ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຮັດໃຫ້ ປ. ຟີລິປິນ ບໍ່ພໍໃຈ ກັບແຜນການ ກໍ່ສ້າງ ທີ່ເກາະ ຍັງມີການຂັດແຍ້ງ


ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte (ຊ້າຍ) ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈັບມືກັບກັນ ຫຼັງຈາກພິທີເຊັນສັນຍາ ຈັດຂຶ້ນໃນ ປັກກິ່ງ, ຈີນ. 20 ຕຸລາ, 2016.
ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte (ຊ້າຍ) ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈັບມືກັບກັນ ຫຼັງຈາກພິທີເຊັນສັນຍາ ຈັດຂຶ້ນໃນ ປັກກິ່ງ, ຈີນ. 20 ຕຸລາ, 2016.

ແຜນການທີ່ຈະສ້າງສະຖານີສັງເກດການຂອງ ຈີນ ໃສ່ເກາະນ້ອຍທີ່ມີຄວາມຂັດແຍ້ງກັນ ກັບລັດຖະບານ ມານີລາ ອາດເຮັດໃຫ້ຄວາມໄວ້ວາງໃຈທີ່ແຕກຫັກໄດ້ງ່າຍ ລະຫວ່າງ ທັງສອງປະເທດ ຫຼຸດໜ້ອຍລົງ ແລະ ເຮັດໃຫ້ປະທານາທິບໍດີ ຟີລິບປິນ ຮູ້ສຶກຜິດຫວັງ, ເຊິ່ງທ່ານມີຄວາມກະຕືລືລົ້ນທີ່ຈະພະຍາຍາມຫາຄວາມຊ່ວຍເຫຼືອດ້ານເສດຖະກິດຈາກ
ຈີນ.

ລາຍ​ງານ​ຂອງສື່ມວນຊົນ ຈີນ ​ໄດ້​ອ້າງຄຳເວົ້າຂອງຜູ້ປົກຄອງເມືອງ Sansha ຂອງ ຈີນ
ທີ່​ກ່າວໃນສັບປະດາແລ້ວນີ້ວ່າ ລັດຖະບານຂອງທ່ານຈະເລີ່ມກະກຽມວຽກງານ​ໃນປີນີ້ ​ເພື່ອສ້າງສະຖານີສັງເກດການສິ່ງແວດລ້ອມຢູ່ເກາະ Scarborough, ເຊິ່ງເປັນນ້ອຍໆ
ຕັ້ງຢູ່ 230 ກິໂລແມັດ ຫ່າງຈາກເກາະ Luzon ຂອງ ຟີລິບປິນ.

ບັນດານັກວິເຄາະກ່າວວ່າ ຖ້າ ຈີນ ດຳເນີນການຕໍ່ໄປ, ມັນຈະເປັນໄພຂົ່ມຂູ່ຕໍ່ຄວາມໄວ້
ວາງໃຈ ທີ່ພວກເຂົາເຈົ້າໄດ້ສ້າງຂຶ້ນກັບປະທານາທິບໍດີ ຟີລິບປິນທ່ານ Rodrigo
Duterte ລຸນຫຼັງໄລຍະທີ່​ເກີດຄວາມສັບສົນວຸ້ນວາຍ​ແຕ່ປີ 2012 ຫາກາງປີ 2016.
ທ່ານ Duterte ໄດ້ເດີນທາງໄປ ປັກກິ່ງ ໃນເດືອນຕຸລາປີກາຍນີ້ ແລະ ໄດ້​ໃຫ້​ຄຳ​ໝັ້ນ
ສັນຍາ ທີ່ຈະຢຸດ​ບັນຫາຂັດແຍ້ງທາງທະເລ ແລະ ໄດ້ຮັບຂໍ້​ຕົກລົງໃນການຊ່ວຍເຫຼືອ
ແລະ ການລົງທຶນຈາກ ຈີນ ເປັນຈຳນວນເງິນ 24 ຕື້ໂດລາ.

ທ່ານ Euan Graham ຜູ້ອຳນວຍການພະແນກຮັກສາຄວາມປອດໄພລະຫວ່າງ​ປະ
​ເທດ ຈາກສະຖາບັນນະໂຍບາຍສາກົນ Lowy ໃນນະຄອນ Sydney ປະເທດ ອອສ
ເຕຣເລຍ ໄດ້ກ່າວວ່າ “ຖ້າ ຈີນ ຢາກຈະສ່ຽງເຮັດບາງຢ່າງ, ເລັ່ງມື ແລະ ເລີ່ມການ​
ຖົມ​ດິນ​ແລ້ວ, ໃນເວລານັ້ນຂ້າພະເຈົ້າຄິດວ່າ ມັນຈະເປັນການຍາກສຳລັບທ່ານ
Duterte ແລະ ຄວາມເຫັນໂດຍທົ່ວໄປຂອງປະຊາຊົນນັ້ນຂ້າພະເຈົ້າຄິດວ່າ ມັນ ກໍຈະເລີ່ມອຽງໄປຫາທາງ ຟີລິບປິນ ເຊັ່ນກັນ.”

ທ່ານ Duterte ເຊິ່ງປະເທດຂອງ​ທ່ານ ສ່ວນ​ໃຫຍ່​ແລ້ວແມ່ນທຸກຍາກ ກຳລັງຊອກຫາ ການລົງທຶນຈາກຕ່າງປະເທດນັ້ນ, ໄດ້ກ່າວຜ່ານທາງເວັບໄຊຂອງຫ້ອງການປະທານາ
ທິບໍດີ ໃນວັນອັງຄານວານນີ້ວ່າທ່ານ “ບໍ່ສາມາດຢຸດ ຈີນ” ຢູ່ທີ່​ເກາະ Scarborough
ໄດ້. ທ່ານໄດ້ກ່າວໂດຍອ້າງອີງໃສ່ກອງທັບ ຟີລິບປິນ ທີ່ຂ້ອນຂ້າງອ່ອນແອນັ້ນວ່າ “ພວກເຮົາຈະສູນເສຍກອງທັບ ແລະ ຕຳຫຼວດຂອງພວກເຮົາມື້ອື່ນນີ້, ແລະ ພວກ ເຮົາກໍຈະເປັນປະເທດທີ່ຖືກທຳລາຍ.”

ແຕ່ຕໍ່ມາ ກະຊວງຍຸຕິທຳ ຟີລິບປິນ ໄດ້ກ່າວວ່າ ພວກເຂົາເຈົ້າຈະປະທ້ວງຕໍ່ ຈີນ ກ່ຽວ
ກັບ ຄວາມມຸ່ງໝາຍຂອງ​ຈີນ ຢູ່​ທີ່​ເກາະດັ່ງກ່າວນັ້ນ, ອີງຕາມລາຍງານຂອງອົງການ
ຂ່າວ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ມານີລາ.

China Philippines
please wait
Embed

No media source currently available

0:00 0:01:23 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG