ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ​ກ່າວ​ວ່າ ຕ​ົນ​ຈະ​ຫຼີກ​ລ່ຽງ ຕໍ່​ການ​ຄອງ​ຄວາມ​ເປັນ​ເຈົ້າ ໃນ​ທະ​ເລ​ຈີນ​ໃຕ້ ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັນ ຈີນ​ໝາຍ​ຄວາມ​ວ່າ​ແນວນັ້ນ​ແທ້​ບໍ?


ຮູບນີ້ ທີ່​ສະ​ໜອງ​ໂດຍ An Khoun Sam Aun/ໂທ​ລະ​ພາບ​ແຫ່ງ​ຊາດ​​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ກູ​ເຈຍ (ຊ້າຍ​ເທິງ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ​ກັບ​ຈີນ ທີ່​ວັງ​ສັນຕິ​ພາບ ໃນ​ນະ​ຄອນ​ພະ​ນົມ​ເປັນ ປະ​ເທດກຳ​ປູ​ເຈຍ ເມື່ອ​ວັນ​ທີ 22 ພະຈິກ​ 2021.
ຮູບນີ້ ທີ່​ສະ​ໜອງ​ໂດຍ An Khoun Sam Aun/ໂທ​ລະ​ພາບ​ແຫ່ງ​ຊາດ​​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ກູ​ເຈຍ (ຊ້າຍ​ເທິງ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ​ກັບ​ຈີນ ທີ່​ວັງ​ສັນຕິ​ພາບ ໃນ​ນະ​ຄອນ​ພະ​ນົມ​ເປັນ ປະ​ເທດກຳ​ປູ​ເຈຍ ເມື່ອ​ວັນ​ທີ 22 ພະຈິກ​ 2021.

ການໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງປັກ​ກິ່ງ ​ໃນ​ອາ​ທິດນີ້​ວ່າ ຈະ​ຫຼີກ​ລ່ຽງ​ການ​ຄອງ​ຄວາມ​ເປັນ​ເຈົ້າ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ມີ​ຂຶ້ນ​ຊ້າ​ເກີນ​ໄປ ​ທີ່​ຈະ​ໂນ້ມ​ນ້າວ​ໃຫ້​ປະ​ເທດ​ເລັກ​ປະເທດ​ນ້ອຍ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ໃນ​ເຂດ​ນ່ານນ້ຳ​ຍຸດ​ທະ​ສາດ​ດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ມີການ​ຂະ​ຫຍາຍ​ຕົວ​ເປັນ​ເວ​ລາ​ຫຼາຍໆ​ປີ​ຂອງ​ຈີນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊາ​ນ.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ມື້​ວັນ​ຈັນ​ແລ້ວ ​ຢູ່ທີ່ກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ​ນ໌ ຄົບ​ຮອບ 30 ປີ ໃນ​ການເປັນ​ຄູ່​ຮ່ວມ​ສົນທະ​ນາ ​ລະ​ຫ​ວ່າງ​ອາ​ຊຽນກັບ​ຈີນ. ທ່ານ​ໄດ້​ກ່າວ​ຕໍ່​ພວກ​ຜູ້​ນຳ ​ຂອງ 10 ປະ​ເທ​ດ​ສະມາ​ຊິກສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ຫຼື​ອາ​ຊຽນວ່າ ປັກ​ກິ່ງ​ຈະ​ຫຼີກ​ລ່ຽງ “ການ​ຂົ່ມ​ຂູ່” ຕໍ່​ປະ​ເທດ​ເລັກ​ປະ​ເທດ​ນ້ອຍ ໃນ​ການ​ອ້າງ​ເອົາ​ກຳ​ມະ​ສິດຢູ່​ໃນ​ທະ​ເລ​ທີ່​ມີ​ພື້ນ​ທີ່​ທັງ​ໝົດ 3 ລ້ານ 5 ແສນ​ກິ​ໂລ​ແມັດ​ມົນ​ທົນ.

ຕາມ​ປົກ​ກະ​ຕິ​ແລ້ວການ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ພິ​ທີ​ຕ່າງໆ​ຂອງ​ອາ​ຊຽນ​ແມ່ນ​ເປັນ​ໜ້າ​ທີ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ ເກີ້​ຈຽງ ແຕ່​ໃນ​ເທື່ອນີ້ ທ່ານ​ສີ ຈີ້ນ​ຜິງເປັນ​ຜູ້​ກ່າວຄຳ​ປາ​ໄສ​ຕໍ່​ບັນ​ດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ແລະ​ເວົ້າ​ວ່າ “ຈີນຈະ​ບໍ່​ຊອກ​ຫາຊ່ອງ​ທາງເພື່ອ​ຄອງ​ຄວາມ​ເປັນ​ເຈົ້າ​ ໂດຍ​ຈະ​ບໍ່​ຂົ່ມ​ຂູ່​ປະ​ເທດ​ຕ່າງໆທີ່​ນ້ອຍກວ່າ” ອີງ​ຕາມ​ລາຍ​ງານ​ທີ່​ອອກ​ໃນ​ວັນ​ອັງ​ຄານ​ຜ່ານ​ມາໂດຍ​ເວັບ​ໄຊ​ໜັງ​ສື ​ພິມ​ປະ​ຊາ​ຊົນ​ລາຍ​ວັນຂອງ​ທາງ​ການ​ຈີນ.

ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ແຂ່ງ​ກັບ​ບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ ໄຕ້​ຫວັນແລະຫວຽດ​ນາມ ຢູ່​ໃນ​ທະ​ເລ ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຊຶ່ງ​ເນັ່ງ​ແຕ່​ຮົງ​ກົງໄປ​ຫາ​ເກາະ​ບໍ​ນຽວ. ລັດ​ຖະ​ບານ​ຈີນ​ໄດ້​ຖົມ​ເກາະ​ຖົມ​ດອນ ເລັກໆ ນ້ອຍໆຈຳ​ນວນ​ນຶ່ງ ຊຶ່ງ​ໃນ​ບາງ​ກໍ​ລະ​ນີ​ໄດ້​ຖືກ​ນຳ​ໃຊ້​ເພື່ອ​ການ​ທ​ະ​ຫານ ທີ່​ໄດ້​ສ້າງຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ປະ​ເທດ​ອື່ນໆ.

ກອງ​ທັບ​ເຮືອ​ ໜ່ວຍ​ຍາມ​ຝັ່ງ ຕະ​ຫຼອດ​ທັງ​ເຮືອ​ຫາ​ປາ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ຂອງຈີນ ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ໃຫ້​ແກ່​ປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ​ອື່ນໆທີ່​ມີ​ກຳລັງ​ທາງ​ທະ​ຫານ​ອ່ອນກວ່າ​ຈີນ ​ກໍ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນເຂດ​ທີ່​ມີ​ການ​ຂັດ​ແຍ້ງ​ທາງ​ທະເລ ​ເພື່ອຫາ​ປາ​ແລະຊອກ​ຄົ້ນ​ຫາ​ບໍ່ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ສຳ​ຮອງ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ສີ ຈິ້ນ​ຜິງ ໄດ້​ກໍ່​ໃຫ້​ເກີດ​ມີ​ຄວາມ​ສົງ​ໄສ​ບໍ່​ແນ​ໃຈ​ໃນ​ໝູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນ ຍ້ອນ​ພວກ​ຜູ້​ນຳ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອ​ກ​ສຽງ​ໃຕ້ ເຄີຍ​ໄດ້ຍິນ​ພາ​ສາ​ແບບນີ້​ມາ​ກ່ອນ​ແລ້ວ ອີງ​ຕາມ ​ທ່ານ​ເຈ ບາ​ຕົງ-​ບາ​ກາ​ລ ສາ​ສະ​ດາ​ຈານ​ສອນ​ກິດ​ຈະ​ການ​ທະ​ເລ​ລະ​ຫວ່າງ​ປະ​ເທດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເກ​ຊົງ​ຊີ​ຕີ້ ໃນ​ຟີ​ລິບ​ປິນ.

ບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ ແລະ​ຫວຽດ​ນາມ ເປັນ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ອາ​ຊຽນ ຊຶ່ງ​ເປັນ​ກຸ່ມ​ທີ່​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຄ້າ​ພາຍນອກ ຕະ​ຫລອດ​ທັງ​ເລື້ອງຄວາມ​ໝັ້ນ​ຄົງ ​ທີ່​ຮວມ​ທັງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້.

“ສ່ວນ​ທີ່​ເຫຼືອ​ຂອງ​ຂົງ​ເຂດ ແນ່ນອນ ຈະ​ບໍ່​ຮັບ​ເອົາ​ ມູນ​ຄ່າ​ທີ່ໄດ້​ລະ​ບຸ ​ຢູ່​ໃນ​ນັ້ນ” ສາ​ສະ​ດາ​ຈານ​ບາ​ຕົງ​ບາ​ກາ​ລ​ໄດ້​ກ່າວ ຊຶ່ງ​ອ້າງ​ອີງເປັນ​ການ​ສະ​ເພາະ​ ເຖິງ​ເຂດເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້. “ການ​ກະ​ທຳ​ຂອງ​ຈີນ​ໄດ້​ກໍ່​ໃຫ້​ເກີດ​ຄ​ວາມ​ເປັນ​ຫ່ວງເຫຼົ່າ​ນີ້ ​ທັງໆ​ທີ່ຈີນ​ເຄີຍ​ໃຫ້​ການ​ຄ້ຳ​ປະ​ກັນ​ແບບນັ້ນ​ມາ​ກ່ອນ.”

ຈີນ​ບໍ່​ມີ​ທ່າ​ທາງ​ເລີຍ​ວ່າ ຈະ​ປະ​ຖິ້ມ​ຕຳ​ແໜ່ງ​ຂອງ​ຕົນ​ຢູ່​ໃນ​ທະ​ເລ​ດັ່ງ​ກ່າວ ນັ້ນ​ຄື​ຄຳເວົ້າ​ຂອງ​ສາ​ສະ​ດາ​ຈານ​ອາ​ເລັກ​ຊານ​ເດີ ວູ​ວິ່ງ ທີ່​ສູນ​ກາງ​ການ​ສຶກ​ສາ​ດ້ານ​ຄວາມໝັ້​ນ​ຄົງ​ ໃນ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ແດ​ນຽ​ລ ເຄ. ອີ​ນຸຍ ທີ່​ລັດ​ຮາ​ວາຍ. ສາ​ສະ​ດາ​ຈານ​ວູ​ວິ່ງ​ກ່າວ​ວ່າ ທ່ານ​ສີ ຈິ້ນ​ຜິງ ໄດ້​ບອກ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ​ວ່າ ຈີນ​ຈະ​ບໍ່​ສ້າງ​ຄ້າຍ​ທະ​ຫານ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ແຕ່ກໍ​ໄດ້​ສ້າງ​ໄປ​ແລ້ວ.

ທ່ານ​ກ່າວ​ວ່​າ ຫວຽດ​ນາມ​ຈະ​ບໍ່​ເຊື່ອໝັ້ນ ໃນ​ການ​ໃຫ້​ຄວາມ​ເຫັນ​ເທື່ອ​ຫຼ້າ​ສຸດ​ຂອງ​ຈີນ ຂະ​ນະ​ທີ່​ຟີ​ລິບ​ປິນແລະ​ອິນ​ໂດ​ເນ​ເຊຍ​ຈະ​ມອງ​ເບິ່ງວ່າ​ເປັນ​ທີ່​ໜ້າ​ສົງ​ໄສ. ອິນໂດ​ເນ​ເຊຍ​ບໍ່​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ແຂ່ງ​ກັບ​ຈີນ​ກ່ຽວ​ກັບ​ເກາະ​ດອນ​ຕ່າງໆ ແຕ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ບໍ່​ລົງ​ລອຍ​ກັນ​ໃນ​ເລື້ອງ​ເສັ້​ນ​ທາງ​ເດີນ​ເຮືອ.

ຫວຽດ​ນາມ​ໄດ້​ຜິດ​ຖຽງ​ກັນ​ກັບ​ຈີນ ກ່ຽວ​ກັບ​ໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້ງ​ມາ​ແຕ່​ຊຸມ​ປີ 1970 ຊຶ່ງ​ໄດ້​ນຳ​ໄປ​ສູ່​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ ​ໃນ​ປີ 1974 ແລະ 1988. ທັງ​ມາ​ເລ​ເຊຍ ແລະ​ຟີ​ລິບ​ປິນ​ຕ່າງ​ກໍ​ໄດ້​ອອກ​ປາກ​ອອກ​ສຽງໃນ​ຮອບ​ປີ​ທີ່​ຜ່ານ​ມາ.

ໃນ​ຕົ້ນ​ເດືອນນີ້ ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີນ ໄດ້​ຕັນ​ທາງ​ບໍ່​ໃຫ້​ເຮືອ​ສົ່ງ​ສຳ​ພາ​ລະ​ຂອງ​ຟີ​ລິບ​ປິນ ເດີນ​ທາງ​ໄປ​ຍັງເກາະທໍ​ມັ​ສ​ ​ຊຶ່ງ​ເປັນ​ເກາະ​ຫີນ​ປະ​ກາ​ລັງ​ນ້ອຍໆແລະ​ກໍສີດ​ນ້ຳ​ເຂົ້າ​ໃສ່​ເຮືອ​ສົ່ງ​ສຳ​ພາ​ລະ​ຂອງ​ຟີ​ລິບ​ປິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG