ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນຂັ້ນສູງ ສຫລ ກ່າວວ່າ ງົບປະມານລວມ ດ້ານການທະຫານ ຂອງຈີນ ແລະຣັດເຊຍ ເກີນກວ່າງົບປະມານ ໃຊ້ຈ່າຍຂອງສະຫະລັດ


ບັນດາທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ລຽນແຖວກັນ ໃນລະຫວ່າງພິທີເດີນສວນສະໜາມ ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ, ໃນນະຄອນຫຼວງປັກກິ່ງ, ວັນທີ 1 ຕຸລາ 2019.
ບັນດາທະຫານຂອງກອງທັບປົດປ່ອຍປະຊາຊົນຈີນ ລຽນແຖວກັນ ໃນລະຫວ່າງພິທີເດີນສວນສະໜາມ ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີ ຂອງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນ, ໃນນະຄອນຫຼວງປັກກິ່ງ, ວັນທີ 1 ຕຸລາ 2019.

ງົບປະມານໃຊ້ຈ່າຍ ໃນດ້ານການປ້ອງກັນປະເທດຂອງຈີນແລະຣັດເຊຍ ລວມເຂົ້າກັນແລ້ວ ຈະເກີນກວ່າງົບປະມານໃຊ້ຈ່າຍດ້ານການປ້ອງກັນປະເທດຂອງສະຫະລັດເມື່ອໄດ້ມີການປັບໃສ່ອຳນາດໃນຊື້ ອີງຕາມເຈົ້າໜ້າທີ່ລະດັບສູງຂອງກອງທັບສະຫະລັດ ຊຶ່ງອຳນວຍໃຫ້ຈີນ ໂດຍສະເພາະ ຫລຸດຜ່ອນຊ່ອງຫວ່າງໃນດ້ານຄວາມອາດສາມາດ ໃນການສະແຫວງຫາເພື່ອຈະເປັນມະຫາອຳນາດທາງດ້ານການທະຫານຂອງໂລກ ພາຍໃນກາງສັດຕະວັດນີ້.

“ລວມເຂົ້າກັນແລ້ວ ງົບປະມານຂອງຣັດເຊຍແລະຈີນ ເກີນກວ່າງົບປະມານຂອງພວກເຮົາ ຖ້າຫາກໝົດທຸກຢ່າງແມ່ນວາງອອກມາ” ປະທານກອງ​ເສນາ​ທິການ​ຮ່ວມ​ຂອງກອງທັບສະຫະລັດ ນາຍພົນ ມາຣຄ໌ ມີລລີ ທີ່ໄດ້ກ່າວຕໍ່ບັນດາສະມາຊິກສະພາ ໃນວັນພະຫັດວານນີ້ ໃນລະຫວ່າງການໃຫ້ການຕໍ່ໜ້າຄະນະກຳມະການກອງທັບຂອງສະພາສູງ. ທ່ານໄດ້ເອີ້ນແນວໂນ້ມການໃຊ້ຈ່າຍທີ່ເພີ້ມຂຶ້ນຂອງຈີນນັ້ນ ວ່າ “ໜ້າເປັນຫ່ວງ.”

ຈີນແລະຣັດເຊຍ ເປັນຄູ່ແຂ່ງທີ່ໃຫຍ່ທີ່ສຸດຂອງກອງທັບສະຫະລັດ. ລັດຖະມົນຕີກະຊວງປ້ອງກັນປະເທດ ຈາກທ່ານຈິມ ແມັດຕິສ ໄປຫາທ່ານລອຍດ໌ ອອສຕິນ ກໍໄດ້ລະບຸວ່າ ຈີນ ແມ່ນ “ສິ່ງທ້າທາຍ ທີ່ເພີ້ມຄວາມຮ້າຍແຮງຂຶ້ນ” ສຳລັບກອງ ທັບສະຫະລັດ.

ສະມາຊິກສະພາສູງ ທ່ານຈິມ ອິນຮັອຟ ສະມາຊິກຂອງຄະນະກຳມະການກອງ ທັບຂອງສະພາສູງ ໄດ້ຂຽນໃນບົດຄວາມເຫັນເມື່ອບໍ່ດົນມານີ້ ວ່າ ງົບປະມານດ້ານການປ້ອງກັນປະເທດຂອງຈີນ ແມ່ນ 604 ພັນລ້ານໂດລາ ເມື່ອໄດ້ຖືກປັບໃສ່ອຳນາດການຊື້ ແລະງົບປະມານດ້ານການປ້ອງກັນປະເທດຂອງຣັດເຊຍແມ່ນປະມານ 200 ພັນລ້ານໂດລາ ຫຼັງຈາກໄດ້ມີການປັບແລ້ວ.

ລິ້ງກ່ຽວກັບບົດຄວາມເຫັນຂອງທ່ານຈິມ ອິນຮັອຟ:

https://www.realcleardefense.com/articles/2021/05/03/combined_china_and_russian_defense_spending_exceeds_us_defense_budget_775323.html#:~:text=Simply%20put%3A%20China's%20approximate%20%24604,defense%20budget%20of%20%24741%20billion

ຊ່ອງຫວ່າງດັ່ງກ່າວນັ້ນ ເຄີຍມີຢູ່ ເມື່ອສອງຫຼືສາມທົດສະວັດຜ່ານມາ ລະຫວ່າງ ຄວາມອາດສາມາດຂອງສະຫະລັດ ແລະຄວາມອາດສາມາດດ້ານການທະຫານຂອງຈີນ ໄດ້ຫຍັບໃກ້ເຂົ້າມາ ອີງຕາມບັນດາເຈົ້າໜ້າທີ່.

ທ່ານອິນຮັອຟ ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ຈາກລັດໂອກລາໂຮມາ ໄດ້ກ່າວວ່າ “ພວກເຮົາໄດ້ຂໍໃຫ້ກອງທັບຂອງພວກເຮົາ ເຮັດໜ້າທີ່ຫຼາຍຂຶ້ນຕື່ມ ດ້ວຍເງິນພຽງໜ້ອຍດຽວ ມາໄດ້ດົນນານແລ້ວ.”

ສ່ວນສະມາຊິກສະພາສູງສັງກັດພັກຣີພັບບລີກັນຈາກລັດມິສສິສສິບປີ ທ່ານຣໍເຈີ ວິກເກີ ໄດ້ກ່າວຕື່ມວ່າ “ມັນແມ່ນພັນທະຂອງພວກເຮົາ ທີ່ຈະປ້ອງກັນປະເທດນີ້ ແລະງົບປະມານທີ່ໄດ້ສະເໜີມານີ້ ຈະເຮັດເຊັ່ນນັ້ນບໍ່ໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG