ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ຈີນ ອາດ​ເຂົ້າແທນ​ຊ່ອງ​ຫວ່າງ​ດ້ານ​ການ​ຊ່ວຍ​ເຫຼືອ​ ຍ້ອນ​ອົງ​ການ USAID ຖືກ​ປິດ ແຕ່​​ມັນ​ຈະ​ບໍ່​ງ່າຍ


ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນກວດ​ກາ​ສິ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຫຼັງ​ຈາກ​ການ​ຊ່ວຍ​ເຫຼືອໜັກ 60 ໂຕນ​ຈາກ​ອົງ​ການ USAID ຖືກ​ຂົນ​ລົງ​ຈາກ​ເຮືອ​ບິນ​ຢູ່​ສະ​ໜາມ​ບິນ ອາ​ບິ​ລ, ອີ​ຣັກ, 2 ກັນ​ຍາ 2014.
ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນກວດ​ກາ​ສິ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ຫຼັງ​ຈາກ​ການ​ຊ່ວຍ​ເຫຼືອໜັກ 60 ໂຕນ​ຈາກ​ອົງ​ການ USAID ຖືກ​ຂົນ​ລົງ​ຈາກ​ເຮືອ​ບິນ​ຢູ່​ສະ​ໜາມ​ບິນ ອາ​ບິ​ລ, ອີ​ຣັກ, 2 ກັນ​ຍາ 2014.

ອົງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຂອງ ສະ​ຫະ​ລັດ ເຊິ່ງ​ຖືກ​ປິດ​ໂດຍ​ລັດ​ຖະ​ບານ​ທ່ານ ທ​ຣຳ ແມ່ນ​ຖືກ​ຕຳ​ໜິ​ວິ​ຈານ​ໂດຍ ປັກ​ກິ່ງ ມາ​ດົນ​ນານ​ແລ້ວ. ແຕ່​ໃນ​ຂະ​ນະ​ທີ່ອົງ​ການ USAID ຖືກ​ປິດ​ລົງ, ປັກ​ກິ່ງ ຈະ​ພະ​ຍາ​ຍາມ​ເຂົ້າ​ມາ​ສ້າງ​ອິດ​ທິ​ພົນແທນ ຫຼືບໍ່? ນັກ​ວິ​ເຄາະ​ຈຳ​ນວນ​ນຶ່ງ​ເວົ້າ​ວ່າ ເຖິງ​ແມ່ນ​ຈີນ​ຢາກ​ຈະ​ເຂົ້າ​ມາ​ຕື່ມ​ເຕັມ​ຊ່ອງ​ຫວ່າງ​ດັ່ງ​ກ່າວ​ກໍ​ຕາມ, ບັນ​ຫາ​ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ​ອາດ​ຈຳ​ກັດ​ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ມາ​ໂກ ຣູ​ບີ​ໂອ, ຜູ້​ທີ່​ຕອນນີ້​ ເປັນ​ວ່າ​ການ​ຜູ້​ອຳ​ນວຍ​ການ​ອົງ​ການ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນຂອງສະ​ຫະ​ລັດ, ໄດ້​ກ່າວ​ວ່າ​ທ່ານ​ຈະ​ນຳ​ເອົາກິດ​ຈະ​ກຳຕ່າງໆ​ຂອງ​ອົງ​ການ​ດັ່ງກ່າວ​ມາ​ດຳ​ເນີນ​ໃຫ້​ສອດ​ຄ່ອງ​ກັບ​ວາ​ລະ​ແຜນ​ການ​ຂອງ​ລັດ​ຖະ​ບານ​ໃໝ່.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ປະ​ເທດ ແອ​ລ ຊາ​ລ​ວາ​ດໍ ໃນ​ຕົ້ນ​ອາ​ທິດນີ້​ວ່າ “ເງິນ​ຂອງ​ຜູ້​ຈ່າຍ​ພາ​ສີ​ທີ່​ວ່ານີ້, ແລະ ພວກ​ເຮົາ​ກໍ​ເປັນ​ໜີ້​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ທີ່​ຕ້ອງ​ຮັບ​ຮອງວ່າ ​ເງິນ​ທຸກ​ໂດ​ລາ​ທີ່​ເຮົາ​ຈ່າຍ​ໃນ​ຕ່າງ​ປະ​ເທດ​ນັ້ນ ຈະ​ຖືກ​ໃຊ້​ເພື່ອ​ສິ່ງ​ທີ່​ສົ່ງ​ເສີມ​ຜົນ​ປະ​ໂຫຍດ​ຂອງ​ຊາດ.”

ອົງ​ການ USAID ມີ​ງົບ​ປະ​ມານ​ປະ​ຈຳ​ປີຫຼາຍກວ່າ 40 ຕື້​ໂດ​ລາ ແລະ ບໍ​ລິ​ຫານ​ໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ໆທົ່ວ​ໂລກ, ລວມ​ທັງ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ກັບ ຈີນ ທີ່​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການ​ຕຳ​ໜິ​ວິ​ຈານ​ໂດຍ​ທຳ​ນຽບ​ຂາວ.

ໃນ​ເອ​ກະ​ສານ​ຂໍ້​ແທ້​ຈິງ​ເລື່ອງ “ຄວາມ​ສິ້ນ​ເປືອງ ແລະ ການ​ໃຊ້​ໃນ​ທາງ​ທີ່​ຜິດ” ທີ່​ຖືກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 3 ກຸມ​ພາ​ນັ້ນ, ທຳ​ນຽບ​ຂາວ​ ລະ​ບຸ​ວ່າ USAID ໄດ້​ມອບ​ເງິນຫຼາຍ​ລ້ານ​ໂດ​ລາ​ໃຫ້​ກັບ​ອົງ​ການ EcoHealth Alliance ເຊິ່ງ​ເປັນ​ອົງ​ການ​ຂອງ ສະ​ຫະ​ລັດ ທີ່​ເຮັດ​ວຽກ​ດ້ານ​ການ​ປ້ອງ​ກັນ​ໂຣກ​ຕິດ​ຕໍ່. ອົງ​ການ​ດັ່ງ​ກ່າວ ​ຖືກ​ກ່າວ​ຫາ​ວ່າ​ ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ໄວ​ຣັ​ສວິ​ທະ​ຍາໃນເມືອງ ວູ​ຫານ ກ່ຽວກັບ​ການ​ວິ​ໄຈ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ເຮັດ​ໃຫ້​ເກີດ​ການ​ລະ​ບາດ​ຂອງ ໂຄວິດ-19, ທັງ​ອົງ​ການ EcoHealth Alliance ແລະ ລັດ​ຖະ​ບານ ຈີນ ຕ່າງ​ກໍ​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ.

ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ USAID ໄດ້​ກຳ​ນົດ​ຂອບ​ການ​ລະ​ດົມ​ທຶນ​ສຳ​ລັບ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​ກັບ ຈີນ ຫຼາຍ​ຂຶ້ນ​ເລື້ອຍໆ ໂດຍ​ເປັນ​ກົນ​ລະ​ຍຸດ​ໃນ​ການ​ຄວບ​ຄຸມ​ການ​ຂະ​ຫຍາຍ​ຕົວ​ຂອງ ຈີນ ໃນ​ລະ​ດັບ​ໂລກ​ຜ່ານ​ຄວາມ​ຊ່ວຍ​ເຫຼືອ ແລະ ການ​ລົງ​ທຶນ.

​ເວັບ​ໄຊ້​ຂອງ USAID ຊຶ່ງ​ຖືກ​ປິດ​ລົງ​ແລ້ວ​ນັ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ໜ່ວຍ​ງານ​ດັ່ງ​ກ່າວ​ໄດ້​ຍົກ​ຍ້ອງ “ກອງ​ທຶນ​ຕອບ​ໂຕ້ອິ​ດ​ທິ​ພົນ​ຈີນ” ວ່າ ​ເປັນ​ນຶ່ງ​ໃນ “ຄວາມ​ສຳ​ເລັດ​ທີ່​ສຳ​ຄັນ.” ກອງ​ທຶນນີ້ “ຈະ​ສົ່ງ​ເສີມ​ເປົ້າ​ໝ​າຍ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ເພື່ອ “ສ້າງ​ພັນ​ທະ​ມິດ​ທີ່​ມີ​ຄວາມ​ຍືດ​ຢຸ່ນຫຼາຍ​ຂຶ້ນ ເຊິ່ງ​ສາ​ມາດ​ຕ້ານ​ທານ​ແຮງ​ກົດ​ດັນ​ຈາກ​ພັກ​ຄອມ​ມູ​ນິ​ສ ຈີນ ແລະ ຜູ້​ກະ​ທຳ​ຜິດ​ທີ່​ຮ້າຍ​ແຮງອື່​ນໆ​ໄດ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The U.S. foreign aid agency broadly shut down by the Trump administration has long been criticized by Beijing. But as USAID projects wind down, will Beijing step in to try to build influence? Some analysts say although China will want to fill the vacuum, its own economic problems could limit what it will do.

Secretary of State Marco Rubio, who is now the acting director of U.S. Agency for International Development, said he will bring the agency’s activities in line with the agenda of the new government.

“These are taxpayer dollars, and we owe the American people assurances that every dollar we are spending abroad is being spent on something that furthers our national interest,” he told reporters while visiting El Salvador earlier this week.

USAID had an annual budget of more than $40 billion and managed aid programs around the world, including a China-related program that has become a target of criticism by the White House.

On a “waste and abuse” fact sheet released on Feb. 3, the White House said USAID had given millions of dollars to EcoHealth Alliance, a U.S. organization working on protections against infectious disease. The organization has been accused of working with Wuhan Institute of Virology on coronavirus research that had caused the COVID-19 pandemic. Both EcoHealth Alliance and the Chinese government have rejected those accusations.

In recent years, USAID has increasingly framed its fundings for China-related programs as a strategy to contain China’s global expansion through aid and investments.

An archived page of USAID’s now-closed website shows that the agency lauded its “Countering Chinese Influence Fund” as one of its “key accomplishments.” The fund "will advance national-security goals" to "build more resilient partners that are able to withstand pressure from the CCP and other malign actors."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG