ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຈີນ ມີກຳນົດໃຊ້ເງິນ ຫຼາຍພັນລ້ານໂດລາ ໃນໂຄງການ ນຶ່ງແລວທາງ ນຶ່ງເສັ້ນທາງ


China to Spend Billions More on 'One Belt' Initiative; Campaigners Want Focus on Poverty
please wait

No media source currently available

0:00 0:03:01 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ທີ່ກອງປະຊຸມໃຫຍ່ ຂອງພັກຄອມມິວນິສຈີນ ໃນສັບປະດານີ້, ເຊິ່ງເປັນ ກອງປະຊຸມທີ່
ຈັດຂຶ້ນສອງຄັ້ງພາຍໃນ ນຶ່ງທົດສະວັດ ຂອງລັດຖະບານທີ່ມີພັກການເມືອງພັກດຽວ
ຂອງປະເທດນັ້ນ, ປະທານປະເທດ ທ່ານ ສີ ຈິ່ນຜິງ ກ່າວວ່າປະເທດ ຈີນ ຈະເປັນຜູ້ປະ
ກອບສ່ວນເຂົ້າ ໃນການພັດທະນາຂອງໂລກ. ກຸນແຈສຳຄັນທີ່ຈະເຮັດສິ່ງດັ່ງກ່າວນັ້ນ
ກໍແມ່ນ ເສັ້ນທາງການຄ້າ ຖະໜົນສາຍໄໝບູຮານ ເຊື່ອມໂຍງກັບທະວີບ ຢູໂຣບ ແລະ
ອາຟຣິກາ. ເງິນຫຼາຍພັນລ້ານໂດລາ ໄດ້ຖືກທຸ່ມເທໃສ່ໂຄງການກໍ່ສ້າງໂຄງລ່າງພື້ນ
ຖານ ຕາມເສັ້ນທາງດັ່ງກ່າວ ແຕ່ດັ່ງທີ່ນັກຂ່າວວີໂອເອ ເຮັນຣີ ຣິຈແວລ ຈະລາຍງານ
ໄປກໍແມ່ນວ່າ, ມັນໄດ້ມີການຮຽກຮ້ອງໃຫ້ ຈີນ ເພັ່ງເລັງໃສ່ເປົ້າໝາຍຕ່າງໆ ເຊັ່ນການ
ພັດທະນາ, ການລົບລ້າງຄວາມທຸກຍາກເປັນຕົ້ນ. ພຸດທະສອນ ມີລາຍລະອຽດ ກ່ຽວ
ກັບ ເລື່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ເສັ້ນທາງຜ່ານພູທີ່ສູງທີ່ສຸດຂອງໂລກຍາວ 1300 ກິໂລແມັດ, ຊື່ວ່າ ທາງຫຼວງມິດຕະ
ພາບ ຫຼື ຄາຣາໂຄຣາມ, ແມ່ນຫຼັກຖານຂອງຄວາມເຕັມໃຈໃນການລົງທຶນຢ່າງມະຫາ
ສານຂອງ ຈີນ.

ດ້ວຍຄ່າໃຊ້ຈ່າຍຫຼາຍສິບພັນລ້ານໂດລານັ້ນ, ຖະໜົນທີ່ເຊື່ອມຕໍ່ພາກຕາເວັນຕົກຂອງ
ຈີນ ກັບປະເທດ ປາກິສຖານ ແມ່ນສິ່ງນຶ່ງຂອງໂຄງການ ນຶ່ງແລວທາງນຶ່ງເສັ້ນທາງຂອງ
ລັດຖະບານ ປັກກິ່ງ, ເປັນແນວຄິດສູນລວມການນຳພາ ຂອງປະທານປະເທດ ສີ.

ອາຈານ ສຕີຟ ສາງ ທີ່ມະຫາວິທະຍາໄລ ລອນດອນ ຂະແໜງວິຊາການສຶກສາ
ກ່ຽວກັບ ຄົນເອເຊຍ ແລະ ອາຟຣິກາ ກ່າວວ່າ “ລັດຖະບານມີຄວາມໝາຍໝັ້ນ ທີ່ຈະ
ເຮັດທຸກຢ່າງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອຮັບປະກັນວ່າ ມັນຈະປະສົບຄວາມສຳ
ເລັດ. ດັ່ງນັ້ນ ເງິນ ແລະ ແຫຼ່ງຊັບພະຍາກອນຈຳນວນຫຼວງຫຼາຍ ຈຶ່ງແມ່ນຈະຖືກສົມ
ທົບໃສ່ເພີ່ມເຕີມ ເພື່ອອູ້ມຊູມັນ.”

ແຕ່ຕົວເລກຕ່າງໆ ໄດ້ສະແດງໃຫ້ເຫັນວ່າ ນັບຕັ້ງແຕ່ທາງຫຼວງ ຄາຣາໂຄຣາມ ໄດ້ຖືກ
ສ້າງຂຶ້ນມາ, ການສົ່ງອອກຂອງ ປາກິສຖານ ສູ່ ຈີນ ແທ້ຈິງແລ້ວໄດ້ຫຼຸດລົງ, ໃນຂະນະ
ທີ່ການນຳເຂົ້າໄດ້ເພີ່ມຂຶ້ນ, ກໍ່ໃຫ້ເກີດຄວາມເປັນຫ່ວງວ່າ ຖະໜົນສາຍໄໝເສັ້ນໃໝ່
ຂອງ ຈີນ ອາດກາຍເປັນຖະໜົນທິດທາງດຽວ.

ທ່ານ ສຕີເວັນ ເກລບ໌ ຈາກສະຖາບັນການພັດທະນາຕ່າງປະເທດ ກ່າວວ່າ “ໃນເວ
ລານີ້ ມັນມີຈຸດເພັ່ງເລັງຫຼາຍຢ່າງ ກ່ຽວກັບ ໂຄງລ່າງພື້ນຖານ ແລະ ໂດຍສະເພາະ
ການຂົນສົ່ງ, ທໍ່ສົ່ງນໍ້າມັນ, ປະເພດແນວນັ້ນ, ເຊິ່ງມັນບໍ່ໄດ້ແກ້ໄຂບັນຫາຄວາມທຸກ
ຍາກໂດຍກົງ. ແລະ ແທ້ຈິງແລ້ວ, ມັນໄດ້ມີບາງກໍລະນີທີ່ເປັນບັນຫາ ກ່ຽວກັບ ຜົນກະ
ທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ແຕ່ຂ້າພະເຈົ້າຄິດວ່າ ຈຸດເພັ່ງເລັງຄວນເປັນການ
ແກ້ໄຂການພັດທະນາ, ລວມທັງຄວາມທຸກຍາກ ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງ.”

ຢູ່ເທິງຖະໜົນທີ່ມີລົດຕິດ ໃນນະຄອນຫຼວງ ອາດິສ ອາບາບາ ຂອງປະເທດ ອີທິໂອເປຍ
ນັ້ນ, ຈີນ ໄດ້ສະໜອງທຶນ ກໍ່ສ້າງລະບົບລົດລາງທີ່ໄດ້ຖືກເປີດໃຊ້ໃນປີທີ່ຜ່ານມາ ດ້ວຍ
ມູນຄ່າ 500 ລ້ານໂດລາ. ປັກກິ່ງ ກ່າວວ່າ ການລົງທຶນແບບນີ້ ຈະຊ່ວຍສົ່ງເສີມເສດຖະ
ກິດຂອງທະວີບ ອາຟຣິກາ ດ້ວຍເຫດນັ້ນ ມັນຈຶ່ງຈະລົບລ້າງຄວາມທຸກຍາກ.

ນອກນັ້ນ ມັນຍັງຈະເປັນສ່ວນນຶ່ງຂອງແຜນການຂອງ ຈີນ ທີ່ຈະກາຍເປັນກຳລັງອິດທິ
ພົນໃນເວທີສາກົນນຳ.

ທ່ານ ສຕີເວັນ ເກລບ໌ ກ່າວວ່າ “ມັນໄດ້ຖືກຢືນຢັນໃນຄຳປາໄສຂອງທ່ານ ສີ ຈິ່ງຜິງ,
ວ່າ ຈີນ ໃຫ້ຄວາມສຳຄັນ ກ່ຽວກັບ ກົດເກນທຸກມື້ນີ້ ອີງຕາມການປົກຄອງທົ່ວໂລກ, ນະ
ໂຍບາຍການຕົກລົງຮ່ວມກັນ ຈາກຫຼາຍຝ່າຍ ແລະ ໂລກາພິວັດ.”

ໃນການຢ້ຽມຢາມປະເທດ ອິນເດຍ ໃນສັບປະດານີ້, ລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານ ເຣັກສ ທິລເລີສັນ ໄດ້ກ່າວຫາ ຈີນ ກ່ຽວກັບ ການບໍ່ປະຕິບັດຕາມກົດ
ລະບຽບພວກນັ້ນຢູ່ຕະຫຼອດເວລາ.

ທ່ານ ເຣັກສ ທິລເລີສັນ ກ່າວວ່າ “ຈີນ, ໃນຂະນະທີ່ກຳລັງເຕີບໂຕຄຽງຂ້າງ ອິນເດຍ ນັ້ນ,
ບໍ່ໄດ້ມີຄວາມຮັບຜິດຊອບພຽງພໍ, ບາງຄັ້ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ກົດລະບຽບທີ່
ອີງໃສ່ຫຼັກເກນສາກົນ.”

ບັນດາປະເທດຜູ້ຮັບ ໄດ້ມີຄວາມຍິນດີກັບການລົງທຶນຂອງ ຈີນ, ເຊິ່ງບາງຄັ້ງ ແມ່ນມີ
ເງື່ອນໄຂໜ້ອຍກວ່າການຊ່ວຍເຫຼືອຈາກປະເທດຕາເວັນຕົກ, ເຊັ່ນການຮຽກຮ້ອງສຳລັບ
ການປະຕິຮູບປະຊາທິປະໄຕເປັນຕົ້ນ. ທ່ານ ສາງ ເວົ້າວ່າ ແຕ່ມັນອາດມີຈຸດຈົບ ທີ່ບໍ່
ເປັນຕາພໍໃຈ.

ອາຈານ ສຕີຟ ສາງ ກ່າວວ່າ “ບັນຫາແທ້ຈິງຈະມາຮອດ ເມື່ອບາງປະເທດພວກນັ້ນ,
ໂດຍສະເພາະໃນເອເຊຍກາງ, ໄດ້ຈ່າຍຄືນ ເງິນກູ້ຢືມບາງຈຳນວນ ທີ່ໄດ້ຮັບຈາກໂຄງ
ການນຶ່ງແລວທາງນຶ່ງເສັ້ນທາງ. ແລະ ປະເທດສ່ວນໃຫຍ່ໃນນັ້ນ ຈະມີບັນຫາ ໃນການ
ໃຊ້ຄືນ ເງິນກູ້ຢືມດັ່ງກ່າວ.”

ສຳລັບຕອນນີ້, ການລົງທຶນຂອງ ຈີນ ແມ່ນໄດ້ສືບຕໍ່ຂະຫຍາຍອອກໄປ. ບັນດາຜູ້ໂຄສະ
ນາ ກ່ຽວກັບ ການພັດທະນາກ່າວວ່າ ຈຸດເພັ່ງເລັງຂອງ ປັກກິ່ງ ບໍ່ຄວນເປັນພຽງທ່າເຮືອ
ແລະ ທໍ່ສົ່ງນໍ້າມັນເທົ່ານັ້ນ, ແຕ່ຕ້ອງແມ່ນ ກ່ຽວກັບ ການລົບລ້າງຄວາມທຸກຍາກນຳ
ດ້ວຍ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG