ຈີນໄດ້ເປີດຕົວກ່ຳປັ່ນບັນທຸກເຮືອບິນລຳທີ 3 ຂອງຕົນໃນວັນສຸກມື້ນີ້, ຊື່ວ່າ ຝູຈ້ຽນ (Fujian) ຊຶ່ງເປັນກຳປັ່ນທີ່ໄດ້ຮັບການອອກແບບ ແລະສ້າງຢູ່ພາຍໃນປະເທດ, ອີງຕາມສື່ມວນຊົນຂອງລັດ ລາຍງານ, ໂດຍເປັນການສົ່ງຖ້ອຍຄຳໃຫ້ຮູ້ເຖິງຄວາມຕັ້ງໃຈທີ່ຈະກ້າວໄປເປັນຄູ່ແຂ່ງກັບປະເທດມະຫາອຳນາດຕ່າງໆ ລວມທັງສະຫະລັດ ໃນຂະນະທີ່ສືບຕໍ່ປັບປຸງດ້ານການທະຫານຂອງຕົນ ໃຫ້ທັນສະໄຫມ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ (Reuters).
ເຫລົ້າແຊມເປນ, ໂບທີ່ມີຫລາກຫລາຍສີ, ປືນນ້ຳໃຫຍ່ ແລະຄວັນແມ່ນຖືກນຳໃຊ້ ເພື່ອສະເຫຼີມສະຫຼອງການເປີດຕົວ ແລະການຕັ້ງຊື່ຢ່າງເປັນທາງການ ຂອງກຳປັ່ນລົບດັ່ງກ່າວ ຢູ່ທີ່ພິທີໄຂງານທີ່ຈັດຂຶ້ນຢູ່ອູ່ສ້ອມກຳປັ່ນຈຽງໜານ (Jiangnan) ຢູ່ນະຄອນຊຽງໄຮ. ທະຫານເຮືອຈີນຫຼາຍສິບຄົນຢືນລຽນແຖວກັນຢູ່ຕໍ່ໜ້າກຳປັ່ນ ແລະພາກັນຮ້ອງເພງຊາດ ຢູ່ໃນພິທີ ທີ່ມີເຈົ້າໜ້າທີ່ຂັ້ນສູງລວມທັງ ທ່ານ ຊູ ຊີຫລຽງ (Xu Qiliang), ຮອງປະທານຄະນະກຳມາທິການດ້ານການທະຫານສູນກາງ ເຂົ້າຮ່ວມນຳ.
ກຳປັ່ນບັນທຸກເຮືອບິນ ມີເດີ່ນສໍາລັບໃຫ້ເຮືອບິນບິນຂຶ້ນ ທີ່ມີຄວາມຍາວເຕັມສ່ວນ ໂດຍມີລະບົບສາຍກາບຊ່ອຍນຳສົ່ງເຮືອບິນຂຶ້ນ, ອີງຕາມສື່ມວນຊົນຂອງລັດ.
ກຳປັ່ນຝູຈ້ຽນ (Fujian) ຈະເຂົ້າໄປຢູ່ກັບກຳປັ່ນຊານດົງ (Shandong) ທີ່ຖືກມອບຫມາຍພາລະກິດໃນທ້າຍປີ 2019, ແລະກຳປັ່ນລຽວໜິງ, ຊຶ່ງເປັນກຳປັ່ນມືສອງທີ່ຈີນຊື້ຈາກຢູເຄຣນ ໃນປີ 1998 ແລະເອົາມາດັດແປງຄືນໃໝ່ຢູ່ພາຍໃນປະເທດ.
ມີແຕ່ສະຫະລັດເທົ່ານັ້ນ ທີ່ມີກຳປັ່ນບັນທຸກເຮືອບິນ 11 ລຳ ຊຶ່ງເປັນປະເທດທີ່ ມີກຳປັ່ນດັ່ງກ່າວຫຼາຍກວ່າໝູ່. ຮອງຈາກຈີນລົງມາ ກໍແມ່ນອັງກິດຊຶ່ງມີກຳປັ່ນບັນທຸກເຮືອບິນສອງລຳ ກຳລັງໃຊ້ງານຢູ່.
ການເປີດຕົວກຳປັ່ນຝູຈ້ຽນ ສະແດງໃຫ້ເຫັນເຖິງການເພີ່ມຄວາມອາດສາມາດຂອງກອງທັບຈີນ ໃນເວລາທີ່ມີຄວາມເຄັ່ງຕຶງເພີ່ມຂຶ້ນ ກັບສະຫະລັດ ກ່ຽວກັບໄຕ້ຫວັນ ແລະການອ້າງເອົາກຳມະສິດຂອງປັກກິ່ງ ຢູ່ທະເລຈີນໃຕ້.
ກຳປັ່ນບັນທຸກເຮືອບິນໃໝ່ລຳນີ້ ໄດ້ຕັ້ງຊື່ຕາມແຂວງຝູຈ້ຽນ (Fujian) ທີ່ຕັ້ງຢູ່ແຄມຝັ່ງທະເລ ນອນຢູ່ຟາກທີ່ກົງກັນຂ້າມກັບໄຕ້ຫວັນ ຢູ່ແຄມຊ່ອງແຄບໄຕ້ຫວັນ ແລະແມ່ນບ່ອນຕັ້ງຂອງກອງບັນຊາການສູ້ລົບພາກຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນ.
ໄຕ້ຫວັນເປັນປະເທດປະຊາທິປະໄຕ ທີ່ຈະເລີນຮຸ່ງເຮືອງປົກຄອງຕົນເອງ. ແຕ່ຈີນຖືວ່າໄຕ້ຫວັນ ເປັນອານາເຂດຂອງຕົນເອງ ແລະບໍ່ເຄີຍລົດຫລະທີ່ຈະໃຊ້ກຳລັງເພື່ອເອົາເກາະດັ່ງກ່າວມາຢູ່ພາຍໃຕ້ການຄວບຄຸມຂອງປັກກິ່ງ.