ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮອງປະທານປະເທດຈີນ ອອກມາປະກົດຕົວ ຕໍ່ສາທາລະນະຊົນແລ້ວ


ອົງການຂ່າວຊິນຫົວຂອງທາງການຈີນວ່າ ທ່ານ Xi ໄດ້ “ໄປເຂົ້າຮ່ວມກິດຈະກໍາທີ່ເປັນຂີດໝາຍວັນເຜີຍແຜ່ວິທະຍາສາດແຫ່ງຊາດຂອງປີນີ້ ທີ່ມະຫາວິທະຍາໄລກະເສດສາດ
ຂອງຈີນ" ໃນຕອນເຊົ້າຂອງວັນເສົາ ທີ 15 ກັນຍາ, 2012
ອົງການຂ່າວຊິນຫົວຂອງທາງການຈີນວ່າ ທ່ານ Xi ໄດ້ “ໄປເຂົ້າຮ່ວມກິດຈະກໍາທີ່ເປັນຂີດໝາຍວັນເຜີຍແຜ່ວິທະຍາສາດແຫ່ງຊາດຂອງປີນີ້ ທີ່ມະຫາວິທະຍາໄລກະເສດສາດ ຂອງຈີນ" ໃນຕອນເຊົ້າຂອງວັນເສົາ ທີ 15 ກັນຍາ, 2012
ທ່ານ Xi Jinping ຮອງປະທານປະເທດຈີນ ໄດ້ປະກົດຕົວຕໍ່
ສາທາລະນະຊົນເປັນເທື່ອ ທໍາອິດໃນຮອບສອງອາທິດ.

ອົງການຂ່າວຊິນຫົວຂອງທາງການຈີນ ໄດ້ລາຍງານໃນວັນ
ເສົາມື້ນີ້ວ່າ ທ່ານ Xi ໄດ້ “ໄປເຖິງມະຫາວິທະຍາໄລກະເສດ
ຂອງຈີນ ໃນຕອນເຊົ້າຂອງວັນເສົາມື້ນີ້ ເພື່ອເຂົ້າຮ່ວມກິດຈະກໍາ ທີ່ເປັນຂີດໝາຍວັນເຜີຍແຜ່ວິທະຍາສາດແຫ່ງຊາດຂອງປີນີ້.”

ທ່ານ Xi ບໍ່ໄດ້ໄປປະກົດໂຕຕິດຕໍ່ກັນຫຼາຍຄັ້ງ ຕາມໝາຍກຳ
ນົດການພົບປະກັບແຂກ ຕ່າງປະເທດ ທີ່ເດີນທາງໄປຢ້ຽມ
ຢາມຈີນນັບແຕ່ວັນທີ 1 ກັນຍານີ້ມາ ລວມທັງລັດຖະມົນຕີ
ການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton.
ທ່ານ ໄດ້ປະກົດຕົວ ເທື່ອສຸດທ້າຍໃນທີ່ສາທາລະນະ ແມ່ນ
ຢູ່ໃນພິທີເປີດສົກຮຽນລະດູໃບໄມ້ຫລົ່ນຂອງໂຮງຮຽນພັກຄອມມີວນິສຈີນທີ່ນະຄອນປັກກິ່ງ.

ການມິດງຽບຂອງທາງການ ກ່ຽວກັບການຫາຍໜ້າຫາຍຕາໄປຂອງທ່ານ Xi ໄດ້ພາໃຫ້ມີ ການຄາດຄະເນກັນຫຼາຍຂຶ້ນກ່ຽວກັບເລື່ອງສຸຂະພາບຂອງທ່ານ. ມີຂ່າວຊ່າລືທີ່ເວົ້າກັນໄປ ມາຫລາຍທີ່ສຸດ ກໍຄືວ່າ ທ່ານ Xi ທີ່ມີອາຍຸ 59 ປີ ໄດ້ເປັນໂຣກລົມລະບາດແບບບໍ່ຮ້າຍແຮງ,
ຫົວໃຈວາຍ ຫລືບາດເຈັບທີ່ຫລັງ. ແຕ່ຂ່າວຊ່າລືກັນຮ້າຍແຮງໄປຫລາຍກວ່ານັ້ນກໍຄື ທ່ານ ໄດ້ຕົກເປັນເປົ້າໝາຍຂອງການລອບສັງຫານໂດຍສັດຕູທາງການເມືອງຂອງທ່ານ.

ຄາດກັນວ່າທ່ານ Xi ຈະຂຶ້ນກໍາຕໍາແໜ່ງເປັນຜູ້ນໍາຂອງພັກ ໃນທ້າຍປີນີ້ ແລະລໍຖ້າເປັນ ຜູ້ນໍາປະເທດ ໃນປີໜ້າ ໃນຂະນະທີ່ຈີນກໍາລັງມອບໂອນອຳນາດໃຫ້ພວກຜູ້ນໍາລຸ້ນໃໝ່.
XS
SM
MD
LG