ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຢືນຢັນວ່າ ຕົນຍັງຈະ ສະໜັບສະໜຸນ ໂຄງການ ລົດໄຟຄວາມໄວສູງ ໃນລາວຕໍ່ໄປ


ກອງປະຊຸມຂອງຄະນະລັດຖະບານລາວ ແລະຈີນ ທີ່ນະຄອນວຽງຈັນ ເມື່ອໝໍ່ໆມານີ້.
ກອງປະຊຸມຂອງຄະນະລັດຖະບານລາວ ແລະຈີນ ທີ່ນະຄອນວຽງຈັນ ເມື່ອໝໍ່ໆມານີ້.
ທາງການຈີນ ຢືນຢັນວ່າ ຍັງຈະໃຫ້ການສະໜັບສະໜຸນໂຄງ
ການກໍ່ສ້າງທາງ ລົດໄຟຄວາມໄວສູງໃນລາວຕໍ່ໄປ ຫາກແຕ່ກໍ
ຍັງບໍ່ມີກໍານົດເວລາທີ່ຊັດເຈນວ່າ ຈະອະນຸມັດ ເງິນກູ້ 7,000 ລ້ານໂດລາໃຫ້ລາວເມື່ອໃດ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດຂອງລາວເປີດເຜີຍວ່າທາງການຈີນໄດ້ໃຫ້
ການຢືນຢັນວ່າຈະຍັງຄົງໃຫ້ການສະໜັບສະໜຸນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ
ໃນລາວຕໍ່ໄປ ໃນໂອກາດທີ່ທ່ານ ຫວັງ ອີ້ ລັດຖະມົນຕີວ່າການຕ່າງ ປະເທດຂອງຈີນ ໄດ້ເດີນ
ທາງມາຢ້ຽມຢາມ ສປປ.ລາວ ແລະໄດ້ພົບປະເຈລະຈາຮ່ວມກັນກັບທ່ານ ທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າ ການຕ່າງປະເທດຂອງລາວຢ່າງເປັນທາງການ
ຢູ່ນະຄອນວຽງຈັນ ເມື່ອບໍ່ດົນມານີ້.

ແຕ່ຢ່າງໃດກໍຕາມ ການຢືນຢັນດັ່ງກ່າວຂອງທ່ານ ຫວັງ ອີ້ ກໍບໍ່ໄດ້ໃຫ້ຄວາມຊັດເຈນວ່າ ລັດ
ຖະບານຈີນນັ້ນມີກໍານົດການທີ່ຈະພິຈາລະນາ ເພື່ອອະນຸມັດເງິນກູ້ຢືມໃນມູນຄ່າ 7,000
ລ້ານໂດລາ ໃຫ້ລັດຖະບານລາວເມື່ອໃດ ທັງນີ້ກໍຍັງບໍ່ມີ ການຊີ້ແຈງດ້ວຍວ່າໃນລະຍະເກືອບ
1 ປີທີ່ມີການຊັກຊ້າເກີດຂຶ້ນ ທາງການຈີນ ໄດ້ດໍາເນີນການໃນດ້ານໃດແລ້ວ ແລະຍັງຕ້ອງ
ການທີ່ຈະໃຫ້ລັດຖະບານລາວປະຕິບັດໃນດ້ານໃດເພີ່ມຕື່ມຂຶ້ນອີກ ເພື່ອແລກກັບການອະນຸ
ມັດເງິນກູ້ດັ່ງກ່າວ.

ກ່ອນໜ້ານີ້ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນ
ສົ່ງ ໄດ້ຖະແຫຼງຢືນຢັນວ່າ ການເຈລະຈາກເພື່ອຕົກລົງໃນລາຍລະອຽດກ່ຽວກັບການກູ້ຢືມ
ເງິນທຶນສໍາລັບກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ທີ່ເປັນ ການເຈລະຈາຮ່ວມກັນລະ
ຫວ່າງຄະນະຜູ້ຕາງໜ້າຂອງລັດຖະບານລາວ ກັບຈີນ ຍັງຄົງສືບຕໍ່ຢູ່ເລື້ອຍມາ.

ທັງນີ້ ໂດຍເຖິງແມ່ນວ່າລັດຖະມົນຕີຂອງລາວຈະບໍ່ໄດ້ຖະແຫຼງລາຍລະອຽດວ່າ ການເຈລະ
ຈາລະຫວ່າງສອງຝ່າຍທີ່ຜ່ານມານັ້ນ ໄດ້ໃຫ້ຄວາມສໍາຄັນໃນດ້ານໃດ ກໍຕາມ ແຕ່ກໍເປັນທີ່
ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ປະເດັນທີ່ມີຄວາມສໍາຄັນທີ່ສຸດກໍຄືການກໍານົດເງື່ອນໄຂຕ່າງໆ
ສໍາລັບໃຫ້ລັດຖະບານລາວປະຕິບັດຕາມ ແລະເພື່ອ ເປັນການຮັບປະກັນວ່າ ທາງການລາວ
ຈະມີເງິນສໍາລັບຊໍາລະຄືນໜີ້ເງິນກູ້ພ້ອມດອກເບ້ຍຢ່າງຄົບຖ້ວນ.

ແຕ່ຢ່າງໃດກໍຕາມ ທ່ານສົມມາດ ກໍບໍ່ສາມາດກໍານົດໄດ້ວ່າການເຈລະຈາລະ ຫວ່າງທາງ
ການລາວ-ຈີນ ຈະໄດ້ຂໍ້ສະລຸບແລະຕົກລົງຮ່ວມກັນໄດ້ຢ່າງເປັນທາງ ການເມື່ອໃດແທ້ ພາກແຕ່ກໍເຊື່ອໝັ້ນວ່າທາງການທັງສອງຝ່າຍຈະສາມາດຕົກລົງ ກັນໄດ້ໃນທີ່ສຸດ ເພາະທີ່
ຜ່ານມານັ້ນ ທາງການທັງສອງຝ່າຍ ກໍໄດ້ຈັດທໍາບົດ ວິພາກເສດຖະກິດຂອງໂຄງການສໍາ
ເລັດໂດຍສົມບູນແລ້ວ ດັ່ງທີ່ທ່ານສົມມາດ ໄດ້ໃຫ້ການຢືນຢັນວ່າ:

ການສໍາຫລວດດິນເພື່ອສ້າງທາງລົດໄຟຄວາມໄວສູງ
ການສໍາຫລວດດິນເພື່ອສ້າງທາງລົດໄຟຄວາມໄວສູງ
ພວກເຮົາກະໄດ້ສໍາເລັດໃນຂັ້ນພື້ນຖານການສ້າງບົດ
ວິພາກເສດຖະກິດ-ເທກນິກ ໃນເສັ້ນທາງດັ່ງກ່າວດຽວ
ນີ້ລັດຖະບານສອງປະເທດ ພາກສ່ວນທີ່ກ່ຽວຂ້ອງກໍ
ພວມດໍາເນີນການເຈລະຈາ ເພື່ອເຮັດໃຫ້ສາມາດ
ລົງມືກໍ່ສ້າງຕໍ່ໄປ.”


ຖ້າຫາກອິງຕາມບົດລາຍງານທີ່ທ່ານສົມສະຫວາດ ເລັ່ງສະ
ຫວັດຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານເສດຖະ
ກິດຂອງຄະນະລັດຖະບານລາວໄດ້ ຖະແຫຼງຕໍ່ກອງປະຊຸມ
ສະໄໝວິສາມັນຂອງສະພາແຫ່ງຊາດລາວເມື່ອວັນທີ 18
ຕຸລາ 2012 ທີ່ຜ່ານມານັ້ນ ກໍຈະໄດ້ວ່າທາງການລາວຈະກູ້ຢືມເງິນທຶນສໍາລັບໃຊ້ຈ່າຍ
ໃນໂຄງການທັງ​ 100% ຈາກທາງການຈີນ.

ທັງນີ້ ໂດຍມີເງື່ອນໄຂທີ່ລັດຖະບານລາວຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດກໍຄື ສ້າງຕັ້ງ
ບໍລິສັດຂຶ້ນມາບໍລິຫານໂຄງການ ແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນ ໂດຍທີ່
ລັດຖະບານລາວຈະຕ້ອງຄໍ້າປະກັນເງິນກູ້ທັງ 100%​ ພ້ອມດອກເບ້ຍໃນອັດຕາ 2% ຕໍ່ປີ
ເປັນເວລາ 30 ປີ ແລະການຄໍ້າປະກັນເງິນກູ້ຢືມດັ່ງກ່າວນີ້ ກໍຍັງລວມໄປເຖິງລາຍຮັບ ແລະ
ຊັບສິນທັງໝົດໃນໂຄງການຕະຫຼອດຮອດການທີ່ລັດຖະບານລາວຍັງຈະຕ້ອງຄໍ້າປະກັນ
ດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງ ທີ່ເປັນການລົງທຶນຂອງຈີນຢູ່ໃນລາວອີກດ້ວຍ ຊຶ່ງໃນທີ່
ນີ້ກໍຄືບໍ່ແຮ່ ຄໍາແລະທອງແດງຢູ່ເຊໂປນ ກັບບໍ່ແຮ່ບ໊ອກໄຊ້ຕ໌ ຢູ່ແຂວງຈໍາປາສັກນັ້ນເອງ.

ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ຈະມີລະຍະທາງຍາວ 417.68 ກິໂລແມັດ
ແລະລາງລົດໄຟກວ້າງ 1.435 ແມັດ ໂດຍຈະຕ້ອງໃຊ້ເງິນທຶນສູງເຖິງ 7,000 ລ້ານໂດລາ
ເພາະພື້ນທີ່ກໍ່ສ້າງສ່ວນໃຫຍ່ເປັນເຂດພູດອຍ ແລະແມ່ນໍ້າລໍາເຊ ຈຶ່ງຈະຕ້ອງສ້າງຂົວເຖິງ 154 ແຫ່ງ ແລະເຈາະອຸໂມງ 76 ແຫ່ງຄິດເປັນລະຍະທາງຍາວກວ່າ 262 ກິໂລແມັດ ຈຶ່ງເຮັດໃຫ້
ຕ້ອງໃຊ້ເງິນທຶນຫຼາຍກວ່າໂຄງ ການໂດຍທົ່ວໄປນັ້ນເອງ.
XS
SM
MD
LG