ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສົ່ງຕໍາຫລວດອອກຍາມ ຕາມຫລາຍຫົວເມືອງເພື່ອ ປາບປາມການປະທ້ວງ


ຊາວຈີນພາກັນລຸກຮືຂື້ນປະທ້ວງ
ຊາວຈີນພາກັນລຸກຮືຂື້ນປະທ້ວງ

ໃນວັນອາທິດມື້ນີ້ ພວກຕໍາຫລວດຈີນໄດ້ຖືກສົ່ງອອກໄປ
ປະຕິບັດການຢ່າງ​ເຕັມ​ກໍາລັງ ຢູ່​ໃນຫລາຍໆຫົວເມືອງ
ຂອງຈີນ ເພື່ອຮັບມືກັບການຮຽກຮ້ອງທາງ​ອິນ​ເຕີແນັຕ
ໂດຍເວັບໄຊ້ຂອງພວກຊາວຈີນຢູ່ໃນຕ່າງປະເທດ ທີ່​ຊັກ
ຊວນ​ໃຫ້​ຊາວ​ຈີ​ນພາຍ​ໃນ​ປະ​ເທດ ພາກັນລຽນແບບ
ການປະທ້ວງເພື່ອປະຊາທິປະໄຕ ດັ່ງດຽວກັບທີ່ກໍາລັງ
ເກີດຂື້ນຢູ່ທົ່ວຂົງເຂດຕາເວັນອອກ ໃນເວລານີ້.

ພວກຕໍາຫລວດ ໃນແລະນອກເຄຶ່ອງແບບ ໄດ້ຖືກສົ່ງ
ອອກໄປປະຕິບັດການ ໃນນະຄອນຫລວງປັກກິ່ງ ແລະ
ເມືອງຊຽງໄຮ້ ເພື່ອຍັບຍັ້ງການເຄຶ່ອນໄຫວຂອງ ພວກຫາເລາະຊື້ເຄຶ່ອງທັງຫລາຍ ແລະ
ປ້ອງກັນບໍ່ໃຫ້ພວກຄົນໂຮມຊຸມນຸມກັນ.

ພວກຜູ້ສື່ຂ່າວຊາວຕ່າງປະເທດຫລາຍໆຄົນ ຖືກທໍາຮ້າຍ​ຮ່າງ​ກາຍ. ແລະ ພວກຜູ້ສື່ຂ່າວ
ຈາກແຫລ່ງອື່ນໆ ເຊັ່ນ ຈາກຂ່າວວີໂອເອ ໄດ້ຖືກກັກຕົວ ພ້ອມກັບຖືກຍຶດບົດຂຽນຂ່າວ
ບັນທຶກສຽງ ແລະ ຮູບຖ່າຍຂອງ​ເຂົາເຈົ້າ ນັ້ນນໍາ.

ເວລານີ້ ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ຜູ້ໃດຢູ່ເບຶ້ອງຫລັງການຮຽກຮ້ອງໃຫ້​ທໍາ​ການປະ
ທ້ວງນີ້. ລັດຖະບານໄດ້ສະກັດກັ້ນປ້າຍປະກາດທາງເວບໄຊ້ ແລະການສົ່ງຂໍ້ຄວາມທາງ
ໂທລະສັບ ທີ່ອ້າງເຖິງ “ການປະຕິວັດດອກມະລິ” ທີ່ໄດ້ເລີ່ມຂື້ນໃນປະເທດຕູນີເຊຍນັ້ນ.

XS
SM
MD
LG