ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ການກໍ່ສ້າງ ທາງທະຫານ ຂອງຈີນ ຢູ່ ທະເລຈີນໃຕ້ ໃກ້ຈະສຳເລັດແລ້ວ

ພາບຖ່າຍຈາກດາວທຽມນີ້ ສະແດງໃຫ້ເຫັນ ອັນທີ່ ອົງການ CSIS Asia Maritime Transparency Initiative ກ່າວວ່າ ແມ່ນສິ່ງກໍ່ສ້າງ ທີ່ເປັນເບຕົງ ປະກອບດ້ວຍຫຼັງຄາ ທີ່ປິດເປີດໄດ້ ຢູ່ເກາະທຽມ Fiery Cross, ໃນທະເລຈີນໃຕ້, ພາບນີ້ໄດ້ຖືກພິມເຜີຍແຜ່ ເມື່ອວັນທີ 22 ກຸມພາ 2017.

ກຸ່ມວິເຄາະທີ່ມີຫ້ອງການຕັ້ງຢູ່ວໍຊິງຕັນ ໄດ້ສະຫລຸບວ່າ ຈີນ ເກືອບຈະ​ແລ້ວສຳເລັດ​
ໃນການກໍ່ສ້າງ ຫຼື ຖົມ​ເກາະດອນ 3 ​ແຫ່ງ ໃນທະເລຈີນໃຕ້ ຊຶ່ງ​ຈະເຮັດໃຫ້ ຈີນ ມີ
ຄວາມສາມາດ ທີ່ຈະນຳເອົາພວກເຮືອບິນລົບ ແລະ ອາວຸດຍຸດໂທປະກອນ ອື່ນໆ
ໄປປະຈຳການ ຢູ່ທີ່ພວກເກາະດັ່ງກ່າວໄດ້ທຸກເວລາ.

ພາບຖ່າຍຈາກດາວທຽມ ໄດ້ຖືກເຜີຍແຜ່ ໂດຍ ກຸ່ມເພື່ອຄວາມໂປ່ງໃສ ດ້ານການເດີນເຮືອ ຂອງເອເຊຍ ຢູ່ສູນກາງດ້ານຍຸດທະສາດ ແລະ ການສຶກສານາໆຊາດ ຫຼື CSIC ຂອງວໍຊິງຕັນ ສະແດງໃຫ້ເຫັນເຖິງການກໍ່ສ້າງທີ່ອາດເປັນໄປໄດ້ວ່າ ອາຄານຫໍເຣດາ ຢູ່ທີ່ໝູ່ເກາະ Spratly ທີ່ເປັນບັນຫາຂັດແຍ້ງ ໃນທະເລຈີນໃຕ້.

ສູນກາງດ້ານຍຸດທະສາດ ແລະ ການສຶກສານາໆ​ຊາດ ຫຼື CSIC ໄດ້ວິເຄາະພາບ ຖ່າຍຈາກດາວທຽມ ເມື່ອມໍ່ໆມານີ້ ແລະ ໄດ້ພົບເຫັນວ່າ ການກໍ່ສ້າງອາຄານຈອດ
ເຮືອບິນ ສະຖານທີ່ຕິດຕັ້ງເຣດາ ສະຖານກຳບັງລູກສອນໄຟຍິງຈາກພື້ນດິນສູ່ອາ
ກາດແລະ ເດີ່ນເຮືອບິນ ຂອງ​ຈີນ​ນັ້ນ ແມ່ນໄດ້ສຳເລັດ ຫຼື ເກືອບຈະສຳເລັດແລ້ວ.

ພວກເຮືອດູດຂີ້ຊາຍ ປາກົດວ່າ ສາມາດແນມເຫັນໄດ້ ຢູ່ນ່ານນ້ຳ ອ້ອມແອ້ມ ເກາະຫີນປະກາລັງ Mischief ໃນກຸ່ມໝູ່ເກາະ Spratly ທີ່ມີບັນຫາຂັດແຍ້ງ ຢູ່ທີ່ທະເລຈີນໃຕ້, ວັນທີ 21 ພຶດສະພາ 2015.
ພວກເຮືອດູດຂີ້ຊາຍ ປາກົດວ່າ ສາມາດແນມເຫັນໄດ້ ຢູ່ນ່ານນ້ຳ ອ້ອມແອ້ມ ເກາະຫີນປະກາລັງ Mischief ໃນກຸ່ມໝູ່ເກາະ Spratly ທີ່ມີບັນຫາຂັດແຍ້ງ ຢູ່ທີ່ທະເລຈີນໃຕ້, ວັນທີ 21 ພຶດສະພາ 2015.

ທ່ານ Gregory Poling ນັກ​ຊ່ຽວຊານ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​
ທີ່​ສູນ​ກາງ CSIC ກ່າວ​ຕໍ່​ວີ​ໂອ​ເອວ່າ “ທຸກໆ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ ຄວນ​ຈະເປັນ
ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ ​ການ​ກໍ່ສ້າງ​ນີ້.”

ທ່ານ​ກ່າວ​ຕື່ມ​ວ່າ “ຖ້າ​ທ່ານ​ເປັນ​ຊາວ​ປະມົງ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ໜ່ວຍ​ຍາມ​ຝັ່ງ ​ເຮືອສຳ​ຫລວດ​ນ້ຳມັນ​ຫຼື​ແກັສທຳ​ມະ​ຊາດ ​ແລະ ​ອື່ນໆ ນີ້​ແມ່ນ
ໝາຍ​ຄວາມ​ວ່າ ຈີນ​ແມ່ນ​ມີ​ຄວາມ​ສາມາດ​ແລະ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ຈັບ​ຕາ​ເບິ່ງ
ທຸກໆ​ການ​ເຄື່ອນ​ໄຫວ​ທີ່​ທ່ານ​ເຮັດ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ​ແລະ​ຈະ​ແຊກແຊງ ​ຢູ່ໃນ
ບ່ອນ​ໃດ ​ແລະ ເວລາ​ໃດທີ່​ຕົນ​ເຫັນ​ວ່າ ​ເໝາະ​ສົມ.”

ທ່ານ Poling ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວດັ່ງກ່າວ ​ຄວນ​ຈະ​ສ້າງ​ຄວາມ​ກັງວົນໃຈ
ເປັນ​ຢ່າງ​ຍິ່ງ ​ໃຫ້​ແກ່​ມະ​ຫາ​ອຳນາດ​ຂອງ​ໂລກ ​ເຊັ່ນ​ວ່າ ສະຫະລັດ ຍີ່ປຸ່ນ ອອສ​ເຕຣ​ເລຍ
ອິນ​ເດຍ ​ແລະ​ບັນດາ​ປະ​ເທດ​ໃນ​ຢູ​ໂຣບ ​ເມື່ອ​ເວົ້າ​ເຖິງ​ປະຫວັດ ການ​ອ້າງ​ເອົາ​ກຳມະສິດ
​ຂອງ​ຈີນ ​ຢູ່​ໃນ​ເຂດ​ດັ່ງກ່າວ ​ແລະ​ຄວາມ​ໝັ້ນໝາຍ​ຂອງຕົນ ​ທີ່​ຈະ​ຄຸ້ມ​ຄອງ​ການ​ອ້າງ
​ກຳມະສິດ​ດັ່ງກ່າວ​ ດ້ວຍ​ກຳລັງ​ຖ້າ​ຫາກ​ຈຳ​ເປັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG