ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ສ້າງທາງລົດໄຟຄວາມໄວສູງ ຈະ​ເປັນ ການລົງທຶນທີ່ຄຸ້ມຄ່າ ຕາມ​ຄຳ​ເຫັນຂອງ​ຫລາຍ​​ຄົນໃນ​ລາວ


ທ່ານ​ບຸນ​ຍັງ ວໍ​ລະ​ຈິດ, ປະ​ທານ​ປະ​ເທດ​ລາວ ຈັບ​ມື​ກັບ ປະ​ທານ​ປະ​ເທດ​ສີ ຈິນ​ຜິງ​ຂອງ​ຈີນ
ທ່ານ​ບຸນ​ຍັງ ວໍ​ລະ​ຈິດ, ປະ​ທານ​ປະ​ເທດ​ລາວ ຈັບ​ມື​ກັບ ປະ​ທານ​ປະ​ເທດ​ສີ ຈິນ​ຜິງ​ຂອງ​ຈີນ

ໃນ​ຂະ​ນະ​ທີ່​ກຳ​ລັງ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຢູ່ນີ້ລາວ ກໍໄດ້​ກາຍ​ເປັນ​ຂອດ​ນຶ່ງຢູ່​ໃນ​ແລວ​ເສ​ດ​ຖະ​ກິດ​ເຂດ​ໃຕ້ຂອງ​ໂຄງ​ການ “​ນຶ່ງ​ແລວ​ທາງ, ນຶ່ງ​ເສັ້ນ​ທາງ” ຫລື “One Belt, One Road”. ຍ້ອນວ່າ ລາວ​ຂາດ​ທັງ​ທຶນ​ຮອນ ແລະ​ເທັກ​ໂນ​ໂລ​ຈີ ຈຶ່ງ​ໄດ້​ເພິ່ງ​ພາ​ອາ​ໄສ​ຈີນ​ໂດຍ​ເກືອບ​ໝົດ​ທຸກ​ຢ່າງ​ໃນ​ການສ້າງ​ທາງ​ລົດ​ໄຟ​ອັນ​ເປັນ​ປະຫ​ວັດ​ສາດນີ້. ​ສະ​ນັ້ນ ​ມີ​ຄົນ​ລາວ​ບາງ​ຄົນ​ກໍ​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ຫລວງ​ຫລາຍຕໍ່​ສະ​ພາບ​ໜີ້​ສິນ​ຂອງ​ລາວ​ທີ່​ສູງ​ຢູ່​ແລ້ວ ແຕ່​ກໍ​ມີ​ອີກຫລາຍ​ຄົນ​ເຊື່ອ​ກັນ​ວ່າຜົນປະ​ໂຫຍດ​ທາງ​ເສດ​ຖະ​ກິດທີ່​ລາວ​ຈະ​ໄດ້​ນັ້ນ ມັນ​ຫລວງຫລາຍ ກວ່າຜົນ​ເສຍ​. ​ບົວ​ສະ​ຫວັນ​ຈະ​ນຳ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ:

ປັກ​ກິ່ງໄດ້​ພະ​ຍາ​ຍາມ​ສົ່ງ​ເສີມ​ໃຫ້​ໂລກ​ມີ​ການ​ເຊື່ອມ​ຕໍ່​ໃສ່​ກັນ​ຫລາຍ​ຂຶ້ນໂດຍການ​ສ້າງ​ເຄືອ​ຂ່າຍພື້ນ​ຖານໂຄ​ງລ່າງ​ທີ່ທັງ​ເປັນ​ລັ​ກ​ຊະ​ນະ​ວັດ​ຖຸຈັບ​ຕ້ອງ​ໄດ້ເຊັ່ນ​ຖະ​ໜົນ, ທາງ​ລົດ​ໄຟ ແລະ​ອື່ນໆ ແລະ​ໂຄ​ງ​ລ່າງໃນດ້ານດີ​ຈິ​ຕອນເຊັ່ນ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ມະ​ນາ​ຄົມ ໂດຍ​ໃຊ້ທຶນຮອນ​ຂອງ​ຈີນເປັນສ່ວນ​ໃຫຍ່. ນັບ​ແຕ່​ໄດ້​ມີ​ການ​ລິ​ເລີ້ມ​ຂຶ້ນ​ມາ ໃນ​ປີ 2013 “ໂຄງ​ການ​ນຶ່ງ​ແລວ​ທາງ, ນຶ່ງ​ເສັ້ນ​ທາງ” ຫລື “One Belt, One Road” ຫລືເອີ້ນ​ອີກ​ຊື່​ນຶ່ງວ່າ​ໂຄງ​ການ​ເສດ​ຖະ​ກິດ​ສາຍ​ໄໝ ກໍ​ໄດ້ ມີ 126 ປະ​ເທດ ແລະ 29 ອົງ​ການ​ສາ​ກົນ​ເຊັນ​ຮັບ​ຮອງ​ສະ​ໜັບ​ສະ​ໜຸນ​ໂຄງ​ການ​ດັ່ງ​ກ່າວນີ້​ແລ້ວ ແລະ ສ​ປ​ປ ລາວກໍ​ເປັນ​ປະ​ເທດ​ນຶ່ງທີ່​ມີ​ສ່ວນ​ຮ່ວມ ​ຢູ່​ໃນ​ໂຄງ​ການນີ້ເຊັ່ນ​ກັນ. ​ການ​ເຊື່ອມ​ໂຍງ​ທີ່​ວ່ານີ້ຈະ​ກວາມເອົາ​ທະ​ວີບ​ເອ​ເຊຍ, ຢູ​ໂຣບ, ອາ​ຟ​ຣິ​ກາ, ອາ​ເມ​ລິ​ກາ​ລາ​ຕິນ ແລະເຂດ​ໃຕ້​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ແລະ​ອາດ​ລວມ​ທັງເຂດ​ມະ​ຫາ​ສະ​ໝຸດ​ອາກ​ຕິກຢູ່​ຂົ້ວ​ໂລກ​ເໜືອ​ນັ້ນ​ກໍ​ເປັນ​ໄດ້.

ຊາຍ​ຄົນ​ນຶ່ງ​ຢື​ຢູ່​ໃກ້ພາບ​ເສັ້ນ​ທາງ​ສາຍ​ໄໝ​ຂອງ​ຈີນ​ໃນ​ສະ​ໄໝ​ດຶກ​ດຳ​ບັນທີ່​ແຕ້​ມ​ໃສ່​ຝາຢູ່​ໃນ​ພາກ​ສ່ວນ​ນຶ່ງ​ຂອງ​ສະ​ຖານ​ທີ່​ຂອງກອງປະ​ຊຸມໂຄ​ງ​ກາ​ນຶ່ງ ແລວ​ທາງ, ນຶ່ງ​ເສັ້ນ​ທາງໃນ​ວັນ​ທີ 26 ເມ​ສາ 2019
ຊາຍ​ຄົນ​ນຶ່ງ​ຢື​ຢູ່​ໃກ້ພາບ​ເສັ້ນ​ທາງ​ສາຍ​ໄໝ​ຂອງ​ຈີນ​ໃນ​ສະ​ໄໝ​ດຶກ​ດຳ​ບັນທີ່​ແຕ້​ມ​ໃສ່​ຝາຢູ່​ໃນ​ພາກ​ສ່ວນ​ນຶ່ງ​ຂອງ​ສະ​ຖານ​ທີ່​ຂອງກອງປະ​ຊຸມໂຄ​ງ​ກາ​ນຶ່ງ ແລວ​ທາງ, ນຶ່ງ​ເສັ້ນ​ທາງໃນ​ວັນ​ທີ 26 ເມ​ສາ 2019

ສຳ​ລັບ​ພື້ນ​ຖານ​ໂຄງ​ລ່າງ​ທີ່ເປັນ​ວັດ​ຖຸທີ່​ມີ​ມູນ​ຄ່າ​ຫລາຍ​ພັນ​ຕື້​ໂດ​ລານັ້ນ ກໍ​ເນັ້ນ​ໃສ່​ການ​ສ້າງ​ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ຜ່ານ​ທະ​ວີບ​ເອ​ເຊຍ ຕໍ່​ໃສ່​ຢູ​ໂຣບ ຊຶ່ງໄດ້​ແບ່ງ​ອອກ​ເປັນ​ຫລາຍ​ທ່ອນ ຫລື​ຫ​ລາຍ​ສ່ວນ. ​ທ່ອນ​ທີ່​ຕໍ່​ຈາກ​ຈີນ​ໄປ​ຫາແຫລມ​ອິນ​ດູ​ຈີນ ຊຶ່ງ​ລວມ​ມີ​ລາວ, ຫວຽດ​ນາມ ແລະ​ກຳ​ປູ​ເຈຍ ຜ່ານ​ໄທ​ໄປ​ຮອດ​ສິງ​ກະ​ໂປ ແມ່ນ​ແລວ​ເສ​ດ​ຖະ​ກິດ​ເຂດ​ໃຕ້​ຂອງ​ໂຄງ​ການນີ້ ຊຶ່ງຫລາຍ​ຄົນຄາດ​ກັນ​ວ່າ ຈະ​ນຳ​ເອົາຜົນປະ​ໂຫຍດ​ທາງ​ເສດ​ຖະ​ກິດອັນ​ຫລວງ​ຫລາຍ ​ມາ​ໃຫ້​ປະ​ເທດ​ທີ່​ເຂົ້າ​ຮ່ວມ.

ແຜນ​ທີ່​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄຟ​ສູງ​ໃນ​ລາວ
ແຜນ​ທີ່​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄຟ​ສູງ​ໃນ​ລາວ

ໃນຂະ​ນະ​ທີ່ກອງ​ປະ​ຊຸມຄັ້ງ​ທີ 2 ຂອງ​ໂຄງ​ການ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຫລື Belt & Road Initiative Forum ​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ວັນ ແຕ່​ວັນ​ທີ 25 ວັນ​ທີ 27 ເມ​ສາຜ່ານ​ມານີ້ ທາງວີ​ໂອ​ເອ​ ​ກໍໄດ້ສຳ​ພາດ​ປະ​ຊາ​ຊົນ​ລາວ​ສາມ​ທ່ານ ທີ່​ຢູ່​ໃນທັງ​ພາກ​ລັດ ແລະ​ເອ​ກະ​ຊົນ ທີ່ມີ​ຄວາມ​ສົນ​ໃຈຕິດ​ຕາມ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນເປັນ​ພິ​ເສດ. ດັ່ງ​ທີ່​ໄດ້​ອອກ​ຂ່າວ​ໄປ​ໃນ​ອາ​ທິດ​ຜ່ານ​ມາທ່ານ ສຸ​ພົດ​ ມະ​ນີ​ຄົງ ຜູ້​ທີ່​ເຫັນ​ດີ​ກັບ​ໂຄງ​ການນີ້​ຫລາຍ​ທີ່​ສຸດ​ບອກ​ວ່າ ເມື່ອໃດ​ເສັ້ນ​ທາງ​ລົດ​ໄຟ ​ທີ່​ມີ​ຄວາມ​ຍາວ 421 ກິ​ໂລ​ແມັດທີ່​ເນັ່ງ​ຈາກ​ຊາຍ​ແດນ​ລາວ-ຈີນໄ​ປ​ຫາ​ໄທ​ນີ້ສ້າງ​ສຳ​ເລັດ ມັນຈະ​ຊ່ວຍ​ປ່ຽນສະ​ພາບ​ຂອງລາວ ​ໃຫ້ກາຍ​ເປັນ​ຈຸດ​ເຊື່ອມ​ຕໍ່​ທາງ​ບົກຂອງ​ປະ​ເທດ​ຕ່າງໆ ​ໃນ​ພາກ​ພື້ນ, ຊຶ່ງຕາມ​ຄວາມ​ຄິດ​ຂອງ​ຫລາຍຄົນໃນລາວ​ກໍ​ເຫັນ​ວ່າມັນຈະນຳເອົາ​ຄວາມ​ສະ​ດວກ​ໃນ​ການ​ຂົນ​ສົ່ງມາ​ໃຫ້​ລາວ. ເນື່ອງ​ຈາກລາວເຮົາ​ມີ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄ​ງລ່າງ ທີ່​ຈະ​ເຮັດ​ໃຫ້ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ທາງ​ບົກ​ກັບ​ພາກ​ພື້ນ ແລະ​ສາ​ກົນແບບນີ້ມາ​ໄດ້​ສອງ​ທົດ​ສະ​ວັດ​ແລ້ວແຕ່ບໍ່​ມີ​ທຶນ​ຮອນ. ສະ​ນັ້ນເມື່ອ​ໄດ້​ຮັບເງິນກູ້​ຢືມ​ ແລະເທັກ​ໂນ​ໂລ​ຈີຈາກ​ຈີນມາ​ສ້າງ​ລົດ​ໄຟ​ຄວາມ​ໄວ​ສູງກໍ​ນັບ​ວ່າເປັນ​ໂອ​ກາດ​ດີ​ ທີ່ລາວ​ເຮົາ​ຈະໄດ້​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງທີ່​ທັນ​ສະ​ໄໝ ແລະ​ມີ​ປະ​ສິດ​ທິ​ພາບ​ ຊຶ່ງເປັນ​ຈຸດດຶງ​ດູດໃຫ້ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​.

ປະ​ທານ​ປະ​ເທດ​ສີ ຈິນ​ຜິງ​ຂອງ​ຈີນ​ກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເປີດກອງ​ປະ​ຊຸມຄັ້ງກ່ຽວກ​ັບ ໂຄງ​ການ​ "ນຶ່ງແລວ​ທາງ, ນຶ່ງ​ເສັ້ນ​ທາງ" ເພື່ອ​ການ​ຮ່ວມ​ມື​ສາ​ກົນ ຫລື BRF ຢູ່​ນະ​ຄອນ​ປັກ​ກິ່ງ, ວັນ​ທີ 26 ເມ​ສາ, 2019
ປະ​ທານ​ປະ​ເທດ​ສີ ຈິນ​ຜິງ​ຂອງ​ຈີນ​ກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເປີດກອງ​ປະ​ຊຸມຄັ້ງກ່ຽວກ​ັບ ໂຄງ​ການ​ "ນຶ່ງແລວ​ທາງ, ນຶ່ງ​ເສັ້ນ​ທາງ" ເພື່ອ​ການ​ຮ່ວມ​ມື​ສາ​ກົນ ຫລື BRF ຢູ່​ນະ​ຄອນ​ປັກ​ກິ່ງ, ວັນ​ທີ 26 ເມ​ສາ, 2019

ແຕ່ໃນ​ດ້ານ​ນຶ່ງກໍ​ຍັງ​ມີ​ເລື່ອງ​ທີ່​ບາງ​ຄົນ​ໃນ​ປະ​ຊາ​ຄົມສາ​ກົນ ແລະ​ໃນ​ລາວ​ຍັງ​ມີ​ຄຳ​ຖາມ​ຢູ່​ວ່າ​ການ​ສ້າງທາງລົດ​ໄຟທີ່​ມີ​ມູນ​ຄ່າ 6 ຕື້​ໂດ​ລາ​ດັ່ງ​ກ່າວ ໂດຍ​ທີ່​ມີ​ລັດ​ຖະ​ບານ​ຈີນລົງ​ທຶນ 70 ເປີ​ເຊັນ ແລະ​ລາວ​ຮັບ​ຜິດ​ຊອບ​ກູ້​ຢືມ​ເງິນ 30 ເປີ​ເຊັນ ຊຶ່ງເງິນ​ກູ້ນັ້ນ ສ່ວນ​ໃ​ຫຍ່​ກໍ​ແມ່ນ​ຢືມ​ມາ​ຈາກ​ທະ​ນາ​ຄານ​ຂອງ​ຈີນ ມັນ​ຈະ​ຄຸ້ມ​ຄ່າ​ບໍ່? ອີງ​ຕາມ​ວາ​ລະ​ສານ Diplomat ທີ່​ຕັ້ງ​ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນແລ້ວ ນະ​ໂຍ​ບາຍ​ການ​ເງິນແບບນີ້ຂອງ​ຈີນເອີ້ນ​ວ່າ “debt diplomacy,” ຫລື​ “ໜີ້ສິນທາງການ​ທູດ​” ໝາຍເຖິງປະ​ເທດ​ທີ່​ມີ​ໜີ້​ສິນ​ອັນ​ຫລວງ​ຫລາຍ​ຢູ່​ແລ້ວນັ້ນ “ເປັນ​ໜີ້” ​ໜັກເພີ້ມ​ຂຶ້ນ​ໄປ​ອີກ ຊຶ່ງ​ເຮັດ​ໃຫ້ມີ​ຄວາມ​ສ່ຽງ ທີ່​ຈະໃຊ້ແທນ​ຄືນ​ໄດ້​ຍາກ ດັ່ງ​ທີ່​ເຫັນ​ໃນ​ກໍ​ລະ​ນີຂອງປະ​ເທດ​ເວ​ເນ​ຊູ​ເອ​ລາທີ່​ເປັນ​ໜີ້​ຈີນເຖິງ 20 ຕື້​ໂດ​ລາເປັນ​ຕົ້ນ. ເນື່ອງ​ຈາກວ່າ​ໜີ້​ສິນ​ຂອງ​ລາວ ​ໄດ້​ເພີ້ມ​ຂຶ້ນ​ກວາມ​ເອົາ​ຫລາຍກວ່າ 65 ເປີ​ເຊັນ​ຂອງຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ ຫລື GDP ຂອງ​ລາວ​ແລ້ວ ກໍມີຄົນ​ລາວບາງ​ຄົນ​ທີ່ມີຄວາມ​ເປັນ​ຫ່ວງຕໍ່ບັນ​ຫາ​ນີ້ ດັ່ງທີ່ນັກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ບອກ​ຊື່ ສະ​ແດງ​ຄວາມ​ຄິດ​ເຫັນວ່າ:

ສະ​ນັ້ນ​ຜູ້​ກ່ຽວ​ຄິດ​ວ່າ ຜົນໄດ້ຈາກ​ການ​ສ້າງ​ທາງ​ລົດ​ໄຟ​ນີ້ ​ຈະ​ໜ້ອຍກວ່າ​ຜົນ​ເສຍ ​ແລະ​ຖ້າຄິດເປັນສັດ​ສ່ວນແລ້ວ ກໍຄືປະມານ 5% ຕໍ່ 95%.

ຕໍ່​ຄຳ​ຄິດ​ເຫັນ​ຂ້າງ​ເທິງນີ້ ທ່ານ​ສົມບູນ ມາ​ສຸ​ວັນ ຈາກ​ຫ້ອງ​ການ​ເລ​ຂາຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ ເພື່ອ ​ຢູ​ແນັ​ສ​ໂກ ຫລື Lao National Commission for UNESCO ​ໃຫ້ຄຳ​ເຫັນວ່າ ດ້ານ​ທີ່​ໜ້າ​ເປັນ​ຫ່ວງ​ກໍ​ອາດ​ມີ​ຫລາຍ ແຕ່​ວ່າ ​ສຳ​ຄັນທີ່​ສຸດ​ກໍ​ຄື ​ລາວຕ້ອງ​ການ​ຫລາຍ​ທາງ​ເລືອກ​ໃນ​ການ​ອອກ​ສູ່​ທະ​ເລ ແຕ່ບໍ່ມີ​ທຶນ​ຮອນ. ສະ​ນັ້ນ​ການ​ທີ່​ມີ​ຈີນມາ​ຮ່ວມ​ລົງ​ທຶນ ແລະ​ໃຫ້​ເງິນ​ກູ້​ຢືມ​ສ້າງ​ທາງ​ລົດ​ໄຟ​ຄ​ວາມ​ໄວ​ສູງ​ເຊັ່ນ​ນີ້ ກໍ​ຖື​ວ່າ​ເປັນ​ການ​ແກ້​ໄຂ​ບັນ​ຫາ​ຄົງ​ຄ້າງ​ຂອງ​ລາວ ທີ່​ມີມາ​ເປັນຫລາຍ​ທົດ​ສະ​ວັດນັ້ນໄດ້. ທ່ານເລົ່າ​ສູ່​ຟັງ​ດັ່ງ​ນີ້:

ນອກນັ້ນ ທ່ານ​ສົມ​ບູນ​ກໍ​ເຫັນພ້ອມ​ກັບ​ທ່ານສຸ​ພົດທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ​ວ່າ ການ​ທີ່​ຈີນ​ໃຫ້​ລາວ​ຢືມ​ເງິນເພື່ອ​ມາ​ລົງ​ທຶນ​ສ້າງ​ທາງ​ລົດ​ໄຟ​ນີ້ ກໍສະ​ແດງວ່າ​ລາວ​ໄດ້​ຮັບຄວາມ​ເຊື່ອ​ໝັ້ນ​ສູງເມື່ອ​ເວົ້າ​ເຖິງກ​ານໃຊ້​ໜີ້ຄືນ​ ຊຶ່ງ​ທ່ານກ່າວ​ດັ່ງ​ນີ້:

ພ້ອມ​ກັນ​ນັ້ນ ທ່ານ​ສົມ​ບູນ​ກໍເຊື່ອ​ວ່າການກູ້​ຢືມ​ເງິນ​ມາ​ລົງ​ທຶນ​ຂອງ​ລາວ ຄົງ​ຈະ​ກຸ້ມ​ຄ່າ ເພາະ​ວ່າ​ລັດ​ຖະ​ບານ​ລາວ​ໄດ້ທຳ​ການ​ພິ​ຈາ​ລະ​ນາມາ​ໄດ້​ສິບກວ່າ​ປີ ຈຶ່ງ​ໄດ້ຕັດສິນໃຈ​ກູ້​ຢື​ມ ແລະ​ເລີ້ມ​ຕົ້ນ​ໂຄງ​ການນີ້ ຊຶ່ງ​ທ່ານ​ໂອ້​ລົມ​ກັບ​ວີ​ໂອ​ເອ​ວ່າ:

​ສະ​ຫລຸບ​ແລ້ວການ​ສ້າງ​ທາງ​ລົດ​ໄຟ​ທີ່​ຊ່ວຍ​ໃຫ້​ລາວ​ກາຍ​ເປັນ​ຈຸດ​ເຊື່ອ​ມຕໍ່ທາງ​ບົກຂອງ​ປະ​ເທດ​ຕ່າງໆ ໃນ​ພາກ​ພື້ນພາຍ​ໃຕ້​ໂຄງ​ການນຶ່ງ​ແລວ​ທາງ, ນຶ່ງ​ເສັ້ນ​ທາງ​ຂອງ​ຈີນນັ້ນ ເຖິງ​ຈະ​ມີ​ບາງ​ຄົນ​ສະ​ແດງຄວາມ​ເປັນ​ຫວ່ງ​ຢ່າງ​ໜັກ​ຕໍ່ດ້ານ​ໜີ້​ສິນກໍ​ຕາມ ແຕ່​ກໍ​ມີ​ຫລາຍ​ຄົນ​ຄິດ​ວ່າ ມັນ​ຈະ​ເປັນ​ການ​ກູ້​ຢື​ມ​ເງິນມາ​ລົງ​ທຶນ​ທີ່​ກຸ້ມ​ຄ່າເພາະ​ລັດ​ຖະ​ບານ​ລາວໄດ້​ສຶກ​ສາ​ເຖິງ​ຜົນ​ໄດ້ ຜົນ​ເສຍມາ​ເປັນ​ເວ​ລາ​ດົນ​ນານແລ້ວ.

XS
SM
MD
LG