ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຈີນ ເດີນທາງ​ໄປ​ຢ້ຽມຢາມ ​ອາ​ຟຣິກາ (ວີດີໂອກ່ຽວຂ້ອງ)


ນາຍົກລັດຖະມົນຕີຈີນ ທ່ານ ຫລີ ​ເກ​ຈຽງ ​ອອກ​ເດີນທາງ​ໄປ​ຢ້ຽມຢາມ 4 ປະ​ເທດ ​ອາ​ຟຣິກາ.
ນາຍົກລັດຖະມົນຕີຈີນ ທ່ານ ຫລີ ​ເກ​ຈຽງ ​ອອກ​ເດີນທາງ​ໄປ​ຢ້ຽມຢາມ 4 ປະ​ເທດ ​ອາ​ຟຣິກາ.
ນາຍົກລັດຖະມົນຕີຈີນ ທ່ານ ຫລີ ​ເກ​ຈຽງ ​ໄດ້​ເດີນທາງ​ອອກ
​ຈາກ ປັກ​ກິ່ງ ​ເພື່ອໄປ​ຢ້ຽມຢາມ 4 ປະ​ເທດ ​ໃນອາ​ຟຣິກາ
ພ້ອມ​ກັບ​ກ່າວ​ວ່າ ​ຂໍ້​ຂັດ​ແຍ້​ງ​ເລື້ອງແຮ​ງງານ ​ແລະ ບັນຫາ​ອື່ນໆ
ທີ່​ພົວພັນ​ກັບ​ ການ​ລົງທຶນ​ ຂອງບໍລິສັດຈີນ ​ເປັນຮ່ອງຮອຍ​ຂອງ
​ອັນທີ່​ທ່ານ ​ເອີ້ນ​ວ່າ “ຄວາມ​ເຈັບ​ປວດ ​ທີ່​ຮ້າຍແຮງ​ຂຶ້ນ​ເລື້ອຍໆ.”

​ໃນ​ຄຳ​ຖະ​ແຫຼງ ທີ່​ນຳ​ອອກເປີດ​ເຜີຍ ກ່ອນ​ໜ້າອອກ​ເດີນທາງ ​
ໃນ​ວັນ​ອາທິດ ມື້​ນີ້ ທ່ານ ຫລີ ຊຸກຍູ້ ​ໃຫ້ບັນດາ ບໍລິສັດຈີນ ​ຢູ່​
ໃນອາ​ຟຣິກາ ປະຕິບັດ​ຕາມກົດ​ໝາຍ ​ແລະກົດ​ລະບຽບ​ ຂອງ​
ທ້ອງ​ຖິ່ນ ​ແລະຮັບຜິດຊອບ ໃນ​ການປົກ​ປ້ອງ ຜົນ​ປະ​ໂຫຍ​ດ
ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ ແລະສິ່ງແວດ​ລ້ອມ.

ພ້ອມ​ດຽວ​ກັນ ທ່ານຮຽກຮ້ອງ ຕໍ່ບັນດາ​ປະ​ເທດອາ​ຟຣິກາ ​ທີ່​ກ່ຽວຂ້ອງ ​ໃຫ້ເພີ້​ມຄວາມ​
ເຂັ້ມ​ແຂງ ​ທາງກົດ​ລະບຽບດ້ານ​ຕະຫຼາດ ​ແລະ ປົກ​ປ້ອງ​ສິດທິ​ ​ແລະ ຜົນ​ປະໂຫຍ​ດ ອັນ
​ຖືກຕ້ອງຕາ​ມ​ກົດໝາຍ ຂອງບັນ​ດາ​ບໍລິສັດ​ຈີນ ​ແລະ​ ປົກ​ປ້ອງ​ຄວາມປອດ​ໄພ​ຂອງພວກ
ພະນັກ​ງານ​ຂອງ ບໍລິສັດ​ເຫລົ່າ​ນັ້ນ.

ນາຍົກລັດຖະມົນຕີຈີນ ຈະເດີນທາງ​ໄປ​ປະເທດ ອີ​ທີ​ໂອ​ເປຍ ​ໄນ​ຈີ​ເຣຍ ອັງ​ໂກລາ ​ແລະ
​ເຄັນ​ຢາ ​ໃນ​ການ​ຢ້ຽມຢາມອາ​ຟຣິກາ ​ເປັນ​ເວລາ​ນຶ່ງ​ອາທິດ ຂອງ​ທ່ານ​ຄັ້ງນີ້.

ວີດີໂອ: ປະທານປະເທດຈີນ ທ່ານ ສີ ຈິນຜິງ ຢ້ຽມຢາມອາຟຣິກາ ປີກາຍນີ້ ເພື່ອປັບປຸງພາບພົດ ຂອງຈີນ:
China Works to Improve Image in Africa
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ

Chinese Premier Li Keqiang has left Beijing on a four-nation tour of Africa, saying labor disputes and other problems with Chinese investments on the continent were signs of what he called "growing pains."

In a statement released before his departure on Sunday, Li urged Chinese companies in Africa to abide by local laws and regulations and take responsibility to protect the interests of local communities and the environment.

He also called on relevant African countries to strengthen market regulation and protect the lawful rights and interests of Chinese companies and the safety of their employees.

The premier will be visiting Ethiopia, Nigeria, Angola and Kenya on his week-long trip.


XS
SM
MD
LG