ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຟິລິບປີນ ຍັງປະເຊີນໜ້າ ກັບການທົດສອບ ໃນການປັບປຸງ ຄວາມສຳພັນ ຫວ່າງມໍ່ໆມານີ້


ຕຳຫລວດຍາມທາງເຂົ້າກົງສຸນຈີນ ໃນຂະນະທີ່ພວກນັກເຄື່ອນ ດ້ານສິ່ງແວດລ້ອມ ພາກັນຖືປ້າຍປະທ້ວງ ການກໍ່ສ້າງຈີນ ຢູ່ໝູ່ເກາະ ທີ່ມີການໂຕ້ແຍ້ງກັນ ໃນທະເລຈີນໃຕ້.
ຕຳຫລວດຍາມທາງເຂົ້າກົງສຸນຈີນ ໃນຂະນະທີ່ພວກນັກເຄື່ອນ ດ້ານສິ່ງແວດລ້ອມ ພາກັນຖືປ້າຍປະທ້ວງ ການກໍ່ສ້າງຈີນ ຢູ່ໝູ່ເກາະ ທີ່ມີການໂຕ້ແຍ້ງກັນ ໃນທະເລຈີນໃຕ້.

ຄວາມສໍາ​ພັນທີ່​ຍັງ​ໃໝ່ໆ ລະຫວ່າ​ງຄູ່​ແຂ່ງ ​ໃນ​ອ້າງ​ເອົາ​ອະທິປະ​ໄຕ ທາງ​ທະ​ເລ ຂອງຈີນ ​ແລະ​ຟິລິບ​ປີນຈະປະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ໃໝ່ອີກ​ອັນ​ນຶ່ງ​ໃນ​ປີ​ນີ້​ກ່ຽວກັບຄວາມ​ເຄັ່ງ​ຕຶງ​ໃໝ່ ​ໃນ​ການ​ທີ່ຈີນ​ສ້າງ​ເກາະ​ທຽມ ຢູ່​ໃນ​ເຂດ​ນ່ານນໍ້າ​ທີ່​ມີ​ການ​ໂຕ້​ຖຽງ​ກັນ ແລະ​ປະທາ ນາທິບໍດີ​ສະຫະລັດ​ຄົນ​ໃໝ່ ທ່ານ Donald Trump ຄາດ​ວ່າ​ຈະ​ທ້າ​ທາຍຕໍ່ອິດ​ທິພົນ​ຂອງ​ຈີນໃນ​ເຂດເອ​ເຊຍ.

ການເຄື່ອນ​ໄຫວ​ດັ່ງກ່າວກັບຈີນ ພ້ອມ​ດ້ວຍ​ການເລີ້ມບົດບາດໃໝ່​ຈາກສະຫະລັດຈະ​ທ້າ​ທາຍ​ຕໍ່​ປະທານາທິບໍດີ​ຟິລິບ​ປີນ ທ່ານ Rodrigo Duterte ທີ່​ຈະໃຊ້​ມະຫາອຳນາດນຶ່ງສູ້​ກັບ​ອີກ​ມະຫາ​ອຳນາດ​ນຶ່ງ ​ໂດຍປາດ​ສະ​ຈາກການຢູ່ຢ່າງ​ໂດດ ດ່ຽວ ຫລື​ຢຸດ​ເຊົາ​ໃນ​ການ​ອ້າງ​ເອົາກຳມະສິດ​ທາງ​ທະ​ເລ.

ປະທານປະເທດຈີນ ທ່ານ Xi Jinping (ຂວາ) ແລະປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ລະຫວ່າງການຢ້ຽມຢາມຈີນ ວັນທີ 20 ຕຸລາ 2016.
ປະທານປະເທດຈີນ ທ່ານ Xi Jinping (ຂວາ) ແລະປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte ລະຫວ່າງການຢ້ຽມຢາມຈີນ ວັນທີ 20 ຕຸລາ 2016.

​ທ່ານ Duterte ​ໄດ້​ວາງໄວ້​ທາງ​ຂ້າງ ການ​ຂັດແຍ້​ງມາ​ເປັນ​ເວລາ​ຫລາຍ​ປີ ​ກັບ​ຈີນ ທີ່​ໄດ້​ອ້າງ​ເອົາ​ກຳມະສິດແຂ່ງ​ກັນຢູ່ໃນທະ​ເລ​ຈີນ​ໃຕ້ ຫລັງ​ຈາກ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນເດືອນ​ທິຖຸນາປີ​ກາຍ​ນີ້. ທ່ານໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຝ່າຍຈີນທ່ານ Xi Jinping ​ໃນ​ເດືອນ​ຕຸລາ. ​ແຕ່​ສອງ​ເດືອນ​ຕໍ່​ມາ​ລັດຖະບານ​ຂອງ​ທ່ານ​ໄດ້​ຍື່ນປະ​ທ້ວງ ທີ່​ຮູ້ກັນໃນ​ນາມ ການ​ຕິດ​ຕໍ່​ທາງ​ການ​ທູດ ໄປ​ຍັງປັກ​ກິ່ງກ່ຽວ​ກັບ​ການ​ສ້າງ​ເກາະດອນ ​ຢູ່​ໃນ​ໝູ່​ເກາະ Spratly ທີ່​ມີ​ການ​ໂຕ້​ແຍ້​ງກັນ. ​ອາ​ທິດ​ແລ້ວ​ນີ້ ທ່ານ Duterte ​ໄດ້​ພົບ​ປະ​ກັບ​ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນທ່ານ Liu Zhenmin ​ໃນ​ນະ​ຄອນ​ມະນີ​ລາ.

The South China Sea Dispute
please wait

No media source currently available

0:00 0:00:59 0:00

ທ່ານ Douglas Guilfoyle ຮອງສາ​ສະ​ດາ​ກ່ຽວ​ກັບ​ກົດໝາຍ​ສາກົນ ທີ່​ມະຫາວິ ທະຍາ​ໄລ Monash ​ໃນ​ປະ​ເທດ​ອອສ​ເຕຣ​ເລຍ​ກ່າວ​ວ່າ “ມັນ​ເປັນ​ການ​ເນັ້ນໜັກ ​ເຖິງ​ຄວາມຈິງທີ່​ວ່າ ບັນຫາ​ໝູ່​ເກາະ Spratly ​ເປັນ​ເລື້ອງ​ຜົນປະ​ໂຫຍ​ດທີ່​ຈິງ​ຈັງ ຂອງ​ປະ​ເທດ​ສຳລັບ​ຟິລິບ​ປີນ ​ແລະ​ເຖິງ​ແມ່ນ​ວ່າ ​ມີຄວາມ​ສຳພັນ​ແບບ​ເພື່ອນ​ມິດ ຫລັງ​ຈາກ​ທ່ານ Duterte ​ໄດ້ຢ້ຽມຢາມ​ປັກ​ກິ່ງ ມັນ​ປາກົດ​ວ່າ​ບໍ່​ງ່າຍ ດັ່ງ​ທີ່​ບັນ​ຫາ​ໄດ້​ຖືກ​ແລກປ່ຽນກັບ​ການ​ມີ​ຄວາມ​ສຳພັນ​ທີ່​ດີ​ຂຶ້ນກັບ​ຈີນ ​ແລະ​ຈີນ​ສາມາດຄາດ​ຫວັງ​ວ່າ​ ຈະ​ໄດ້​ຮັບ​ທຸກ​ສິ່ງ​ຢ່າງ​ທີ່​ຕົນ​ຕ້ອງການ​ໃນ​ທີ່​ສຸດ.”

ສ່ວນໃຫຍ່ແມ່ນພວກຜູ້ຊາຍ ທີ່ຖືກກວດຕ້ອນ ລໍຖ້ານຳສົ່ງໄປກົມຕຳຫລວດ ໃນການດຳເນີນກວດລ້າງຂອງ ທ່ານ Rodrigo Duterte's ອັນທີ່ຮ້ອງວ່າ "ສົງຄາມຢາເສບຕິດ."
ສ່ວນໃຫຍ່ແມ່ນພວກຜູ້ຊາຍ ທີ່ຖືກກວດຕ້ອນ ລໍຖ້ານຳສົ່ງໄປກົມຕຳຫລວດ ໃນການດຳເນີນກວດລ້າງຂອງ ທ່ານ Rodrigo Duterte's ອັນທີ່ຮ້ອງວ່າ "ສົງຄາມຢາເສບຕິດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG