ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ເປັນ​ຫົວ​ຂໍ້​ສຳ​ຄັນ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມອອ​ສ​ເຕ​ຣ​ເລຍ ແລະ​ຟິ​ຈິ ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດບ​ລິງ​ເກັນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂບກ​ມື ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ ທີ່​ສະ​ໜາມ​ບິນແອນດ​ຣູ ໃນ​ລັດ​ແມ​ຣີ​ແລນ ເມື່ອ​ວັນ​ທີ 18 ມັງ​ກອນ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂບກ​ມື ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ ທີ່​ສະ​ໜາມ​ບິນແອນດ​ຣູ ໃນ​ລັດ​ແມ​ຣີ​ແລນ ເມື່ອ​ວັນ​ທີ 18 ມັງ​ກອນ 2022.

ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພວມ​ມຸ່ງ​ໜ້າ​ໄປ​ສູ່ອອ​ສ​ເຕ​ຣ​ເລຍໃນ​ວັນ​ຈັນ​ມື້ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ສີ່​ປະ​ເທດ ທີ່​ເອີ້ນ​ກັນ​ວ່າກຸ່ມ​ຄວດ (Quad) ໃນ​ການ​ປຶກ​ສາຫາ​ລື​ ເພື່ອ​ສ້າງຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຫຼາຍບັນ​ຫາ ຮວມ​ທັງ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ ແລະດ້ານ​ໄຊ​ເບີ ໃນ​ຂະ​ນະ​ທີ່​ຕ້ານ​ຄືນ “ການ​ຮຸກ​ຮານ​ແລະ​ບີບ​ບັງ​ຄັບ” ໃນ​ເຂດ​ອິນໂດ​ປາ​ຊີ​ຟິກ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

​ຄວດ ​ແມ່ນກຸ່ມ​ປຶກ​ສາ​ຫາ​ລື​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ຮວມ​ທັງ​ປະ​ເທດອອ​ສ​ເຕ​ຣ​ເລຍ ອິນ​ເດຍ ຍີ​ປຸ່ນ ແລະ​ສ​ະ​ຫະ​ລັດ.

​ການ​ໄປຢ້ຽມ​ຢາມອອ​ສ​ເຕ​ຣ​ເລຍ​ຂອງທ່ານບ​ລິງ​ເກັນ ແຕ່​ວັນ​ທີ 9 ຫາ 12 ກຸມ​ພາ ຈະ​ເປັນ​ການ​ຢ້ຽມ​ຢາມ ​ເທື່ອ​ທຳ​ອິດ​ຂອງ​ທ່ານ ​ຫຼັງຈາກທີ່​ໄດ້​ມີ​ການ​ເສີມ​ຂະ​ຫຍາຍການ​ເປັນ​ພາ​ຄີ 3 ຝ່າຍ​ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້​ວ່າ AUKUS ຊຶ່ງ​ປະ​ກອບ​ດ້ວຍອອ​ສ​ເຕ​ຣ​ເລຍ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ​ສ​ະ​ຫະ​ລັດ ຊຶ່ງ​ໄດ້​ມີ​ການ​ປະ​ກາດ​ໃນ​ເດືອນ​ກັນ​ຍາ​ປີ​ກາຍນີ້. ຂໍ້​ຕົກ​ລົງ​ດັ່ງ​ກ່າວ ແມ່ນ​ຮວມ​ທັງ​ການ​ສ້າງ​ກຳ​ປັ່ນ​ດຳນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ​ໃຫ້​ແກ່ອອ​ສ​ເຕ​ຣ​ເລຍ ຊຶ່ງ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ ຈີ 7 ເພື່ອເປັນ​ການ​ເສີມ​ຂະ​ຫຍາຍ​ ໃນ​ການ​ສະ​ກັດ​ກັ້ນ​ຕໍ່​ການ​ຂະ​ຫຍາຍ​ກຳ​ລັງ​ທະຫານ​ຂອງ​ຈີນ ໃນທົ່ວ​ຂົງ​ເຂດ​ອິນ​ໂດ​ປາ​ຊີ​ຟິກ.

​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວໃນ​ວັນ​ສຸກ​ທີ່​ຜ່ານ​ມານີ້​ວ່າ “ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະມົນ​ຕີອອ​ສ​ເຕ​ຣ​ເລຍ ​ທ່ານ​ສະ​ກັອດ ມໍ​ຣິ​ສັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ທ່ານນາງ​ມາ​ຣິ​ສ ເພນ (Marise Payne) ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ຍີ​ປຸ່ນ ທ່ານ​ຮາ​ຢາ​ຊິ ໂຢ​ຊິ​ມາ​ຊະ (Hayashi Yoshimasa) ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ທ່ານ​ສຸບ​ຣາ​ມາ​ນິ​ຢາມ ໄຈ​ສັງ​ກາ (Subrahmanyam Jaishan​kar) ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ອີກ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສຳ​ພັນ​ສອງ​ຝ່າຍ ແລະ​ບັນ​ຫາ​ທີ່​ຮີບ​ດ່ວນ​ຂອງ​ໂລກ.”

ສ່ວນ​ນຶ່ງ​ຂອງ​ກາ​ນ​ປຶກ​ສາ​ຫາ​ລື ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຄວດ ທີ່​ນະ​ຄອນ​ແມ​ລ​ເບີນ “ຈະ​ພົວ​ພັນ​ກັບ​ບັນ​ຫາ​ທ້າ​ທ້າຍ ທີ່ມາ​ຈາກ​ຈີນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ທ່ານ​ແດ​ນຽ​ລ ໄຄ​ຣ​ເຕັນ​ບ​ຣິງ (Daniel Kritenbrink) ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບກິດ​ຈະ​ການ​ເອ​ເຊຍ​ແລະ​ປາ​ຊີ​ຟິກ ທີ່​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ລະ​ຫວ່າງ​ການ​ລາຍງານ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມານີ້.

ທ່ານ​ຊາ​ລ​ສ໌ ອີ​ແດ​ລ (Charles Edel) ປະ​ທານ​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການສຶກ​ສາ​ລະ​ຫວ່າງ​ປະ​ເທດ​ຂອງອອ​ສ​ເຕ​ຣ​ເລຍ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນກ່າວ​ວ່າ “ກຸ່ມ​ຄວດ ບໍ່​ແມ່ນ​ພັນ​ທະ​ມິດ​ທາງ​ດ້ານ​ທະ​ຫານ ແຕ່ມັນ​ກໍ​ບໍ່​ໄດ້​ພາດສາຍ​ຕາ​ໄປ​ຈາກຈີນ ທີ່​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທັງ​ສີ່ ຊຶ່ງ​ທັງ​ໝົດ​ຕ່າງ​ກໍ​ເປັນປະ​ເທດ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ທະ​ເລ ແລະ​ຄວາມ​ສາ​ມາດ​ທີ່​ກ້າວ​ໜ້າ​ທາງດ້ານ​ທະ​ຫານນັ້ນ ແມ່ນ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ການ​ເອົາ​ທ່າ​ທີ ​ແບບ​ຮຸກ​ຮານ​ເພີ້ມ​ຂຶ້ນ​ຂອງ​ຈີນຕໍ່​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ.”

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມເປັນ​ເວ​ລາ​ນຶ່ງ​ອາ​ທິດ ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແມ່ນ​ຈະ​ຮວມ​ທັງ​ປະ​ເທດ​ຟິ​ຈິ ແລະ​ການ​ຢຸດ​ແວ່​ທີ່​ນະ​ຄອນ​ໂຮ​ໂນ​ລູ​ລູ ໃນລັດ​ຮາ​ວາຍ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG