານ​ການ​ສຶກສາກ່ຽວກັບ​ຍຸດ​ທະ​ສາດອາ​ເລັກ​ຊັນ​ເດີ ຮ່ວງ
(Alexander Huang) ທີ່​ມະຫາວິທະຍາ​ໄລ​ຕາມ​ກັງ (Tamkang) ຢູ່​ໄຕ້​
ຫວັນເວົ້າວ່າ "ທ່ານ​ທີ​ວ​ເລີ​ສັນຖືກ​ມອງ​ເຫັນ​ວ່າ ເປັນ​ຄົນ​ນອກ​, ​ແຕ່​ທ່ານ​ກໍ​
ໄດ້​ເຮັດ​ຕາມ​ແນວທາງ​ຂອງ​ທ່ານ." ທ່ານ​ທຣໍາ​ໄດ້​ປົດ​ທ່ານ​ອອກ​ຈາກ​ຕໍາ​ແໜ່ງ
ຍ້ອນ​ຄວາມ​ຂັດ​ແຍ້​ງທາງ​ດ້ານ​ຍຸດ​ທະ​ສາດ, ອີງ​ຕາມ​ຂ່າວທີ່​ເວົ້າກັນ ​ຢູ່​ໃນ
​ນະຄອນຫລວງ​ວໍ​ຊິງ​ຕັນ.

ທ່ານ​ຮ່ວງ​ຍັງ​ເວົ້າຕື່ມອີກ​ວ່າ ນະ​ໂຍບາຍ​ດ້ານ​ທະ​ເລ​ ໄດ້​ສະ​ແດງ​ຮ່ອງຮອຍ
ໃຫ້​ເຫັນວ່າ ​ມີ​ການ​ປ່ຽນ​ແປງ. "ທ່ານ​ກໍາລັງ​ຈະ​ສ້າງ​ພັນທະ​ມິດ​ຈໍານວນ​ນຶ່ງ​ຢູ່
​ພາຍໃນ​ລະບົບ ​ແລະ​ແບບແຜນ​ເຮັດ​ວຽກຂອງ​ທ່ານເປັນ​ສິ່ງ​ທີ່ຄາດ​ເດົາ​ໄດ້
​ຢ່າງແນ່​ນອນກວ່າ​ຂອງປະທາ​ນາ​ທິບໍດີ, ​ແລະ​ທ່ານ​ກໍ​ເປັນ​ຄົນມີ​ຄວາມ​ຮອບ
​ຄອບ​ຫລາຍ​ກວ່າ."

ສະຫະລັດ​ບໍ່​ໄດ້​ອ້າງ​ເອົາ​ກໍາມະສິດ​ອັນ​ໃດໆ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ມີພື້ນທີ່
3 ລ້ານ 5 ແສນ​ກິ​ໂລ​ແມັດ​ມົນທົນ​ນັ້ນ ​ແຕ່​ວ່າ ບັນດາ​ປະ​ເທດ​ໃນ​ເຂດເອເຊຍ
​ຕາ​ເວັນ​ອອກສຽງ​ໃຕ້ທີ່​ໄດ້​ອ້າງ​ເອົາ​ກໍາມະສິດຕໍ່​ເຂດ​ທະ​ເລ​ດັ່ງກ່າວ​ນັ້ນ ​ໄດ້​ມອງ
​ຫາວໍ​ຊິງ​ຕັນ ​ເພື່ອ​ຊ່ວຍ​ໃນ​ການ​ຕ້ານການ​ຂະຫຍາຍ​ກໍາລັງ​ທາງທະ​ເລຂອງ​ຈີນ.
ຢູ່​ພາຍ​ໃຕ້​ອະດີດປະທາ​ນາ​ທິບໍດີບາຣັກ ​ໂອ​ບາ​ມານັ້ນ ລັດຖະບານ​ສະຫະລັດ​
ໄດ້​ສະ​ເໜີວ່າ ​ຈະ​ໃຫ້ການ​ສະໜັບສະໜຸນທາງ​ດ້ານການ​ເມືອງ, ​ເສດຖະກິດ, ​
ແລະ​ການ​ທະຫານ​ແກ່​ປະ​ເທດ​ທີ່​ນ້ອຍກວ່າ​ຈີນ​ທີ່​ຕິດ​ກັບທະ​ເລດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG