ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລະເບີດແຕກໃນປະເທດ ຈີນ ສັງຫານຢ່າງໜ້ອຍ 2 ຄົນ


ຊາກຫັກພັງ ຫຼັງຈາກ ລະເບີດແຕກໃນເມືອງ ນິງໂບ, ຕັ້ງຢູ່ພາກ
ຕາເວັນອອກຂອງແຂວງ ເຊຈຽງ, ປະເທດ ຈີນ. 26 ພະຈິກ, 2017.
ຊາກຫັກພັງ ຫຼັງຈາກ ລະເບີດແຕກໃນເມືອງ ນິງໂບ, ຕັ້ງຢູ່ພາກ ຕາເວັນອອກຂອງແຂວງ ເຊຈຽງ, ປະເທດ ຈີນ. 26 ພະຈິກ, 2017.

ລະເບີດທີ່ແຕກໃນເມືອງທ່າເຮືອ ນິງໂບ ຕັ້ງຢູ່ພາກຕາເວັນອອກຂອງ ຈີນ ໄດ້ເຮັດ
ໃຫ້ປະຊາຊົນຢ່າງໜ້ອຍ 2 ຄົນເສຍຊີວິດ ແລະ ຫຼາຍສິບຄົນໄດ້ຮັບບາດເຈັບ.

ລະເບີດດັ່ງກ່າວໄດ້ເຮັດໃຫ້ຕຶກຫຼາຍຫຼັງຍຸບລົງ, ແກ້ວປ່ອງຢ້ຽມແຕກ ແລະ ເຮັດຮູໃສ່ຝາ
ຂອງຕຶກຫຼາຍຫຼັງທີ່ຕັ້ງຢູ່ນຶ່ງກິໂລແມັດຫ່າງອອກໄປ.

ມີລາຍງານທີ່ຂັດແຍ້ງກັນ ກ່ຽວກັບ ສິ່ງທີ່ຢູ່ໃນຈຸດຂອງການລະເບີດນັ້ນ. ສື່ມວນຊົນລັດ
ຖະບານບາງແຫ່ງໄດ້ກ່າວວ່າ ມັນແມ່ນຕຶກຂອງໂຮງງານ, ໃນຂະນະທີ່ສື່ມວນຊົນແຫ່ງ
ອື່ນໆໄດ້ກ່າວວ່າ ມັນແມ່ນເຂດທີ່ມີແຜນສຳລັບການທຳລາຍ ຫຼື ຖືກທຳລາຍແລ້ວ.

ເມືອງທ່າເຮືອ ນິງໂບ ຕັ້ງຢູ່ປະມານ 100 ກິໂລແມັດທາງພາກໃຕ້ຂອງນະຄອນ
ຊຽງໄຮ.

ບັນດາເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າບໍ່ຮູ້ທີ່ມາ ຂອງການລະເບີດນັ້ນເທື່ອ, ເຊິ່ງໄດ້ເກີດ
ຂຶ້ນໃນຂົງເຂດແຄມແມ່ນໍ້າ.

ອຸບັດຕິເຫດດ້ານອຸດສາຫະກຳ ແມ່ນເລື່ອງທີ່ມັກເກີດຂຶ້ນທົ່ວໄປໃນປະເທດ ຈີນ,
ບ່ອນທີ່ມາດຕະຖານຄວາມປອດໄພບໍ່ໄດ້ຖືກບັງຄັບໃຊ້ເປັນຢ່າງດີ.

ໃນປີ 2015, ການລະເບີດທີ່ຖືກກ່າວຫາໃສ່ການຈັດເກັບສານເຄມີຕ່າງໆຢ່າງບໍ່ຖືກ
ຕ້ອງ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 165 ຄົນໃນເມືອງທ່າເຮືອ ທຽນຈິນ ຕັ້ງຢູ່ພາກ
ຕາເວັນອອກຂອງນະຄອນຫຼວງ ປັກກິ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG