ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ຈີນ ກ່າວວ່າ ການມອບ ລາງວັນໂນແບລ ໃຫ້ ທ່ານຫຼິວ ເປັນການໝິ່ນປະໝາດ


ພວກໄວ້ທຸກ ໃຫ້ທ່ານຫຼິວ ສ່ຽວໂບ ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໃນລະຫວ່າງການປະທ້ວງ ຢູ່ນອກ ຫ້ອງການປະສານງານ ຂອງຈີນ ທີ່ກົງກົງ. (13 ກໍລະກົດ 2017)

ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ ການ​ໃຫ້​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​ແກ່​ນັກ​ຄັດຄັດ
ຄ້ານ​ລັດຖະບານ ຫຼິວ ສ່ຽວ​ໂບ ​ໃນ​ປີ 2010 ນັ້ນ ​ເປັນ​ການ​ໝິ່ນປະໝາດ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Geng Shaung ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ
“ການ​ມອບ​ລາງວັນ ​ໃຫ້​ແກ່​ບຸກຄົນ ​ປະ​ເພດ​ນີ້ ​ແມ່ນ​ຂັດ​ກັບ​ ຈຸດປະສົງ​ ຂອງການ​ໃຫ້
​ລາງວັນ. ມັນ​ເປັນ​ການ​ໝິ່ນປະໝາດ ​ຕໍ່​ລາງວັນ​ສັນຕິພາບ.”

ທ່ານ​ຫຼິວ ນັກ​ໂທດ​ສິດທິ​ມະນຸດ ​ທີ່​ມີ​ຊື່​ສຽງ​ທີ່​ສຸດ ​ໃນ​ຈີນ ​ໄດ້​ເສຍ​ຊີວິດ ​ໃນ​ວັນ​ພະຫັດ
ວານ​ນີ້ ຮວມອາຍຸ​ໄດ້ 61 ປີ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັບ​ໂຣກມະ​ເຮັງ​ໃນ​ຕັບ ທີ່​ເຮັດ​ໃຫ້ການ
​ເສຍ​ຊີວິດ​ຂອງ​ຜູ້ກ່ຽວ ​ເປັນ​ບັນຫາ​ໂຕ້​ແຍ້​ງດັ່ງ​ດຽວ​ກັບ​ຊີວິດ​ຂອງ​ທ່ານ.

ທ່ານຫຼິວ ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​ໄດ້​ໃຊ້​ເວລາ​ໃນ​ໄລຍະ 8 ປີ
​ສຸດ​ທ້າຍ​ຂອງ​ທ່ານ ​ໃນ​ຖານະ​ນັກ​ໂທດ​ແຫ່ງ​ຈິດ​ສຳນຶກ ​ໄດ້​ເສຍ​ຊີວິດ​ທີ່​ໂຮງໝໍ ​ເມືອງ
​ເຊັນ​ຢາງ ຢູ່​ປະ​ເທດ​ຈີນ ບ່ອນ​ທີ່​ທ່ານ​ໄດ້​ຖືກ​ຍ້າຍ​ຈາກ​ຄຸກ ​ໄປ​ຮັບ​ການປິ່ນປົວ​ພະຍາ
ບານ​ ​ໃນ​ຊ່ວງ​ສຸດ​ທ້າຍ​ຂອງ​ການ​ປ່ວຍ​ຂອງ​ທ່ານ. ຫ້ອງການ​ຕຸລາການ ​ທີ່​ເມືອງ​ເຊັນ​
ຢາງໄດ້​ປະກາດກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ທ່ານ​ວ່າ ​ເປັນຍ້ອນ “ອະ​ໄວ​ຍະ​ວະ​ຫຼາຍ
ຢ່າງ​ບໍ່​ເຮັດ​ວຽກ.”

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ຈີນ ທ່ານ Terry Branstad ກ່າວ​ວ່າ “ຈີນ
​ໄດ້​ສູນ​ເສຍ​ຜູ້​ເອົາ​ບົດບາດ​ ທີ່​ເປັນ​ຕົວຢ່າງ ​ໃນ​ການ​ຍຶດໝັ້ນທາງ​ດ້ານ​ຫຼັກການຢ່າງ
​ເລິກ​ເຊິ່ງ ທີ່​ສົ​ມຄວນ​ໄດ້​ຮັບ​ການ​ເຄົາລົບ​ແລະ​ຍົກຍ້ອງ​ສັນລະ​ເສີນ​ຈາກ​ພວກ​ເຮົາ ບໍ່
​ແມ່ນ​ໂທດ​ຈຳ​ຄຸກ​ທີ່​ທ່ານ​ໄດ້​ຮັບ​ນັ້ນ.”

ຫົວໜ້າຄະນະ​ກຳມະການ​ໃຫ້​ລາງວັນ​ໂນ​ແບ​ລຂອງ​ນໍ​ເວ ກ່າວ​ວ່າ “ລັດຖະບານ​ຈີນ​
ເປັນ​ຜູ້​ຮັບຜິດຊອບ​ຢ່າງ​ໃຫຍ່​ຫຼວງ” ຕໍ່​ການ​ເສຍ​ຊີວິດ​ ຂອງ​ທ່ານ. ທ່ານນາງ Berit
Reiss-Anderssen ກ່າວຢູ່​ໃນ​ອີ​ແມ​ລ ສະບັບນຶ່ງວ່າ “ພວກ​ເຮົາ​ຮູ້ສຶກ ​ເປັນ​ທີ່​ລົບ​
ກວນ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ທ່ານຫຼິວ ສ່ຽວ​ໂບ​ບໍ່​ໄດ້​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນປົວໃນ​ບ່ອນ
​ທີ່​ທ່ານ​ສາມາດ​ໄດ້ຮັບ​ການ​ຮັກສາ​ທາງ​ດ້ານ​ການ​ແພດ​ຢ່າງ​ພຽງພໍ ກ່ອນ​ທີ່​ທ່ານ​ຈະ
​ປ່ວຍ​ໜັກ. ລັດຖະບານ​ຈີນ ມີ​ຄວາມ​ຮັບຜິດຊອບ​ຢ່າງ​ໃຫຍ່​ຫຼວງ ຕໍ່​ການ​ເສຍ​ຊີວິດ
​ກ່ອນ​ກຳນົດ​ຂອງ​ທ່ານ.”

ຈີນ​ໄດ້​ຍື່ນ​ປະ​ທ້ວງ​ຕໍ່​ເຢຍຣະມັນ ຝຣັ່ງ ສະຫະລັດ ​ແລະ​ອົງການ​ຂ້າ​ຫຼວງ​ໃຫຍ່​ດ້ານ
​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ການ​ຕ້ອງ​ຕິ ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​
ທ່ານຫຼິວ.

​ທ່ານ Geng Shaung ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໂຈມ​ຕີ “ບາງ​
ປະ​ເທດ” ທີ່​ໄດ້​ແຊກ​ແຊງ​ເຂົ້າ​ໃນ “ອະທິປະ​ໄຕ​ດ້ານ​ຕຸລາການ​ຂອງ​ຈີນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG