ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ມີຫົວລະເບີດນິວເຄ​ລຍ 400 ລູກ ອີງຕາມບົດລາຍງານປະຈຳປີ ຂອງທຳນຽບຫ້າແຈ


ແຟ້ມພາບ - ໃນພາບນີ້ ຈາກອົງການຂ່າວ ຊິນຫົວ (Xinhua), ໃຫ້ເຫັນເຮືອບິນລົບ ໃນສະໝໍລະພູມ ທາງພາກຕາເວັນອອກ ຂອງກອງບັນຊາການ ກອງທັບປົດປ່ອຍປະຊາຊົນຈີນ (PLA) ກຳລັງປະຕິບັດການຝຶກຊ້ອມ ໃກ້ກັບເກາະໄຕ້ຫວັນ ເມື່ອວັນທີ 7 ສິງຫາ 2022.
ແຟ້ມພາບ - ໃນພາບນີ້ ຈາກອົງການຂ່າວ ຊິນຫົວ (Xinhua), ໃຫ້ເຫັນເຮືອບິນລົບ ໃນສະໝໍລະພູມ ທາງພາກຕາເວັນອອກ ຂອງກອງບັນຊາການ ກອງທັບປົດປ່ອຍປະຊາຊົນຈີນ (PLA) ກຳລັງປະຕິບັດການຝຶກຊ້ອມ ໃກ້ກັບເກາະໄຕ້ຫວັນ ເມື່ອວັນທີ 7 ສິງຫາ 2022.

ບົດລາຍງານສະບັບນຶ່ງ ຂອງທຳນຽບຫ້າແຈ ເຕືອນວ່າ ຈີນ ດຽວນີ້ ມີຫົວລະ ເບີດນິວເຄລຍຫຼາຍກວ່າ 400 ລູກ ເປັນການເພີ້ມຂຶ້ນປະມານສອງເທົ່າຂອງ ຄັງແສງອາວຸດນິວເຄລຍຂອງຕົນ ໃນໄລຍະພຽງສອງປີ ຂະນະດຽວກັນກອງທັບຂອງຕົນ ມີພຶດຕິກຳຕໍ່ສະຫະລັດ ແລະບັນດາພັນທະມິດ ໃນຂົງເຂດຢ່າງ “ບໍ່ປອດໄພ” ແລະ “ບໍ່ເປັນມືອາຊີບ” ໂດຍສະເພາະຕໍ່ໄຕ້ຫວັນ.

ຈັງຫວະຂອງການຂະຫຍາຍຕົວດ້ານນິວເຄບຍຢ່າງວ່ອງໄວຂອງຈີນນັ້ນ ອາດເຮັດໃຫ້ປັກກິ່ງ ສະສົມຫົວລະເບີດນິວເຄລຍໄດ້ ປະມານ 1,500 ລູກ ພາຍໃນປີ 2035 ອີງຕາມບົດລາຍງານປະຈຳປີຂອງທຳນຽບຫ້າແຈ ດ້ານ “ພະລັງທາງທະຫານຂອງຈີນ” ຕໍ່ລັດຖະສະພາ ທີ່ໄດ້ຖືກເປີດເຜີຍໃນວັນອັງຄານວານນີ້.

ກອງກຳລັງຈະຫຼວດຂອງກອງທັບປົດປ່ອຍປະຊາຊົນ ຫຼື PLARF ໄດ້ເລີ້ມຍິງທົດລອງລູກສອນໄຟຂີປະນາວຸດ ປະມານ 135 ລູກແລະຝຶກຊ້ອມໃນປີ 2021 ຊຶ່ງ “ຫຼາຍກວ່າປະເທດອື່ນໆຂອງໂລກລວມກັນ ໂດຍຍົກເວັ້ນລູກສອນໄຟຂີປະນາວຸດ ທີ່ໄດ້ຖືກນຳໃຊ້ຢູ່ໃນເຂດຂັດແຍ້ງແຫ່ງຕ່າງໆ” ອີງຕາມບົດລາຍງານດັ່ງກ່າວ. ຈີນຍັງສືບຕໍ່ກໍ່ສ້າງ ສະໜາມບັນຈຸລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM 3 ແຫ່ງ ຊຶ່ງຈະບັນຈຸລູກສອນໄຟ ICBM ໄດ້ຢ່າງໜ້ອຍ 300 ລູກ​ໃນຂຸມ​ທີ່​ສ້ງໃໝ່ນັ້ນ.

ບົດລາຍງານຂອງທຳນຽບຫ້າແຈ ໄດ້ອີງໃສ່ຂໍ້ມູນກ່ຽວກັບຄວາມສາມາດດ້ານການທະຫານຂອງຈີນ ທີ່ໄດ້ຖືກເກັບກຳຕະຫຼອດໄບຍະເດືອນທັນວາ ປີ 2021 ແຕ່ມັນຍັງໄດ້ລວບລວມເອົາບາງເຫດການທີ່ສຳຄັນໃນປີ 2022 ນຳ ໂດຍລວມທັງສົງຄາມໃນຢູເຄຣນຂອງຣັດເຊຍ ແລະ ການເດີນທາງໄປຢ້ຽມຢາມໄຕ້ຫວັນຂອງປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ໃນເດືອນກັນຍາ ອີງຕາມເຈົ້າໜ້າທີ່ອາວຸໂສທ່ານນຶ່ງໃນກະຊວງປ້ອງກັນປະເທດ.

ທ່ານແບຣດລີ ໂບແມນ ນັກລົບເກົ່າ ແລະຜູ້ອຳນວຍການອະວຸໂສຂອງສູນກາງກ່ຽວກັບອຳນາດດ້ານການທະຫານ ແລະການເມືອງ ປະຈຳຢູ່ມູນນິທິເພື່ອປ້ອງກັນປະຊາທິປະໄຕ ໄດ້ກ່າວວ່າ “ຈຳນວນ ແລະຄຸນນະພາບ” ຂອງລູກສອນໄຟຈີນ ແມ່ນ “ໜ້າເປັນຫ່ວງເປັນພິເສດ.”

“ຖ້າເບິ່ງໃນດ້ານນຶ່ງ ຄວາມສາມາດ ແລະສັກກະຍາພາບ ຂອງຄັງແສງລູກສອນໄຟຂອງຈີນແລ້ວ ມັນເປັນສິ່ງທີ່ໜ້າຫວາດສຽວ” ທ່ານໂບແມນ ໄດ້ກ່າວ ໂດຍກ່າວຕື່ມວ່າ ຄວາມທັນສະໄໝຂອງກອງທັບຈີນ “ໂດຍມີວີທີການ ແລະໂດຍເຈດຕະນາ ທີ່ມຸ້ງໃສ່ ໃນການອອກແບບຄວາມສາມາດທີ່ສະເພາະເຈາະຈົງເພື່ອເອົາຊະນະສະຫະລັດ.”

ຈີນ ຍັງໄດ້ເພີ້ມຈຳນວນຂອງການປະເຊີນໜ້າກັບກອງທັບສະຫະລັດ ແລະບັນ ດາພັນທະມິດ ແລະຄູ່ພາຄີ ຢູ່ໃນຂົງເຂດ ລວມທັງ ອອສເຕຣເລຍ “ຢ່າງບໍ່ປອດໄພ ແລະ ບໍ່ເປັນມືອາຊີບ” ຫຼາຍຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG