ທັງພັນລະຍາແລະເພື່ອນຝູງຂອງ ນາຍ Ai Weiwei
ເວົ້າວ່າ ພວກເຂົາເຈົ້າແມ່ນບໍ່ໄດ້ຮັບຂ່າວຫຍັງເລີຍຈາກ
ນັກແຕ້ມຊື່ສຽງດັງຂອງຈີນຫຼັງຈາກທີ່ເຈົ້າໜ້າທີ່ໄດ້ຈັບ
ລາວໄປຂະນະທີ່ລາວກໍລັງຈະຂຶ້ນເຮືອບິນຢູ່ທີ່ສະໜາມ
ບິນໃນກຸງປັກກິງ ໃນວັນອາທິດວານນີ້.
ນາງ Lu Qing ພັນລະຍານາຍ Ai ໄດ້ບອກກັບພວກ
ນັກຂ່າວໃນວັນຈັນວັນນີ້ວ່າ ຕໍາຫລວດບໍ່ໄດ້ການອະທິບາຍ
ຫຍັງໝົດກ່ຽວກັບການຈັບກຸມຂອງນາຍ Ai ຕອນທີ່ພວກ
ເຂົາເຈົ້າເຂົ້າໄປກວດຄົ້ນເຮືອນຂອງຜູ້ກ່ຽວແລະໄດ້ຂົນເອົາ
ເຄື່ອງຄອມພິວເຕີແລະອຸບປະກອນຕ່າງໆໄປໃນຕອນແລງ
ຂອງມື້ກ່ອນ.
ຕໍາຫລວດໄດ້ບຸກເຂົ້າໄປກວດຄົ້ນຫ້ອງ studio ຂອງນາຍ Ai ທີ່ກຸງປັກກິງ ແລະໄດ້ຈັບ
ພວກຜູ້ຊ່ວຍຂອງລາວ 8 ຄົນໄປສອບປາກຄຳ. ພວກຜູ້ຊ່ວຍເຫຼົ່ານີ້ໄດ້ກັບຄືນໄປເຮັດວຽກ
ຄືນອີກໃນວັນຈັນວັນນີ້ ແຕ່ກ່າວວ່າພວກເຂົາເຈົ້າບໍ່ໄດ້ຮັບຂ່າວຫຍັງເລີຍກ່ຽວກັບສະພາບ
ຂອງນາຍ Ai ຫຼືວ່າລາວຢູ່ໃສນັ້ນ.
ນາຍ Ai ແມ່ນນຶ່ງໃນພວກນັກແຕ້ມສະໄໝໃໝ່ ທີ່ມີຊື່ສຽງໂດງດັງສຸດໃນຈີນແລະ
ເຄີຍໄດ້ສະແດງຜົນງານຂອງຜູ້ກ່ຽວມາແລ້ວທີ່ຫ້ອງສະແດງຮູບ Tate Modern gallery
ໃນກຸງລອນດອນ. ນາຍ Ai ຍັງເປັນຜູ້ມີບົດບາດສໍາຄັນໃນການອອກແບບສະໜາມກິລາ
ຮູບຊົງຮັງນົກທີ່ເປັນສັນຍາລັກຂອງກິລາໂອລິມປິກ ປີ 2008 ທີ່ກຸງປັກກິງນັ້ນນໍາ.
ແຕ່ຂະນະດຽວກັນລາວຍັງເປັນຜູ້ຕ້ອງຕິນະໂຍບາຍຂອງລັດຖະບານຈີນເລື້ອຍໆເຊັ່ນກັນ.
ໃນການສື່ສານທາງສັງຄົມ Twitter ໃນບັນຊີຂອງຜູ້ກ່ຽວທີ່ມີຜູ້ຄົນເຂົ້າອ່ານຢ່າງຫຼວງຫຼາຍນັ້ນ
ລາວໃຫ້ຂໍ້ສັງເກດວ່າໄດ້ການຈັບກຸມພວກຄັດຄ້ານລັດຖະບານເພີ່ມຂຶ້ນແລະພວກເຈົ້າໜ້າທີ່
ພວມຊອກຫາຊ່ອງທາງປ້ອງກັນ ບໍ່ໃຫ້ເກີດຄວາມວຸ້ນວາຍທີ່ໄດ້ຮັບແຮງກະຕຸກຊຸກຍູ້ຈາກການ
ກໍ່ກະບົດລຸກຮືຂຶ້ນໃນທົ່ວພາກຕະເວັນອອກກາງນັ້ນ.