ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະນາຍຄວາມຈີນ ທີ່ຖືກປ່ອຍຕົວ ຈາກຄຸກ ຍັງຖືກຫ້າມ ບໍ່ໃຫ້ກັບບ້ານ ແມ່ນແຕ່ ສິ້ນສຸດການກັກກັນຕົວ 14 ວັນ ແລ້ວ


ພວກປະທ້ວງພາກັນເດີນຂະບວນເພື່ອສະໜັບສະໜຸນທະນາຍຄວາມດ້ານສິດທິມະນຸດທີ່ມີຊື່ສຽງຂອງຈີນ, ທ. Wang Quanzhang (ກໍ້າຂວາຢູ່ໃນຮູບພົສເຕີ) ຢູ່ນອກຫ້ອງການປະສານງານຂອງຮົງກົງ ໃນວັນທີ 29 ມັງກອນ, 2019
ພວກປະທ້ວງພາກັນເດີນຂະບວນເພື່ອສະໜັບສະໜຸນທະນາຍຄວາມດ້ານສິດທິມະນຸດທີ່ມີຊື່ສຽງຂອງຈີນ, ທ. Wang Quanzhang (ກໍ້າຂວາຢູ່ໃນຮູບພົສເຕີ) ຢູ່ນອກຫ້ອງການປະສານງານຂອງຮົງກົງ ໃນວັນທີ 29 ມັງກອນ, 2019

ທະນາຍຄວາມດ້ານສິດທິມະນຸດ ທີ່ມີຊື່ສຽງຂອງຈີນ ທີ່ໄດ້ຖືກປ່ອຍຕົວໃນສອງ ອາທິດກ່ອນ ພາຍຫລັງທີ່ໄດ້ຖືກຈໍາຄຸກເປັນເວລາ 4 ປີເຄິ່ງ ຍ້ອນຄວາມຜິດ ບ່ອນທໍາລາຍລັດຖະບານນັ້ນ ແມ່ນຖືກຫ້າມບໍ່ໃຫ້ພົບກັບຄອບຄົວ ຂອງທ່ານອີກ ເປັນຄັ້ງທີ 2, ພາຍຫລັງທີ່ມີການກັກຕົວເປັນເວລາ 14 ວັນ ທ້າມກາງການລະ ບາດລະດັບໂລກຂອງພະຍາດ ໂຄວິດ-19.

ພັນລະຍາຂອງທ່ານ ຫວາງ ຈວນຊາງ (Wang Quanzhang) ແລະບັນດາ ກຸ່ມປົກປ້ອງສິດທິມະນຸດ ຢ້ານວ່າບັນດາເຈົ້າໜ້າທີ່ທັງຫລາຍ ຈະໃຊ້ການລະ ບາດຂອງໄວຣັສໂຄໂຣນາເພື່ອເປັນຂໍ້ອ້າງໃຫ້ຈະສືບຕໍ່ກັກຂັງທ່ານຢ່າງບໍ່ມີວັນ ສິ້ນສຸດ ຢູ່ພາຍໃຕ້ການກັກບໍລິເວນ ຢູ່ເຮືອນຢ່າງແທ້ຈິງ ດັ່ງທີ່ໄດ້ເກີດຂຶ້ນກັບ ພວກນັກ ເຄື່ອນໄຫວເພື່ອສິດທິມະນຸດຫລາຍຄົນທີ່ໄດ້ສິ້ນສຸດໄລຍະເວລາຖືກ ຈໍາຄຸກຂອງເຂົາເຈົ້າແລ້ວ.

ທ່ານ ຫວາງ, ທີ່ເປັນທະນາຍຄວາມ ໃຫ້ການປົກປ້ອງແກ່ພວກນັກເຄື່ອນໄຫວ ທາງການເມືອງທັງຫລາຍ ແລະ ສະມາຊິກຂອງສາສະໜາ ນິກາຍ ຟາລຸນກົງ ທີ່ຖືກເກືອດຫ້າມນັ້ນ ໄດ້ຖືກປ່ອຍຕົວໃນວັນທີ 4 ເມສາ ແຕ່ວ່າ ໄດ້ຖືກຫ້າມ ບໍ່ໃຫ້ກັບຄືນໄປເຮືອນຂອງຕົນໂດຍພວກເຈົ້າໜ້າທີ່ ທີ່ເອົາເພິ່ນກັບໄປບ້ານເກີດ ຂອງເພິ່ນ ຢູ່ເມືອງຈີໜານ ຢູ່ໃນແຂວງຊາງດົງ, ທາງພາກຕາເວັນອອກ ຂອງ ປະເທດ ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຫລວງ ປັກກິ່ງໄປທາງທິດໃຕ້ຢູ່ 400 ກິໂລ ແມັດ ເພື່ອກັກກັນເພິ່ນແບບບັງຄັບ.

ພາຍຫລັງທີ່ເພິ່ນຖືກປ່ອຍຕົວແລ້ວ ພວກເຈົ້າໜ້າທີ່ໄດ້ບອກເພິ່ນວ່າ ເພິ່ນຈະ ຖືກປ່ອຍໃຫ້ເປັນອິດສະຫລະ ຫລັງຈາກໄດ້ມີການກັກກັນຕົວ 14 ວັນແລ້ວ. ແຕ່ວ່າ ໃນວັນອາທິດວານນີ້, ຊຶ່ງເປັນວັນທີ່ເພິ່ນຄວນຈະຖືກປ່ອຍ ໃຫ້ກັບໄປ ເຮືອນຂອງຕົນ, ທ່ານຫວາງຍັງຖືກຫ້າມບໍ່ໃຫ້ກັບໄປນະຄອນປັກກິ່ງ ບ່ອນທີ່ ພັນລະຍາຂອງທ່ານ ແລະ ລູກຊາຍອາຍຸ 7 ປີຂອງທ່ານອາໄສຢູ່ນັ້ນ, ອີງ ຕາມ ທ່ານນາງ ຫລີ ເຫວນຊູ, ພັນລະຍາຂອງທ່ານເວົ້າ.

ທ່ານນາງເວົ້າວ່າ ທ່ານຫວາງບອກກັບຕົນເອງຜ່ານທາງໂທລະສັບໃນ ວັນເສົາ ຜ່ານມານັ້ນວ່າ ເພິ່ນບໍ່ສາມາດກັບຄືນມາເຮືອນໄດ້ ເພາະວ່າ “ເພິ່ນຫາກໍ່ອອກ ມາໃໝ່ໆແລະຕ້ອງໄດ້ທໍາຄວາມລຶ້ງເຄີຍກັບ [ທຸກສິ່ງທຸກຢ່າງເສຍກ່ອນ].” ທ່ານ ນາງສົງໄສວ່າ ເພິ່ນອາດຈະບໍ່ໄດ້ເວົ້າຕາມຄວາມຮູ້ສຶກຂອງຕົນແທ້.

ທ່ານນາງຖາມວວ່າ “ຄໍາວົ້ານີ້ແມ່ນອອກມາຈາກເພິ່ນແທ້ໆຢູ່ບໍ?” ທ່ານນາງກ່າວ ຕໍ່ໄປວ່າ “ຂ້າພະເຈົ້າຕົກໃຈ, ພວກເຂົາເຈົ້າບອກວ່າ ລາວຖືກປ່ອຍ ຕົວໃຫ້ເປັນ ອິດສະຫລະພາຍຫລັງ 14 ວັນ ແຕ່ວ່າ ດຽວນີ້ ອິດສະຫລະ ໃນ ການສື່ສານ ແລະອິດສະຫລະທາງສ່ວນຕົວຂອງລາວຍັງສືບຕໍ່ຖືກຈໍາກັດໄວ້ຢູ່.”

ທ່ານນາງ ຫລີ ເວົ້າວ່າ ນັບແຕ່ທ່ານໄດ້ຖືກປ່ອຍຕົວມາ, ສາມີຂອງທ່ານ ນາງ ແມ່ນໄດ້ດໍາລົງຊີວິດຢູ່ພາຍໃຕ້ ການຕິດຕາມສິ້ງຊອມ ແລະສາມາດ ໂທລະສັບ ຫາທ່ານນາງໄດ້ພາຍໃຕ້ການຊີ້ນໍາຂອງຕໍາຫລວດ ຜູ້ທີ່ຄວບຄຸມເນື້ອໃນ ແລະ ຄວາມຍາວຂອງການສົນທະນາກັນຂອງເຂົາເຈົ້າ. ທ່ານນາງເວົ້າວ່າ ທ່ານຫວາງ ບອກທ່ານນາງວ່າ ການຂຽນລົງຂໍ້ຄວາມລົງທາງອອນລາຍ ທີ່ເວົ້າຕໍາໜິວິຈານ ພວກເຈົ້າໜ້າທີ່ຢ່າງເປີດໂປງນັ້ນ “ເຮັດໃຫ້ທ່ານມີບັນຫາ” ແລະບອກໃຫ້ທ່ານ ນາງລຶບມັນຖິ້ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG