ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ຈີນກ່າວວ່າ ສະຫະລັດ ກຳລັງຫຼີ້ນກັບໄຟ ຫຼັງໃຫ້ການຊ່ວຍເຫຼືອທາງທະຫານແກ່ໄຕ້ຫວັນ


 ພາບຈາກໄຟລ: ຈຸເຮືອພາກພື້ນດິນທີ່ຖານທັບອາກາດໃນເມືອງ ເຈຍອີ້ ໄຕ້ຫວັນ ຕິດຕັ້ງລູກສອນໄຟໃສ່ປີກຂອງເຮືອບີນຂັບໄລ່ ເອຟ-16 ເມື່ອວັນທີ 06 ເດືອນມັງກອນ ປີ 2023
ພາບຈາກໄຟລ: ຈຸເຮືອພາກພື້ນດິນທີ່ຖານທັບອາກາດໃນເມືອງ ເຈຍອີ້ ໄຕ້ຫວັນ ຕິດຕັ້ງລູກສອນໄຟໃສ່ປີກຂອງເຮືອບີນຂັບໄລ່ ເອຟ-16 ເມື່ອວັນທີ 06 ເດືອນມັງກອນ ປີ 2023

ລັດຖະບານຈີນ ປະທ້ວງເມື່ອວັນອາທິດຜ່ານມາ ກ່ຽວກັບການປະກາດຫຼ້າສຸດຂອງ ສະຫະລັດ ອາເມຣິກາ ກ່ຽວກັບການຂະຫຍາຍ ແລະ ໃຫ້ຄວາມຊ່ວຍເຫຼືອທາງທະຫານ ໃຫ້ແກ່ໄຕ້ຫວັນ ໂດຍກ່າວວ່າສະຫະລັດ ກຳລັງ “ຫຼີ້ນກັບໄຟ"

ປະທານາທິບໍດີ ທ່ານ ໂຈ ໄບເດັນ ຂອງສະຫະລັດ ໄດ້ອະນຸມັດເມື່ອວັນເສົາທີ່​ຜ່ານ​ມາ ໃຫ້ມີການຈັດສັນວັດສະດຸແລະການບໍລິການຂອງກະຊວງປ້ອງກັນປະເທດລວມເຖິງການ ສຶກສາແລະການຝຶກອົບຮົມທາງທະຫານມູນຄ່າສູງສຸດ 571 ລ້ານໂດລາໃຫ້ແກ່ ໄຕ້ຫວັນ ຊຶ່ງປົກຄອງຕົນເອງ, ໂດຍຈີນຖືວ່າໄຕ້ຫວັນ ເປັນສ່ວນນຶ່ງຂອງຕົນແລະຕ້ອງຢູ່ພາຍໃນການ ຄວບຄຸມຂອງຈີນ. ໃນຂະນະດຽວກັນກະຊວງປ້ອງກັນປະເທດ ສະຫະລັດ ຍັງປະກາດ ເມື່ອວັນສຸກທີ່​ຜ່ານ​ມາວ່າ ໄດ້ອະນຸມັດການຂາຍອາວຸດມູນຄ່າ 295 ລ້ານໂດລາ.

ຖະແຫຼງການຂອງກະຊວງການຕ່າງປະເທດຈີນ ຮຽກຮ້ອງໃຫ້ສະຫະລັດ ຢຸດຕິການຈັດຫາ ອາວຸດໃຫ້ ໄຕ້ຫວັນ ແລະຢຸດຕິິການກະທຳທີ່ ຈີນເອີ້ນວ່າ ການກະທຳທີ່ເປັນອັນຕະລາຍ ຊຶ່ງເປັນການທຳລາຍສັນຕິພາບ ແລະ ສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ.

ການຂະຫຍາຍ ແລະ ຊ່ວຍເຫຼືອທາງທະຫານຂອງສະຫະລັດມີເປົ້າໝາຍເພື່ອຊ່ວຍໄຕ້ຫວັນ ປ້ອງກັນຕົນເອງແລະປ້ອງກັນຈີນຈາກການເປີດສາກໂຈມຕີ.

ຄວາມຊ່ວຍເຫຼືອທາງການທະຫານມູນຄ່າ 571 ລ້ານໂດລານີ້ເປັນສ່ວນເພີ້ມຕື່ມຈາກ ການອະນຸມັດຂອງທ່ານ ໂຈ ໄບເດັນ ໃນເດືອນກັນຍາຜ່ານມາທີ່ໃຫ້ການຊ່ວຍເຫຼືອມູນຄ່າ 567 ລ້ານໂລາ ສຳລັບຈຸດປະສົງດຽວກັນ. ການຂາຍອາວຸດຄັ້ງຫຼ້າສຸດປະກອບດ້ວຍ ລະບົບວິທະຍຸຍຸດທະວິທີປະມານ 300 ເຄື່ອງມູນຄ່າ 265 ລ້ານໂດລາ ແລະ ແທ່ນປືນ 16 ຊຸດ ມູນຄ່າ 30 ລ້ານໂດລາ

ກະຊວງການຕ່າງປະເທດຂອງໄຕ້ຫວັນ ໄດ້ສະແດງຄວາມຍິນດີຕໍ່ການອະນຸມັດການ ຂາຍ ທັງສອງຄັ້ງ ໂດຍຂຽນຂໍ້ຄວາມໃນໂພສສື່ສັງຄົມອ໋ອນລາຍ ເອັກສ໌ ວ່າ ການດຳເນີນ ການ ດັ່ງກ່າວເປັນການຢືນຢັນເຖິງ ຄຳໝັ້ນສັນຍາຂອງລັດຖະບານ ສະຫະລັດ ຕໍ່ການປ້ອງ ກັນຂອງເຮົາ. ໃນເດືອນຕຸລາ ສະຫະລັດ ອະນຸມັດການຂາຍອາວຸດມູນຄ່າ 2 ພັນລ້ານ ໂດລາໃຫ້ແກ່ ໄຕ້ຫວັນ ລວມເຖິງການສົ່ງມອບລະບົບປ້ອງກັນລູກສອນໄຟພື້ນດິນສູ່ອາ ກາດທີ່ທັນສະໄໝເປັນຄັ້ງທຳອິດ ຊຶ່ງກໍ່ໃຫ້ເກີດສຽງການຕໍານິວິຈານຈາກຈີນ ແລະຈີນໂຕ້ ຕອບດ້ວຍການຊ້ອມລົບທາງທະຫານອ້ອມຮອບໄຕ້ຫວັນ.

ເມື່ອເດືອນຕຸລາທີ່ຜ່ານມາສະຫະລັດ ໄດ້ອະນຸມັດການຂາຍອາວຸດມູນຄ່າ 2 ພັນລ້ານໂດລາ ໃຫ້ແກ່ໄຕ້ຫວັນ ຊຶ່ງລວມເຖິງລະບົບປ້ອງກັນລູກສອນໄຟຈາກພື້ນດີນສູ່ອາກາດທີ່ທັນສະໄໝ ອັນ​ສົ່ງຜົນໃຫ້ຈີນວິຈານແລະຕອບໂຕ້ດ້ວຍການຊ້ອມຮົບອ້ອມຮອບໄຕ້ຫວັນ .

ເມື່ອຕົ້ນເດືອນນີ້ໄຕ້ຫວັນຮຽກຮ້ອງໃຫ້ຈີນ ຢຸດຕິກິດຈະກຳທາງການທະຫານຢ່າງຕໍ່ເນື່ອງ ໃນເຂດໜ້ານໍ້າໃກ້ຄຽງ ໂດຍກ່າວວ່າກິດຈະກຳດັ່ງກ່າວທຳລາຍສັນຕິພາບ ແລະສະຖຽນ ລະພາບ ລວມທັງຂັດຂວາງການຂົນສົ່ງແລະການຄ້າລະຫວ່າງປະເທດ.

ໃນຂະນະດຽວກັນ ທ່ານ ດໍໂນລ ທຣໍາ ວ່າທີ່ປະທານາທິບໍດີສະຫະລັດ ໄດ້ກ່າວວ່າທ່ານ ຈະບໍ່ໃຫ້ຄຳໝັ້ນສັນຍາວ່າຈະປົກປ້ອງໄຕ້ຫວັນ ຖ້າຫາກຈີນ ບຸກໂຈມຕີໃນໄລຍະທີ່ດຳລົງຕໍາ ແໜ່ງປະທານາທິບໍດີຂອງທ່ານ.

ອ່ານຂ່າວເປັນພາສາອັງກິດດ້ານລຸ່ມ

China says US is ‘playing with fire’ after latest military aid for Taiwan

BEIJING (AP) — The Chinese government protested Sunday the latest American announcements of military sales and assistance to Taiwan, warning the United States that it is “playing with fire.”

U.S. President Joe Biden authorized Saturday the provision of up to $571 million in Defense Department material and services and in military education and training for self-ruled Taiwan, which Beijing claims as its territory and says must come under its control. Separately, the Defense Department said Friday that $295 million in military sales had been approved.

A Chinese Foreign Ministry statement urged the U.S. to stop arming Taiwan and stop what it called “dangerous moves that undermine peace and stability in the Taiwan Strait.”

U.S. military sales and assistance aim to help Taiwan defend itself and deter China from launching an attack.

The $571 million in military assistance comes on top of Biden’s authorization of $567 million for the same purposes in late September. The military sales include $265 million for about 300 tactical radio systems and $30 million for 16 gun mounts.

Taiwan’s Foreign Ministry welcomed the approval of the two sales, saying in a post on X that it reaffirmed the U.S. government’s “commitment to our defense.” In October, the U.S. approved $2 billion in arms sales to Taiwan, including the first-time delivery of an advanced surface-to-air missile defense system, also drawing China’s criticism while Beijing has responded with war drills around Taiwan.

Taiwan earlier this month demanded that China end its ongoing military activity in nearby waters, which it said undermed peace and stability and disrupted international shipping and trade.

U.S. President-elect Donald Trump has said he would not commit to defending Taiwan if China were to invade during his presidency.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG