ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນລາຍງານ ມີການເຄື່ອນໄຫວ ເພີ້ມຂຶ້ນ ຂອງເຮືອບິນທະຫານ ສະຫະລັດ ຢູ່ໃກ້ຝັ່ງທະເລ ຂອງຕົນ


ທະເລຈີນໃຕ້ ທີ່ຈີນອ້າງເອົາກຳມະສິດ.
ທະເລຈີນໃຕ້ ທີ່ຈີນອ້າງເອົາກຳມະສິດ.

ບັນດານັກວິເຄາະກ່າວວ່າ ມີລາຍງານກ່ຽວກັບການສົ່ງເຮືອບິນທະຫານຂອງສະຫະລັດ
ບິນໄປປະຕິບັດງານເພີ້ມຂຶ້ນ ຢູ່ໃນເຂດທະເລໃກ້ໆກັບປະເທດຈີນ ຊຶ່ງເປັນການສະທ້ອນ
ໃຫ້ເຫັນ ເຖິງການປະຕິບັດງານເພື່ອເຂົ້າໃຈ ແລະສະກັດກັ້ນການຂະຫຍາຍອິດທິພົນ
ຂອງຈີນ ຢູ່ໃນເຂດນ່ານນໍ້າ ທີ່ເປັນບັນຫາໂຕ້ແຍ້ງກັນ ນັ້ນ.

ບັນດາເຮືອບິນສັງເກດການທະຫານຂອງສະຫະລັດ ໄດ້ບິນຢູ່ນອກຝັ່ງທະເລຈີນ 60 ເທື່ອ
ໃນເດືອນກັນຍາ ຫຼາຍກວ່າໃນເດືອນກໍລະກົດ ແລະເດືອນສິງຫາ ອີງ ຕາມເວັບໄຊຂອງ
ອົງການຄົ້ນຄວ້າ ຂໍ້ລິເລີ້ມສະຖານະການຍຸດທະສາດໃນທະເລ ຈີນໃຕ້ທີ່ເຈາະເລິກ ຂອງລັດຖະບານຈີນ.

ເວລາວີໂອເອຕິດຕໍ່ໄປຫາ ພັນຕີກອງທັບບົກສະຫະລັດ ທ່ານແຣນດີ ເຣດີ ໂຄ ສົກກອງບັນ
ຊາການອິນໂດ-ປາຊິຟິກ ພຽງແຕ່ເວົ້າວ່າ ການບິນຢູ່ເປັນປະຈຳໃກ້ ກັບຈີນ ແມ່ນມີຢູ່ຢ່າງ
ສະໝໍ່າສະເໝີຕະຫຼອດມາ.

ເວັບໄຊຂອງອົງການດັ່ງກ່າວເວົ້າວ່າ ຖ້ຽວບິນສ່ວນໃຫຍ່ ແມ່ນບິນສັງເກດການຢູ່ໃນທະເລ
ຈີນໃຕ້. ປັກກິ່ງໄດ້ອ້າງເອົາກຳມະສິດຂອງຕົນ ຢູ່ໃນທະເລ ທີ່ອຸດົມສົມ ບູນໄປດ້ວຍຊັບພະ
ຍາກອນທຳມະຊາດ 3 ລ້ານ 5 ແສນຕາລາງໄມກິໂລແມັດ ແຂ່ງກັບບັນດາລັດຖະບານເອ
ເຊຍອື່ນໆຫ້າປະເທດ ແລະ ລັດຖະມົນຕີຕ່າງປະ ເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້
ກ່າວໃນເດືອນກໍລະກົດນີ້ວ່າ ວໍຊິງຕັນ ຈະໃຫ້ການຊ່ວຍເຫຼືອແກ່ບັນດາປະເທດອື່ນໆເພື່ອ
ຕ້ານຢັນການຂະຫຍາຍອິດທິ ພົນຂອງຈີນ.

ການບິນປະຕິບັດງານທາງອາກາດຂອງສະຫະລັດ ຈະໜູນຫຼັງຕໍ່ການຊີ້ນຳຂອງ ທ່ານພອມ
ພຽວ ນັ້ນຄືຄຳເວົ້າຂອງທ່ານຊອນ ຄິງ ຮອງປະທານທີ່ປືກສາຍຸດທະ ສາດການເມືອງພາກຄ໌
ທີ່ນະຄອນນິວຢອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG