ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ສັ່ງໃຫ້ ໜ່ວຍຍາມຝັ່ງ ໄປຢູ່ໃຕ້ ການບັນຊາ ຂອງທະຫານ


ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ໄດ້ແລ່ນເຂົ້າຫາ ເຮືອປະມົງ ຂອງຟີລິບປິນ ໃນຂະນະທີ່ພວກເຂົາເຈົ້າ ກຳລັງປະເຊີນໜ້າກັນ ຢູ່ນອກຝັ່ງ ໝູ່ເກາະ Scarborough Shoal ໃນທະເລຈີນໃຕ້ ທີ່ຍັງເອີ້ນກັນອີກຊື່ນຶ່ງ ວ່າ ທະເລຕາເວັນຕົກຂອງຟີລິບປິນ, ຫຼື West Philippine Sea, ວັນທີ 23 ກັນຍາ 2015.
ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ໄດ້ແລ່ນເຂົ້າຫາ ເຮືອປະມົງ ຂອງຟີລິບປິນ ໃນຂະນະທີ່ພວກເຂົາເຈົ້າ ກຳລັງປະເຊີນໜ້າກັນ ຢູ່ນອກຝັ່ງ ໝູ່ເກາະ Scarborough Shoal ໃນທະເລຈີນໃຕ້ ທີ່ຍັງເອີ້ນກັນອີກຊື່ນຶ່ງ ວ່າ ທະເລຕາເວັນຕົກຂອງຟີລິບປິນ, ຫຼື West Philippine Sea, ວັນທີ 23 ກັນຍາ 2015.

ປັກກິ່ງມີຄຳສັ່ງໃຫ້ໜ່ວຍຍາມຝັ່ງຂອງຕົນ ຢູ່ພາຍໃຕ້ການບັງຄັບບັນຊາຂອງທະຫານ
ເພື່ອເຕືອນປະເທດຕ່າງໆ ຮວມທັງສະຫະລັດ ບໍ່ໃຫ້ແຊກແຊງເຂົ້າ ໃນການຄວບຄຸມ
ຂອງຕົນຢູ່ໃນທະເລຈີນໃຕ້ ທີ່ຍັງມີການຂັດແຍ້ງກັນຢູ່ນັ້ນ.

ການປ່ຽນແປງດັ່ງກ່າວ ຈະເລີ້ມມີຜົນບັງຄັບໃຊ້ ໃນວັນທີ 1 ກໍລະກົດນີ້ ຫຼັງຈາກທີ່
ສະຫະລັດ ໄດ້ສົ່ງກຳປັ່ນຫຼາຍລຳ ເຂົ້າໄປໃນທະເລຈີນໃຕ້ 7 ເທື່ອ ນັບແຕ່ປະທານາ
ທິບໍດີ ດໍໂນລ ທຣຳ ໄດ້ເຂົ້າກຳຕຳແໜ່ງໃນປີກາຍ ແລະສະຫະລັດໄດ້ສົ່ງເຮືອບິນ
ຖິ້ມລະເບີດ ບີ 52 ບິນຜ່ານເຂດທະເລດັ່ງກ່າວ ໃນຕົ້ນເດືອນນີ້.

ພວກນັກວິຊາການເຊື່ອວ່າ ຄຳສັ່ງໃຫ້ໜ່ວຍຍາມຝັ່ງຢູ່ພາຍໃຕ້ການບັງຄັບບັນຊາໃໝ່
ຂອງພວກທະຫານ ແມ່ນຖືກຕ້ອງກັບຄວາມພະຍາຍາມ ຂອງປະທານປະເທດ ຈີນ
ທ່ານສີ ຈິ້ນຜິງ ນັບແຕ່ປີ 2012 ເປັນຕົ້ນມາ ເພື່ອປັບປຸງໃນການຂະຫຍາຍເຂດປະຕິບັດ
ງານ ແລະຄວາມສາມາດຂອງກອງທັບ.

ຄຳສັ່ງໃໝ່ໃຫ້ໜ່ວຍຍາມຝັ່ງ ທີ່ເຄີຍຂຶ້ນກັບ ອົງການຄຸ້ມຄອງທາງທະເລ ຂອງປະເທດ
ໄປຂຶ້ນກັບກຳລັງຕຳຫຼວດປະຊາຊົນ ປະກອບອາວຸດນັ້ນ ຈະ “ຊ່ວຍໃຫ້ໜ່ວຍຍາມຝັ່ງ
ມີບົດບາດເພີ້ມຂຶ້ນ ໃນການຮັບມືກັບເຫດການສຸກເສີນ ແລະວິກິດການຕ່າງໆ ຮວມ
ທັງ ສົງຄາມນຳດ້ວຍ”
ນັ້ນຄືລາຍງານ ຂອງເວັບໄຊທ໌ ໂກລໂບລ ໄທມ໌ ຊຶ່ງເປັນອົງການ
ຂ່າວຂອງພັກຄອມມູນິສຈີນ ທີ່ອອກໃນວັນຈັນຜ່ານມານີ້.

ທ່ານແອນດຣູ ແຢງ (Andrew Yang) ເລຂາທິການໃຫຍ່ຂອງສະພາການສຶກສາ
ນະໂຍບາຍ ທີ່ກ້າວໜ້າ ຂອງຈີນ ທີ່ໄຕ້ຫວັນ ກ່າວວ່າ “ໃນຂະນະທີ່ເປັນການແນ່ນອນ
ໃນການມີໜ້າເພີ້ມຂຶ້ນນັ້ນ ມັນຍັງເປັນການສົ່ງສັນຍານໃຫ້ເຫັນອີກວ່າ ເຂົາເຈົ້າໄດ້
ຕັດສິນໃຈ ທີ່ຈະປົກປ້ອງເຂດນ້ຳແດນດິນ ອັນຄົບຖ້ວນຂອງພວກເຂົາເຈົ້າ. ແນ່ນອນ
ສະຫະລັດຈະໃຫ້ຄວາມສົນໃຈກ່ຽວກັບເລື້ອງນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG