ບັນດານັກວິເຄາະກ່າວວ່າ ພວກເຈົ້າໜ້າທີ່ຈີນກຳລັງຫັນເອົານ້ຳ ໃນປະລິມານຫຼວງຫຼາຍໄປໃຊ້ໃນທາງອື່ນ ຈາກລະບົບເຂື່ອນໃນແມ່ນ້ຳຂອງຕອນເທິງທີ່ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ທັງຫຼາຍກຳລັງປະສົບກັບຄວາມແຫ້ງແລ້ງໃນລະຫວ່າງລະດູການກະສິກຳທີ່ສຳຄັນທີ່ສຸດ ແລະຈຶ່ງຫັນໄປຫາປະ ເທດມະຫາອຳນາດອື່ນໆ ເພື່ອຂໍຄວາມຊ່ອຍເຫຼືອ.
ສິບເອັດເຂື່ອນຂອງຈີນຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ກໍບໍ່ຫົວຊານຳຂົງເຂດແມ່ນ້ຳຂອງຕອນລຸ່ມໂດຍສ່ວຍໃຫຍ່ ທີ່ມີປະຊາກອນ 60 ລ້ານຄົນ ແລ້ວປ່ອຍໃຫ້ແຫ້ງແລ້ງມາຕັ້ງແຕ່ປີ 2019 ອີງຕາມຂໍ້ມູນຈາກສູນກາງສຕິມຊັນ ໃນນະຄອນຫຼວງວໍຊິງຕັນ. ບັນດາປະເທດທີ່ໄດ້ຮັບຜົນກະທົບມີ ກຳປູເຈຍ ລາວ ໄທ ແລະຫວຽດນາມ ໂດຍຈະບໍ່ຄ່ອຍມີການຕໍ່ວ່າຕໍ່ຂານເລີຍ ເພາະວ່າພວກເຂົາເຈົ້າເປັນປະເທດທີ່ນ້ອຍກວ່າຈີນ ແລະຍ້ອນສາຍສຳພັນລະຫວ່າງບັນດາຜູ້ນຳບາງຄົນໃນປະເທດດັ່ງກ່າວກັບປັກກິ່ງນັ້ນ ອີງຕາມການກ່າວຂອງບັນດານັກວິເຄາະ.
ພວກເຈົ້າໜ້າທີ່ປະຈຳເຂື່ອນຂອງຈີນຕາມປົກກະຕິແລ້ວ ກ່ອນໜ້າເຫດການຫັນ ປ່ຽນທິດທາງຂອງນ້ຳ ແຕ່ຊ້ຳຜັດເພີ້ມກະແສນ້ຳນັ້ນ ພວກເຂົາກໍຈະແຈ້ງກັບບັນ ດາເຈົ້າໜ້າທີ່ຂອງປະເທດເອເຊຍຕາເວັນອອກສຽງໃຕ້ໃຫ້ຊາບ ເພື່ອສ້າງພາບພົດທີ່ດີ ອີງຕາມທ່ານທິຕິນັນ ພົງສຸດທີ່ຣັກ ອາຈານລັດຖະສາດຢູ່ທີ່ມະຫາວິທະ ຍາໄລຈຸລາລົງກອນ ໃນບາງກອກ ທີ່ໄດ້ກ່າວໄປ. ພວກເຂົາເຈົ້າໄດ້ປ່ຽນທິດທາງນ້ຳເພື່ອຊົນລະປະທານແລະການນຳໃຊ້ພະລັງໄຟຟ້າ ຢູ່ພາຍໃນປະເທດ.
ທ່ານທິຕິນັນ ກ່າວວ່າ “ມັນເປັນທີ່ຈະແຈ້ງແທ້ໆເລີຍວ່າ ພວກຊາວຈີນກຳລັງນຳໃຊ້ເຂື່ອນທັງຫຼາຍ ເພື່ອເປັນອຳນາດຕໍ່ລອງດ້ານການເມືອງ” ໝາຍຄວາມວ່າ ພວກເຂົາເຈົ້າເພີ້ມປະລິມານນ້ຳແລ້ວປ່ອຍມັນໃນເວລາທີ່ພວກເຂົາຢາກປັບປຸງສາຍສຳພັນ ກັບບັນດາປະເທດທີ່ຢູ່ຕອນລຸ່ມຂອງແມ່ນ້ຳ.
ທ່ານກ່າວອີກວ່າ “ໃນລະດູການທີ່ລະດັບນໍ້າຕ່ຳ ກໍຄືລະດູແລ້ງ ແນ່ນອນອັນນີ້ເປັນການທ້າທາຍທີ່ສຸດ ສຳລັບບັນດາປະເທດທີ່ຢູ່ລຸ່ມແມ່ນ້ຳ.”
ປັກກິ່ງເລີ້ມແບ່ງປັນຂໍ້ມູນຂອງແມ່ນ້ຳຂອງຕອນເທິງ ໃນເດືອນພະຈິກຜ່ານມາ ໂດຍຜ່ານລະບົບທາງອອນລາຍທີ່ຕົນໄດ້ຈັດຕັ້ງຂຶ້ນເພື່ອສະໜອງ “ການພະຍາ ກອນທີ່ເຊື່ອຖືໄດ້ ແລະເປັນການບໍລິການແຈ້ງເຕືອນລ່ວງໜ້າ” ຕໍ່ໄພນ້ຳຖ້ວມ ແລະແຫ້ງແລ້ງ ອີງຕາມເວັບໄຊ້ຂ່າວຂອງ ໂກລໂບລ ໄທມສ໌ (Global Times) ທີ່ຄວບຄຸມໂດຍທາງການຈີນ ທີ່ໄດ້ກ່າວໄປໃນເດືອນທັນວາປີກາຍນີ້. ລາຍງານກ່າວວ່າ ລາວ ມຽນມາ ໄທ ຫວຽດນາມ ແລະກຳປູເຈຍ ສາມາດຮັບຂໍ້ມູນໄດ້ຈາກສະຖານີອຸທົກກະສາດສອງແຫ່ງຂອງຈີນ ຢູ່ໃນເຂດອ່າງແມ່ນ້ຳຂອງຕອນເທິງ.
ຫາກແຕ່ ບັນດານັກຊ່ຽວຊານ ເຊື່ອວ່າ ເປັນຄວາມພະຍາຍາມທີ່ບ່າຍບ່ຽງຄວາມສົນໃຈໄປຈາກບັນຫາທັງຫຼາຍທີ່ຈີນໄດ້ກໍ່ຂຶ້ນ ໂດຍອັນທີ່ສູນກາງສຕິມຊັນ ເອີ້ນວ່າ “ການກັກເກັບນ້ຳໄວ້” ກໍຄືການເກັບເອົາໄວ້ຢູ່ຕົ້ນນ້ຳ ກ່ອນທີ່ມັນຈະໄຫຼຜ່ານ ເຂດເອເຊຍຕາເວັນອອກສຽງໃຕ້ ລົງໄປສູ່ທະເລ.