ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນໍ້າຖ້ວມບໍ່ຖ່ານຫີນ ຢູ່ແຂວງ Guizhou ຂອງຈີນ


ແຜນທີ່ປະເທດຈີນແຜ່ນດິນໃຫຍ່
ແຜນທີ່ປະເທດຈີນແຜ່ນດິນໃຫຍ່

ອົງການຂ່າວຂອງທາງການຈີນກ່າວວ່າ ພວກຄົນງານບໍ່ 21 ຄົນຖືກຕິດຄ້າງຢູ່ໃຕ້ດິນ​ໃນຕອນເຊົ້າວັນເສົາວານນີ້ ເວລາບໍ່ຖ່ານຫິນ​ແຫ່ງ​ນຶ່ງຢູ່ແຂວງ Guizhou ພາກຕາເວັນຕົກ ສຽງໃຕ້ຂອງປະເທດ ຖືກນໍ້າຖ້ວມ.

ອົງການຂ່າວຊິນຫົວຂອງຈີນກ່າວວ່າ ມີຄົນງານບໍ່ຖ່ານຫິນ 29 ຄົນ ກໍາ ລັງ​ເຮັດ​ວຽກຢູ່ສອງ​ແຫ່ງ​ໃນບໍ່ຖ່ານ​ຫີ​ນ Niupeng ຢູ່ເຂດເມືອງ Pintang ເວລາບໍ່ດັ່ງກ່າວຖືກນໍ້າຖ້ວມ. ພວກຄົນງານບໍ່ 8 ຄົນ ໄດ້ຖືກຊ່ວຍກູ້ຊີວິດໄວ້ໄດ້.

ບໍ່ຖ່ານຫິນຂອງຈີນ ຖືວ່າເປັນອັນຕະລາຍເຖິງຂັ້ນເສຍຊີວິດຫລາຍທີ່ສຸດຂອງໂລກ ຄືມີຄົນ ງານ ບໍ່ຫລາຍພັນຄົນເສຍຊີວິດໃນແຕ່ລະປີ. ຄວາມຮຽກຮ້ອງຕ້ອງຖ່ານຫິນຈໍານວນ ມະຫາສານຂອງຈີນ ພາ​ໃຫ້ຜູ້ຜະລິດຫລື​ເຈົ້າ​ຂອງ​ບໍ່ທັງຫລາຍ ເມີນເສີຍບໍ່ປະຕິບັດຕາມກົດ ລະບຽບຄວາມປອດໄພຕ່າງໆ.

XS
SM
MD
LG