ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຫົວໜ້າ​ຜູ້​ຊ່ວຍ ປະທານ​ປະ​ເທດ​​ຈີນ ຖືກ​ຕັດ​ສິນ​ ຈຳ​ຄຸກ ຕະຫຼອດ​ຊີວິດ


ທ່ານ Ling Jihua ຜູ້ຊ່ວຍທີ່ຈົງຮັກພັກດີ ແລະໄວ້ວາງໃຈ ຂອງ ປະທານປະເທດ Hu Jintao ກຳລັງຟັງການເປີດກອງປະຊຸມຄັ້ງທີ 18 ຂອງພັກຄອມມິວນິສ,
ທ່ານ Ling Jihua ຜູ້ຊ່ວຍທີ່ຈົງຮັກພັກດີ ແລະໄວ້ວາງໃຈ ຂອງ ປະທານປະເທດ Hu Jintao ກຳລັງຟັງການເປີດກອງປະຊຸມຄັ້ງທີ 18 ຂອງພັກຄອມມິວນິສ,

ອະດີດຫົວໜ້າ​ຜູ້​ຊ່ວຍປະທານ​ປະ​ເທດ​ໃນ​ຈີນ ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ ​ຈຳ​ຄຸກຕະ ຫລອດ​ຊີວິດ ​ໃນ​ຖານ​ຮັບ​ສິນ​ບົນ ​ເກັບ​ກຳ​ຄວາມ​ລັບ​ຂອງ​ປະ​ເທດ​ຢ່າງຜິດ​ກົດໝາຍ ​ແລະ​ໃຊ້​ອຳ ນາດ​ເຖື່ອນ ອີງ​ຕາມລາຍ​ງານອົງການ​ຂ່າວ Xinhua ຂອງ ທາງ​ການ​ຈີນ.

ທ່ານ Ling Jihua ກ່າວວ່າ ທ່ານ​ຈະ​ບໍ່​ອຸທອນ ​ຕໍ່​ກາ​ນຕັດສິນ ທີ່​ໄດ້​ດຳ​ເນີນ​ໂດຍ​ສານ ຢູ່​ເມືອງທ່າ Tianjin ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ທ່ານ Ling ຄັ້ງ​ນຶ່ງ​ໄດ້​ນຳພາ​ຫ້ອງການ​ປົກຄອງ​ທົ່ວ​ໄປ​ຂອງ​ພັກ​ຄອມ​ມິ​ວນິສ ພາຍ​ໃຕ້​ປະທານ​ປະ​ເທດ Hu Jintao ຊຶ່ງປຽບທຽບ​ໃສ່ຕຳ​ແໜ່​ງຫົວໜ້າ​ຄະນະ​ບໍລິຫານ ຂອງປະ ທານາທິບໍດີສະຫະລັດ.

ກາ​ນຕົກ​ອຳນາດ​ຂອງ​ທ່ານ Ling ​ໄດ້​ເລີ້ມເກີດ​ຂຶ້ນໃນ​ປີ 2012 ​ເວລາ​ທ່ານ​ຖື​ກ ກ່າວ​ຫາ ວ່າ ​ພົວພັນ​ ​ໃນ​ການ​ປົກ​ປິດ​ການ​ຕາຍຂອງ​ລູກ​ຊາຍ​ທ່ານ ທີ່​ຂັບ​ລົດ Farrari ​ໄວ. ອຸປະຕິ​ເຫດນີ້​ໄດ້​ເປັນ​ຂ່າວ​ນອງ​ນັນ​ສຳລັບພັກການ​ເມືອງ​ຂອງ​ຈີນ ທີ່​ເປັນ​ພາກສ່ວນ​ເພາະວ່າ ມີແມ່ຍິງ​ທີ່ນຸ່ງ​ເຄື່ອງ​ເຂີນໆສອງ​ຄົນເປັນ​ຜູ້​ໂດຍສານຢູ່​ໃນ​ລົດ. ຜູ້​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກ​ຜູ້​ນຶ່ງ​ໄດ້​ເສຍ​ຊີວິດ​ຫລາ​ຍ​ເດືອນ​ຕໍ່ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG