ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສົ່ງດາວທຽມ ຂອງຈີນ ຈະຊ່ວຍຄວບຄຸມ ທະເລຈີນໃຕ້ ທີ່ຍັງມີການຂັດແຍ້ງ


ຈະຫລວດລອງມາກສ໌-7 ນຳເອົາຍານລຳລຽງຕຽນຊູ-1 ທະຍານຂຶ້ນຈາກຖານສົ່ງ ໃນເມືອງເວັນຈັງ ແຂວງໄຮນັງ ປະເທດຈີນ.
ຈະຫລວດລອງມາກສ໌-7 ນຳເອົາຍານລຳລຽງຕຽນຊູ-1 ທະຍານຂຶ້ນຈາກຖານສົ່ງ ໃນເມືອງເວັນຈັງ ແຂວງໄຮນັງ ປະເທດຈີນ.

ແຂວງນຶ່ງຂອງຈີນ ມີແຜນການທີ່ຈະສົ່ງດາວທຽມ 10 ໜ່ວຍຂຶ້ນສູ່ວົງໂຄຈອນ ເພື່ອຄວບ
ຄຸມເຂດທະເລທີ່ຍັງມີການຂັດແຍ້ງກັນຢ່າງໃຫຍ່ເລີ້ມແຕ່ປີໜ້ານີ້ເປັນຕົ້ນໄປ ຊຶ່ງຈະຊ່ວຍ
ຈີນໃນການຊອກຄົ້ນຫາແຫຼ່ງຊັບພະຍາກອນທຳມະຊາດທີ່ສຳຄັນແລະເອົາມາດຕະການ
ຕອບໂຕ້ຢ່າງວ່ອງໄວ ກ່ຽວກັບການເຄື່ອນໄຫວຂອງກຳປັ່ນຕ່າງປະເທດໂດຍຈະເສີມຂະ
ຫຍາຍຄວາມສາມາດຂອງຈີນ ໃນການເປັນຜູ້ນຳ ຕໍ່ລັດຖະບານຂອງອີກ 5 ປະເທດ ໃນ
ເອເຊຍ.

ສະຖາບັນກວດກາການເຄື່ອນໄຫວຈາກໄລຍະໄກຊານຢາງ ຂອງແຂວງເກາະໄຮນັງຕັ້ງ
ໃຈທີ່ຈະສົ່ງດາວທຽມຈຳນວນດັ່ງກ່າວ ຂຶ້ນສູ່ວົງໂຄຈອນ ເລີ້ມແຕ່ປີ​ 2019​ ຫາ 2021 ອີງ
ຕາມລາຍງານຂ່າວຂອງອົງການຊິນຫົວ ໃນເດືອນທັນວາຜ່ານມານີ້. ຊີນຫົວເວົ້າວ່າ ການ
ສົ່ງດາວທຽມທີ່ວ່ານີ້ຈະຊ່ວຍກວດກາການເຄື່ອນໄຫວໃນໄລຍະໄກຢູ່ໃນບໍລິເວນທີ່ມີການ
ຂັດແຍ້ງຂອງທະເລຈີນໃຕ້ແລະຖ່າຍຕະຫລອດເວລາ 24 ຊົ່ວໂມງ.

ເກາະໄຮນັງ ປະເທດຈີນ.
ເກາະໄຮນັງ ປະເທດຈີນ.

ພວກນັກວິເຄາະເວົ້າວ່າຈີນຫວັງວ່າໃນທີ່ສຸດຕົນກໍຈະພົບແຫຼ່ງຫາປາທີ່ສຳຄັນຕ່າງໆຢູ່
ໃນທະເລຈີນໃຕ້ທີ່ກວ້າງ3 ລ້ານ 5 ແສນກິໂລແມັດມົນທົນ ກ່ອນທີ່ປະເທດອື່ນໆຈະຄົ້ນ
ພົບ. ນອກນັ້ນ ພວກນັກວິເຄາະຍັງສະເໜີແນະວ່າຈີນຍັງອາດສາມາດນຳໃຊ້ດາວທຽມ
ເຫຼົ່ານີ້ເພື່ອກວດກາແລະຕິດຕາມຢ່າງວ່ອງໄວເບິ່ງວ່າປະເທດອື່ນໆເຮັດຫຍັງຢູ່ໃນທະ
ເລດັ່ງກ່າວ. ການຊ່ວຍເຫຼືອທາງທະຫານກໍ ອາດແມ່ນຄວາມເປັນໄປໄດ້ໃນອີກດ້ານນຶ່ງ.
ຈີນໄດ້ອ້າງເອົາກຳມະສິດປະມານ 90 ເປີເຊັນຂອງທະເລຈີນໃຕ້ ໂດຍອີງຕາມການບັນ
ທຶກທາງປະຫວັດສາດ.

ການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້
ການອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້

​ບຣູນາຍ ມາເລເຊຍ ຫວຽດນາມ ອິນໂດເນເຊຍ ແລະຟີລິບປິນ ກໍໄດ້ອ້າງກຳມະສິດເອົາ
ບາງເຂດຂອງທະເລຈີນໃຕ້ຊຶ່ງເຮັດໃຫ້ປະເທດເຫຼົ່ານີ້ເກີດການຂັດແຍ້ງກັບຈີນ. ບັນດາ
ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ມີຄວາມບໍ່ໄວ້ໃຈຫຼາຍຂຶ້ນຕໍ່ຈີນ ຊຶ່ງເປັນປະ
ເທດອ້າງກຳມະສິດທີ່ມີຄວາມກ້າວໜ້າທີ່ສຸດທາງດ້ານເທັກໂນໂລຈີ ແລະດ້ານທະຫານ
ນັບແຕ່ປີ 2010 ເປັນຕົ້ນມາເວລາຈີນເລີ້ມຖົມເກາະດອນຕ່າງໆເພື່ອຈຸດປະສົງທາງ
ທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG