ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ແລະ ເວເນຊູເອລາ ຕົກລົງ ຍົກລະດັບ ຄວາມສຳພັນ ເປັນພາຄີ ຍຸດທະສາດ (ສະໄລດ໌/ວີດີໂອ)


ຈີນ ​ແລະ ​ເວ​ເນ​ຊູ​ເອລາ ​ໄດ້​ຕົກ​ລົງ​ ຍົກ​ລະດັບ​ຄວາມສຳພັນ
ຂອງ​ທັງ ສອງ​ປະ​ເທດ ໃນອັນທີ່ສື່ມວນຊົນຂອງທາງ​ການ​ປັກ​ກິ່ງ
​ເອີ້ນ​ວ່າ ​ເປັນ “ຄວາມ​ສຳ​ເລັດ​ທີ່​ໃຫຍ່​ຫລວງ” ​ ໃນການ​ເດີນ
ທາງໄປຢ້ຽມຢາມອາ​ເມ​ຣິ ກາ​ລາຕິ​ນ ເປັນເວລາ​ອາທິດ​ນຶ່ງ ຂອງ
ປະທານ​ປະ​ເທດຈີນ Xi Jinping.

​ອົງການ​ຂ່າວສານ Xinhua ຂອງທາງການຈີນກ່າວ​ວ່າ ທ່ານ ຊີ
​ແລະ ປະທານາທິບໍດີເວ​ເນ​ຊູ​ເອລາ ທ່ານ Nicolas Maduro ​
ໄດ້​ຕົກລົງ ​ທີ່​ຈະ​ສ້າງຕັ້ງ “ການເປັນ​ພາຄີຍຸດ​ທະ​ສາດ​ຮອບ
ດ້ານ”
ລະ​ຫວ່າງທັງ​ສອງ​ປະ​ເທດ ຢູ່​ທີ່​ນະຄອນຫລວງ Caracas.

ຜູ້ນຳ​ທັງ​ສອງ ຍັງ​ໄດ້​ລົງ​ນາມໃນ​ສັນຍາ ກ່ຽວ​ກັບ​ນ້ຳມັນ ​ແລະບໍ່ແຮ່ ຫລາຍໆສະບັບ ລວມ
ທັງ ການ​ຕັ້ງກອງ​ທຶນ​ພັດທະນາ​ຮ່ວມ​ກັນ​ໃນ​ມູນ​ຄ່າ 4 ຕື້​ດອນ​ລາ ​ແລະອີກເກືອບ 700
ລ້ານ​ດອນ​ລາ ​ເພື່ອໂຄງການ ສຳຫຼວດ​ແຮ່​ຄຳ ​ແລະທອງ​ແດງສຳຮອງ ຂອງ​ເວ​ເນ​ຊູ​ເອລາ.

ການ​ເດີນທາງໄປຢ້ຽມຢາມ​ຂອງທ່ານ ຊີ ຊຶ່ງ​ລວມ​ເຖິງ​ການ​ຍຸດ​ແວ່ ທີ່ປະເທດ ບຣາຊີ​ລ
​ແລະ ອາ​ເຈັນ​ຕີ​ນາ ນຳນັ້ນ ​ແມ່ນ​ເປັນ​ສ່ວນ​ນຶ່ງ ຂອງ​ຍຸດ​ທະ​ສາດ​ຈີນ ທີ່​ກຳລັງ​ເຂົ້າຫາບັນ
ດາ​ປະ​ເທດ ທີ່​ອຸດົມສົມບູນ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ໃນລາຕິນອາເມຣິກາ ທີ່ບໍ່ໄດ້
ຮັບຄວາມສົນໃຈ ຈາກສະຫະລັດນັ້ນ.

ຜູ້ນຳ​ຂອງ​ຈີນ ​ພວມຢູ່ທີ່​ປະ​ເທດ​ຄິວ​ບາ​ໃນ​ຂະນະ​ນີ້ ອັນ​ເປັນ​ບ່ອນ​ທີ່​ທ່ານ​ຫວັງ​ວ່າ ຈະຂະ
ຫຍາຍສາຍ​ພົວພັນ​ທາງດ້ານ​ການ​ເມືອງ ​ແລະ​ເສດຖະກິດ ກັບ​ປະ​ເທດ​ກອມ​ມຸຍນິດດ້ວຍ​ກັນ. ທ່ານ ຊີ ມີ​ແຜນ​ທີ່​ຈະພົບ​ປະ​ກັບ ປະທານາທິບໍດີຄິວ​ບາ ທ່ານ Raul Castro ​ໃນ​ວັນ​
ອັງຄານ​ມື້​ນີ້. ມີ​ການ​ຄາດ​ຄະ​ເນ​ກັນ​ວ່າ ຜູ້ນຳ​ຈີນຍັງຈະ​ພົບ​ປະ​ ກັບ​ອະດີດ​ຜູ້ນຳ​ປະຕິວັດ
ທ່ານ Fidel Castro ທີ່​ກະສຽນແລ້ວນັ້ນ.

VENEZUELA CHINA CNPK
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG