ລິ້ງ ສຳຫລັບເຂົ້າຫາ

ໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ຂອງຈີນ ແມ່ນເພື່ອຫວັງຜົນກໍາໄລ ບໍ່ແມ່ນ ເພື່ອການພັດທະນາ, ອີງຕາມຜົນຂອງການຄົ້ນຄວ້າ


ແມ່ຍິງຄົນນຶ່ງກໍາລັງເບິ່ງໂທລະສັບມືຖືຂອງຕົນຢູ່ຂ້າງພົສເຕີທີ່ມີຮູບໂຄງການນຶ່ງແລວທາງນຶ່ງເສັ້ນທາງ (Belt and Road) ຢູ່ທີ່ນະຄອນ Colombo ຂອງສຣີ ລັງກາ ຢູ່ໃນງານຕະຫລາດນັດການຄ້າ ແລະການບໍລິການສາກົນ ທີ່ຈັດຂຶ້ນໃນນະຄອນຫລວງປັກກິ່ງຂອງຈີນ, ວັນທີ 28 ພຶດສະພາ, 2019

ບົດລາຍງານສະບັບໃໝ່ກ່ຽວກັບໂຄງການພັດທະນາສາກົນຂອງຈີນທີ່ລິເລີ່ມລະຫວ່າງປີ 2000 ແລະ 2017 ສະແດງໃຫ້ເຫັນວ່າ ການໃຫ້ເງິນກູ້ຢືມໃນອັດຕາດອກເບ້ຍສູງຈາກທະນາຄານທີ່ສະໜັບສະໜູນ ໂດຍລັດຖະບານຈີນເຮັດໃຫ້ປະເທດຕ່າງໆໃນທົ່ວໂລກທີ່ກໍາລັງພັດທະນາສ່ວນໃຫຍ່ ປະສົບກັບຄວາມຫຍຸ້ງຍາກພາຍໃຕ້ໜີ້ສິນທີ່ໜັກໜ່ວງ, ແມ່ນແຕ່ໂຄງການພັດທະນາທີ່ເງິນກູ້ເຫລົ່ານັ້ນເປັນຜູ້ໃຫ້ທຶນກໍຍັງປະເຊີນກັບບັນຫາໃຫຍ່ຫລາຍໃນການຈັດຕັ້ງປະຕິບັດ. ບົວສະຫວັນມີລາຍງານເລື້ອງນີ້ຈາກ Rob Garver ມາສະເໜີທ່ານໃນ ອັນດັບຕໍ່ໄປ.

ການສຶກສາຄົ້ນຄວ້າທີ່ດໍາເນີນໂດຍເອດດາຕາ (AidData) ຊຶ່ງເປັນຫ້ອງທົດລອງຄົ້ນຄ້ວາຢູ່ທີ່ວິທະຍາໄລວິລລຽມ ແລະແມຣີ ຫລື William & Mary ໃນລັດເວີຈີເນຍ ໄດ້ໃຫ້ພາບທີ່ຊັດເຈນກວ່າ ເທົ່າທີ່ເຄີຍມີມາກ່ອນ ໃນຂອບເຂດທີ່ຈີນໄດ້ລົງທຶນຄັງສໍາຮອງເງິນຕາຕ່າງປະເທດຂອງຕົນຢ່າງຫຼວງຫຼາຍໃນການໃຫ້ເງິນກູ້ຢືມແກ່ປະເທດທີ່ກໍາລັງພັດທະນາ. (https://www.aiddata.org/publications/banking-on-the-belt-and-road)

ຕ່າງຈາກເງິນທຶນທີ່ສະໜອງໃຫ້ໂດຍລັດຖະບານປະເທດຕາເວັນຕົກ, ເງິນກູ້ເຫຼົ່ານັ້ນໄດ້ຖືກອອກແບບມາກ່ອນໝູ່ໝົດແລະສຳຄັນທີ່ສຸດ ແມ່ນເພື່ອສ້າງຜົນກຳໄລໃຫ້ກັບຈີນ, ອີງຕາມ ທ່ານແບຣດ ພາກສ໌ (Brad Parks), ຜູ້ອຳນວຍການຝ່າຍບໍລິຫານຂອງ AidData.

ນັບແຕ່ປີ 2000 ເປັນຕົ້ນມາ, ບັນດາປະເທດໃນອົງການຮ່ວມມືແລະພັດທະນາ ເສດຖະກິດ ຫລື OECD ເກືອບທຸກປະເທດໄດ້ກ້າວໄປສູ່ການສະໜອງທຶນຊ່ວຍເຫຼືອລ້າ ແລະເງິນກູ້ດອກເບ້ຍຕໍ່າ ໃຫ້ແກ່ປະເທດກຳລັງພັດທະນາ.

ການສຶກສາຄົ້ນນີ້ພົບວ່າໃນ 165 ປະເທດ ທີ່ຈີນໃຫ້ກູ້ຢືມເງິນເພື່ອການພັດທະນາຕັ້ງແຕ່ປີ 2000 ເປັນຕົ້ນມານັ້ນ ປັດຈຸບັນມີ 42 ປະເທດທີ່ເປັນໜີ້ຈີນເທົ່າກັບຫຼືຫຼາຍກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນຫລື GDP.

ໃນຊຸມປີມໍ່ໆມານີ້, ການຂັບເຄື່ອນເພື່ອຫາຜົນກໍາໄລນັ້ນ ໄດ້ເຮັດໃຫ້ຫຼາຍປະເທດທີ່ມີຄວາມກະຕືລືລົ້ນຢາກກູ້ຢືມເງິນຈາກຈີນໃນເບື້ອງຕົ້ນ ແມ່ນໄດ້ເປັນໜີ້ ຈີນຫຼາຍກວ່າທີ່ເຂົາເຈົ້າໄດ້ຄາດຄິດໄວ້.

ນັບຕັ້ງແຕ່ມີການປາກົດຕົວຂຶ້ນຂອງໂຄງການລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງຂອງຈີນໃນປີ 2013 ເປັນຕົ້ນມາ, ການປະຕິບັດໃນການໃຫ້ກູ້ຢືມເງິນຂອງຈີນໄດ້ມີການປ່ຽນແປງ. ເງິນກູ້ທີ່ເຄີຍຈ່າຍໂດຍກົງໄປໃຫ້ລັດຖະບານຕ່າງປະເທດໄດ້ຖືກແບ່ງໃຫ້ບໍລິສັດຕ່າງໆຂອງລັດ, ທະນາຄານຂອງລັດ, ບໍລິສັດຮຸ້ນສ່ວນລົງທຶນຮ່ວມ ແລະຜູ້ກູ້ຢືມອື່ນໆແທນ. ມີບັນດາປະເທດຈໍານວນນຶ່ງປະເຊີນໜ້າກັບພາລະໜີ້ສິນສູງຕໍ່ຈີນ.

ອີງຕາມການສຶກສາຄົ້ນຄວ້າ, ລາວ, ອັງໂກລາ, ກຽກກິສຖານ, ຈີບູຕີ, ຊູຣີນາມ, ມາລດິບ, ຄອງໂກ ແລະ ກີເນຍເອກົວເຕີຣຽລ ລ້ວນແລ້ວແຕ່ເປັນໜີ້ຈີນເກີນກວ່າ 30 ເປີເຊັນຂອງ GDP ທັງໝົດ.

ທ່ານພາກສ໌ (Parks) ກ່າວວ່າ ການຄົ້ນຄ້ວາຂອງກຸ່ມຂອງທ່ານຄວນເຮັດໃຫ້ຄວາມເຊື່ອກັນຢ່າງກວ້າງຂວາງວ່າ ຈີນມີເຈດຕະນາສ້າງ “ກັບດັກໜີ້” ສຳລັບໃຫ້ປະເທດທີ່ທຸກຍາກຕິດ. ສົມມຸດຖານໃນເລື້ອງກັບດັກໜີ້ໄດ້ຊີ້ໃຫ້ເຫັນວ່າຈີນກໍາລັງໃຫ້ເງິນກູ້ຢືມຢູ່ທັ້ງໆທີ່ຕົນເອງຮູ້ດີວ່າ ຜູ້ກູ້ຢືມເງິນນັ້ນຈະບໍ່ສາມາດຊໍາລະໜີ້ຄືນໄດ້ ເພື່ອຈະໃຫ້ໄດ້ຮັບການສະໜັບສະໜຸນທາງການທູດຈາກລັດຖະບານຂອງປະເທດທີ່ເປັນໜີ້, ຫຼື ພຽງແຕ່ຍຶດເອົາໂຄງການພື້ນຖານໂຄງລ່າງທີ່ສໍາຄັນທີ່ຍັງບໍ່ທັນໄດ້ຊໍາລະ ຢ່າງງ່າຍໆ ເທົ່ານັ້ນກໍໄດ້.

ທ່ານພາກສ໌ (Parks) ກ່າວວ່າ“ ມັນເປັນການຍາກທີ່ສຸດທີ່ຈະເຫັນປັກກິ່ງຄໍ້າປະກັນຊັບສິນ ທີ່ບໍ່ສາມາດຂາຍອອກເປັນເງິນສົດໄດ້ງ່າຍ. “ເຂົາເຈົ້າມີຄວາມສະຫລາດກວ່ານັ້ນ. ສິ່ງທີ່ເຂົາເຈົ້າມັກເຮັດກໍຄືການຄໍ້າປະກັນເງິນສົດ, ຊັບສິນສະພາບຄ່ອງຢ່າງເຕັມທີ່ທີ່ຍຶດໄດ້ ແລະເອົາໄປໄດ້.”

ການຈັດການໃນເລື້ອງຊຳລະໜີ້ແບບນຶ່ງທີ່ມັກເຮັດທີ່ກ່ຽວຂ້ອງກັບສັນຍາການຈັດສົ່ງຊັບພະຍາກອນທຳມະຊາດຂອງປະເທດນັ້ນ. ໃນຂະນະທີ່ຈີນອອກເງິນກູ້ໃຫ້ຢູ່ນັ້ນ ປັກກິ່ງຈະຈັດສັນຍາສໍາລັບການຊື້ຊັບພະຍາກອນທີ່ຜະລິດໂດຍປະເທດເຈົ້າພາບໄປພ້ອມໆກັນເລີຍ. ຢ່າງໃດກໍ່ຕາມ, ເມື່ອມັນເຖິງເວລາສົ່ງຊັບພະຍາກອນແລ້ວ ປັກກິ່ງກໍຈະ "ຈ່າຍ" ຄ່າຊັບພະຍາກອນນັ້ນ ໂດຍໂອນເງິນເຂົ້າບັນຊີທີ່ຕົນເອງຄວບຄຸມ, ແລະນໍາໃຊ້ເງິນເຫຼົ່ານັ້ນໄປເປັນການຊໍາລະເງິນກູ້ ທີ່ຮອດກໍານົດຈ່າຍນັ້ນເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງຄວາມເຫັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG