ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​​ໄປ​ຢ້ຽມ​ຢາມ​ຊາ​ອຸ​ດີ ອາ​ຣາ​ເບຍ ຂອງ​ທ່ານ​ສີ ແມ່ນເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ ກັບ​ບັນ​ດາ​ປະ​ເທດ​ອາ​ຣັບ ໃນ​ເຂດ​ອ່າວ​ເປີ​ເຊຍ


​ຮູບ​​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ອົງ​ການ​ຂ່າວ SPA ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ແດງ​ໃຫ້​ເຫັນ ທ່ານ​ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ຖືກ​ຕ້ອນ​ຮັບ ​ໂດຍ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຊາ​ອຸ​ດີ ເຈົ້າ​ຊາຍ​ໄຟ​ຊາ​ລ ບິນ ຟາ​ຮານ ແລະ​ເຈົ້າ​ແຂວງໆ​ຣິ​ຢາດ ທີ່​ສະ​ໜາມ​ບິນ​ກະ​ສັດ​ຄາ​ລີດ ​ວັນ​ທີ 7 ທັນ​ວາ 2022.
​ຮູບ​​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ອົງ​ການ​ຂ່າວ SPA ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ແດງ​ໃຫ້​ເຫັນ ທ່ານ​ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ຖືກ​ຕ້ອນ​ຮັບ ​ໂດຍ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຊາ​ອຸ​ດີ ເຈົ້າ​ຊາຍ​ໄຟ​ຊາ​ລ ບິນ ຟາ​ຮານ ແລະ​ເຈົ້າ​ແຂວງໆ​ຣິ​ຢາດ ທີ່​ສະ​ໜາມ​ບິນ​ກະ​ສັດ​ຄາ​ລີດ ​ວັນ​ທີ 7 ທັນ​ວາ 2022.

ຜູ້​ນຳ​ຂອງ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ເຖິງ​ຊາ​ອຸ​ດີ ອາ​ຣາ​ເບຍ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ບັນ​ດາ​ປະ​ເທດ​ອາ​ຣັບ​ໃນ​ເຂດ​ອ່າວ​ເປີ​ເຊຍ ທີ່​ມີ​ຄວາມ​ສຳ​ຄັນໃນ​ການ​ສະ​ໜອງ​ພະ​ລັງ​ງານ​ໃຫ້​ແກ່​ປະ​ເທດ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ປັກ​ກິ່ງ​ພະ​ຍາຍາມ​ທີ່​ຈະ​ຟື້ນ​ຟູ​ເສດ​ຖະ​ກິດ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ຈຳ​ກັດ​ຮັດ​ແຄບ ​ເພື່ອ​ຄວບ​ຄຸມ​ໄວ​ຣັ​ສ​ໂຄ​ໂຣ​ນາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທຸງ​ຊາດ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ​ຈີນ ໄດ້​ປິວ​ສະ​ບັດ ​ໃນ​ວັນ​ພຸດ​ວານນີ້ ທີ່​ນະ​ຄອນ​ຫຼວງ​ຣິ​ຢາດ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ຂະ​ນະ​ທີ່​ທ່ານ​ສີ ເດີນ​ທາງ​ໄປ​ເຖິງ.

ບັນ​ດາ​ປະ​ເທດ​ອາ​ຣັບ​ ໃນ​ເຂດ​ອ່າວ​ເປີ​ເຊຍ ພວມ​ພະ​ຍາ​ຍາມຫາ​ທາງທີ່​ຈະ​ປັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ຄືນ​ໃໝ່ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ຫັນ​ຄວາມ​ສົນ​ໃຈ​ໄປ​ຍັງເຂດ​ອື່ນ​ຂອງ​ໂລກ.

ສົງ​ຄາມ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ແລະ​ການ​ເອົາ​ທ່າ​ທີ​ທີ່​ແຂງ​ຂັນ​ຫຼາຍ​ຂຶ້ນ​ ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່​ມົ​ສ​ກູ ຍັງ​ໄດ້​ປ່ອຍ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຣັບ ຕ້ອງ​ການ​ຢາກ​ມີ​ຄວາມ​ສຳ​ພັນ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ​ກັບ​ຈີນ.

DUBAI, United Arab Emirates (AP) — Chinese leader Xi Jinping has arrived in Saudi Arabia to attend meetings with oil-rich Gulf Arab nations crucial to his country's energy supplies as Beijing tries to revive an economy battered by strict coronavirus measures. Saudi and Chinese flags flew on Wednesday in Riyadh, the Saudi capital, as he arrived. Gulf Arab states are trying to recalibrate their foreign policy as the United States turns its attention to elsewhere in the world. Russia's war on Ukraine — and the West's hardening stance on Moscow — also has left the Arab states wanting to cement ties with China.

XS
SM
MD
LG