ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປັ່ນທ່ອງທ່ຽວລໍາທໍາອິດ ທີ່ສ້າງຂຶ້ນພາຍໃນປະເທດຂອງຈີນ ເລີ້ມການເດີນທາງຄັ້ງທໍາອິດ


ກໍາປັ່ນທ່ອງທ່ຽວລໍາທໍາອິດຂອງຈີນ ທີ່ຖືກສ້າງຂຶ້ນພາຍໃນປະເທດເອງ, ກໍາປັ່ນ Adora Magic City, ຖືກຈັດການລ່ອງເຮືອຄັ້ງທໍາອິດໃນນະຄອນຊຽງໄຮ, ວັນທີ 1 ມັງກອນ ປີ 2024.
ກໍາປັ່ນທ່ອງທ່ຽວລໍາທໍາອິດຂອງຈີນ ທີ່ຖືກສ້າງຂຶ້ນພາຍໃນປະເທດເອງ, ກໍາປັ່ນ Adora Magic City, ຖືກຈັດການລ່ອງເຮືອຄັ້ງທໍາອິດໃນນະຄອນຊຽງໄຮ, ວັນທີ 1 ມັງກອນ ປີ 2024.

ກໍາປັ່ນທ່ອງທ່ຽວ​ລຳ​ທຳ​ອິດ​ທີ່​ສ້າງ​ຂຶ້ນ​ພາຍ​ໃນ​ປະ​ເທດ​ຂອງ​ຈີນ ​ໄດ້​ອອກ​ເດີນ​ທາງ​ຈາກ​ນະຄອນ​ຊຽງ​ໄ​ຮ້ ​ໃນ​ວັນ​ຈັນ​ວານ​ນີ້, ອັນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວໜ້າ​ຂອງ​ປະ​ເທດກ່ຽວກັບການ​ກໍ່ສ້າງ​ທີ່​ທັນ​ສະ​ໄໝ ​ໃນ​ຂະນະ​ທີ່​ພວກເຂົາ​ສະ​ແຫວ​ງຫາ​ການ​ກຸ້ມ​ຕົນ​ເອງ ​ໃນ​ດ້ານ​ເຕັກ​ໂນ​ໂລຈີ​ທີ່​ສຳຄັນ, ອີງຕາມລາຍງານຂອງອົງການຂ່າວ AFP.

ກໍາປັ່ນ Adora Magic City ໄດ້ອອກຈາກທ່າກໍາປັ່ນ ໃນການເດີນທາງ​ເພື່ອການຄ້າຄັ້ງທໍາອິດ ໃນຕອນບ່າຍວານນີ້, ໂດຍຈະໄປຍັງ ເກົາຫລີໃຕ້ ແລະ ຍີ່ປຸ່ນ.

ກໍາປັ່ນດັ່ງກ່າວ ປະກອບດ້ວຍຫ້ອງພິເສດ ແລະຮ້ານອາຫານໝໍ້ຮ້ອນ (ສໍາລັບຈຸ່ມ), ກໍາປັ່ນທ່ອງທ່ຽວທີ່ຫຼູຫຼາດັ່ງກ່າວນີ້ ແມ່ນແນເປົ້າໝາຍໃສ່ຄົນຊັ້ນກາງທີ່ກໍາລັງຂະຫຍາຍໂຕຂອງຈີນ ແລະຄວາມຕ້ອງການດ້ານອາຫານຂອງພວກເຂົາເຈົ້າ ສໍາລັບການເດີນທາງລະຫວ່າງປະເທດ.

ອົງການຂ່າວຂອງລັດຖະບານ ໄດ້ກ່າວຍ້ອງຍຕໍ່ກໍາປັ່ນທ່ອງທ່ຽວຂະໜາດໃຫຍ່ 16 ຊັ້ນວ່າ ເປັນ "ຂີດໝາຍອັນສໍາຄັນ ສໍາລັບອຸດສາຫະກໍາການກໍ່ສ້າງກໍາປັ່ນຂອງປະເທດ" ແລະ “ເປັນໄຊຊະນະອັນຍິ່ງໃຫຍ່ຫຼາຍ.”

ການກໍ່ສ້າງຂອງພວກເຂົາ ໄດ້​ມີ​ການ​ຊັກຊ້າຍ້ອນການແຜ່ລະບາດຂອງພະຍາດ COVID-19, ອີງຕາມລາຍງານການລົງທະບຽນຂອງ Lloyd ຫຼື LR, ເຊິ່ງໃຫ້ບໍລິການກໍາປັ່ນທາງທະເລ.

China's first domestically built cruise ship set sail on its maiden voyage from Shanghai on Monday, a sign of the nation's growing prowess in sophisticated construction as it seeks self-sufficiency in key technologies.

The Adora Magic City left port on its first commercial cruise late afternoon, en route to South Korea and Japan.

Equipped with a mahjong lounge and hotpot restaurant, the luxury vessel is aimed squarely at China's expanding middle class and their appetite for international travel.

State media have hailed the 16-deck behemoth as a "major milestone for the country's shipbuilding industry" and a "crown jewel."

Its construction was delayed by the COVID-19 pandemic, according to Lloyd's Register (LR), which provided marine services for the ship.

XS
SM
MD
LG