ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປີດເຜີຍຂໍ້ມູນ ກ່ຽວກັບ ກໍລະນີໄວຣັສໂຄໂຣນາ ທີ່ບໍ່ສະແດງອາການ


ປະຊາຊົນນຸ່ງຊຸດປ້ອງກັນ ຢູ່ປ່າຊ້າ ບຽນດານຊານ ໃນເມືອງ ວູຮານ ແຂວງ ຮູເບ. 1 ເມສາ, 2020.
ປະຊາຊົນນຸ່ງຊຸດປ້ອງກັນ ຢູ່ປ່າຊ້າ ບຽນດານຊານ ໃນເມືອງ ວູຮານ ແຂວງ ຮູເບ. 1 ເມສາ, 2020.

ຄະນະກຳມາທິການສຸຂະພາບແຫ່ງຊາດຂອງ ຈີນ ໄດ້ປະກາດໃນວັນພຸດມື້ນີ້ວ່າ ເຂົາເຈົ້າມີກໍລະນີໄວຣັສໂຄໂຣນາທີ່ບໍ່ສະແດງອາການຫຼາຍກວ່າ 13,000 ກໍລະນີ, ເຊິ່ງເປັນຄັ້ງທຳອິດ ທີ່ເຂົາເຈົ້າໄດ້ຍອມຮັບກໍລະນີຕ່າງໆຂອງຄົນທີ່ຖືກກວດ ເປັນຜົນບວກສຳລັບໄວຣັສ ແຕ່ບໍ່ສະແດງອາການ.

ຢູ່ກອງປະຊຸມລາຍງານໃນ ປັກກິ່ງ, ໂຄສົກຄະນະກຳມາທິການ, ທ່ານ ມີ ເຟັງ ໄດ້ກ່າວວ່າ ກໍລະນີທີ່ບໍ່ສະແດງອາການ 1,367 ກໍລະນີ ແມ່ນຢູ່ພາຍໃຕ້ການກັກກວດໂຣກ ແລະ ການຕິດຕາມທາງ ການແພດ.

ຄະນະກຳມາທິການດັ່ງກ່າວໄດ້ເວົ້າໃນວັນອັງຄານວານນີ້ວ່າ ເຂົາເຈົ້າຈະເລີ່ມ ເປີດເຜີຍຕົວເລກ ກ່ຽວກັບ ກໍລະນີທີ່ບໍ່ສະແດງອາການໃນການຕອບສະໜອງ ຕໍ່ “ຄວາມເປັນຫ່ວງໃນສາທາລະນະ” ກ່ຽວກັບ ຕົວເລກທີ່ວ່ານັ້ນ.

ອົງການຂ່າວ ຝຣັ່ງ AFP ໄດ້ລາຍງານວ່າມີການຮຽກຮ້ອງທາງອອນໄລນ໌ສຳ ລັບ ຄະນະກຳມາທິ ການສຸຂະພາບແຫ່ງຊາດຈີນ ໃຫ້ເປີດເຜີຍຂໍ້ມູນ ຫຼັງຈາກມີ ລາຍງານວ່າ ແມ່ຍິງຄົນນຶ່ງໃນແຂວງ ເຮີນານ ໄດ້ສຳພັດກັບສາມກໍລະນີທີ່ບໍ່ສະ ແດງອາການ.

ໃນຂະນະທີ່ປະຊາຊົນສ່ວນນຶ່ງທີ່ໄດ້ຕິດແປດກັບໄວຣັສ ແຕ່ບໍ່ໄດ້ສະແດງອາ ການແມ່ນຍັງບໍ່ເປັນທີ່ຮູ້ຈັກໃນເວລານີ້, ບັນດານັກວິທະຍາສາດເວົ້າວ່າ “ຜູ້ ນຳພາເຊື້ອໂຣກ” ທີ່ວ່ານີ້ແມ່ນຍັງສາມາດສົ່ງຕໍ່ COVID-19 ໃຫ້ຄົນອື່ນ ຜູ້ ທີ່ໃນທີ່ສຸດຈະເປັນໄຂ້ນັ້ນ.

ສຳລັບປະຊາຊົນສ່ວນຫຼາຍ, ໄວຣັສໂຄໂຣນາສາຍພັນໃໝ່ຈະເຮັດໃຫ້ມີອາກາດ ເບົາໆ ຫຼື ປານ ກາງ, ເຊັ່ນເປັນໄຂ້ ແລະ ໄອ ທີ່ຈະຫາຍໄປພາຍໃນສອງ ຫາ ສາມອາທິດ. ແຕ່ໄວຣັສດັ່ງກ່າວແມ່ນຍັງສາມາດນຳໄປສູ່ອາການ ທີ່ຮ້າຍແຮງ ກວ່ານັ້ນ ແລະ ແມ່ນກະທັ້ງເສຍຊີວິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG