ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ-ຈີນ ເປີດ​ທາງ​ລົດ​ໄຟ ຄວາ​ມ​ໄວ​ສູງ ຊ່ວງ​ທຳ​ອິດ ທີ່​ແລ່ນ​ຜ່ານ​ລາວ


ຮູບນີ້​ໄດ້​ມາ​ຈາກວີ​ດີ​ໂອ ໂທ​ລະ​ພາບ​ແຫ່ງ​ຊາດ ທີ່​ຖ່າຍ​ເມື່ອ​ວັນ​ທີ 16 ຕຸລາ 2021, ​ໂດຍ​ຜ່ານ AFPTV ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ລມ​ຕ ໂຍ​ທາ​ແລະ​ຂົນ​ສົ່ງ ທ່ານ Viengsavath Siphandone (​​ຂ) ​ແລະທູດ​ຈີນ ປະ​ຈຳ​ລາວ ທ່ານ Jiang Zaidong ​ເປີດ​ປ້າຍ​ລົດ​ໄຟ ຄວາມ​ໄວ​ສູງ ທີ່​ນະ​ຄອນວຽງ​ຈັນ.
ຮູບນີ້​ໄດ້​ມາ​ຈາກວີ​ດີ​ໂອ ໂທ​ລະ​ພາບ​ແຫ່ງ​ຊາດ ທີ່​ຖ່າຍ​ເມື່ອ​ວັນ​ທີ 16 ຕຸລາ 2021, ​ໂດຍ​ຜ່ານ AFPTV ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ລມ​ຕ ໂຍ​ທາ​ແລະ​ຂົນ​ສົ່ງ ທ່ານ Viengsavath Siphandone (​​ຂ) ​ແລະທູດ​ຈີນ ປະ​ຈຳ​ລາວ ທ່ານ Jiang Zaidong ​ເປີດ​ປ້າຍ​ລົດ​ໄຟ ຄວາມ​ໄວ​ສູງ ທີ່​ນະ​ຄອນວຽງ​ຈັນ.

ເຈົ້າ​ໜ້າ​ທີ່​ຈີນ​ ແລະ​ລາວ ໃນ​ວັນ​ສຸກມື້ນີ້ ຈະ​ເລີ້ມ​ເປີດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງມູນ​ຄ່າ 5 ພັນ 900 ລ້ານ​ໂດ​ລາ ຢູ່​ລາວ ຢ່າງ​ເປັນ​ທາງ​ການ 6 ປີ ​ຫຼັງຈາກ​ໄດ້​ເລີ້ມ​ລົງ​ມືກໍ່​ສ້າງ ໃນ​ຊ່ວງ​ທຳ​ອິດ ສຳ​ລັບແຜນ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ປັກ​ກິ່ງ ຊຶ່ງ​ຈະ​ເຊື່ອມ​ຕໍ່​ເຂດ​ພາຍ​ໃນຂອງ​ປະ​ເທດ ​ທີ່​ບໍ່ມີ​ການ​ພັດ​ທະ​ນາ​ ກັບ​ທ່າ​ເຮືອທີ່ເຕັມ​ໄປ​ດ້ວຍ​ກາ​ນ​ຄ້າ​ຂາຍ​ຂອງ​ສິງ​ກະ​ໂປໂດຍ​ທາງ​ລົດ​ໄຟ. Zsombor Peter ມີ​ລາຍ​ງານ ຊຶ່ງ​ໄພ​ສານ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.


ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນທີ່​ມີ​ຄວາມ​ຍາວ 414 ຫຼັກ​ກິ​ໂລ​ແມັດຈະ​ເຊື່ອມ​ຕໍ່ເຂດ​ຊາຍ​ແດ​ນ​ ໃນ​ພາກ​ເໜືອ​ຂອງ​ລາວ ທີ່​ຕິດ​ກັບ​ແຂວງ​ຢຸນ​ນານ​ຂອງ​ຈີນ ​ໄປ​ຫາ​ຊາຍ​ແດນ​ຂອງ​ໄທ ທີ່​ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ມີ​ຂົວ​ທັງ​ໝົດ 167 ບ່ອນ ແລະ​ອຸ​ໂມງ 75 ແຫ່ງ. ຄວາມ​ໄວ​ສູງ​ສຸດ​ຂອງ​ທາງ​ລົດ​ໄຟ​ດັ່ງ​ກ່າວ ແມ່ນ 160 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ ໂດຍ​ລົດ​ຫົວ​ລູກ​ປືນນີ້ ​ຈະ​ຕັດ​ເວ​ລາ​ໃນ​ການ​ເດີນ​ທາງ​ຈາກ 15 ຊົ່ວ​ໂມງ ໂດຍ​ທາງ​ລົດ ລົງ​ມາ​ເຫຼືອ​ຢູ່​ພຽງ​ແຕ່ 4 ຊົ່ວ​ໂມງ ຊຶ່ງ​ໃຫ້​ຄວາມ​ຫວັງ​ວ່າ ຈະ​ກໍ່​ໃຫ້​ເກີດ​ຄື້ນ​ຟອງ​ໃໝ່​ຂອງ​ການ​ຄ້າ ແລະ​ການ​ທ່ອງ​ທ່ຽວ​ຈາກ​ຈີນ ມາ​ຍັງ​ນຶ່ງ​ໃນ​ບັນ​ດາປະເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.

ສຳ​ລັບ​ປັກ​ກິ່ງ​ແລ້ວ ມັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ ​ໃນ​ການ​ເປີດ​ໂຄງ​ການ​ລິ​ເລີ້ມ ນຶ່ງ​ແລ​ວ​ທາງ​ນຶ່ງ​ເສັ້ນ​ທາງ ຫຼື BRI ທີ່​ແນ​ໃສ່​ບໍ່​ພຽງ​ແຕ່​ການ​ພັດ​ທະ​ນາ​ໃນແຂວງ​ຢຸນ​ນານ​ເທົ່າ​ນັ້ນ ໂດຍ​ການ​ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ທີ່​ໃຫຍ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແຕ່​ຍັງ​ແກ່​ດຶງ​ເອົາ​ຂົງ​ເຂດ​ດັ່ງ​ກ່າວ​ເຂົ້າ​ມາ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ຈີນ​ຫຼາຍ​ຂຶ້ນ​ຕື່ມ ອີງ​ຕາມຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ.

ທ່ານ​ຣູດ ບາ​ໂນ​ມຽນ (Ruth Banomyon) ສາ​ສະ​ດາ​ຈານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ຂອງ​ໄທ ທີ່​ສຶກ​ສາ​ກ່ຽວ​ກັບ​ການ​ຄ້າ ​ການ​ຂົນ​ສົ່ງ ​ແລະລໍ​ຈິ​ສ​ຕິກ ລະ​ຫວ່າງ​ປະ​ເທດກ່າວ​ວ່າ “ໃນ​ທັດ​ສະ​ນະ​ຂອງ​ຈີນ​ແລ້ວ ມັນ​ຈະ​ເຮັດ​ໃຫ້​ຈີນ ​ສາ​ມາດ ມ​ອງ​ໄປ​ຍັງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ເປັນ​ເຂດ​ທີ່​ຍັງ​ດ້ອຍ​ການ​ພັດ​ທະ​ນາ​ແລະ​ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຄວບ​ຄຸມ ​ໄດ້​ດີກວ່າ ພວກ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍ​ຂຶ້ນ ​ຍ້ອນ​ລົດ​ໄຟ​ໄປ​ເຖິງ​ແລ້ວ.

ສຳ​ລັບ​ລາວ​ແລ້ວ​ຫວັງ​ວ່າ ທາງ​ລົດ​ໄຟ​ດັ່ງ​ກ່າວ​ນີ້ ຈະ​ຊ່ວຍ​ຫັນ​ປ່ຽນ​ລາວ​ຈາກ​ການ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ທະ​ເລ ກາຍ​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່ ຢູ່​ໃນ​ຂົງ​ເຂດ ຊຶ່ງ​ຈະ​ດຶງ​ດູດເອົາ​ພວກ​ນັກ​ທ່ອງ​ທ່ຽວ​ແລະ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ເຂົ້າ​ມາ​ໃນ​ປະ​ເທດ​ລາວ ໃນ​ຂະ​ນະ​ທີ່​ສົ່ງ​ສິນ​ຄ້າ​ຂອງ​ຕົນ​ອອກ​ໄປ​ຂາຍ​ໃນ​ຕ່າງ​ປະ​ເທດ​ຫຼາຍ​ຂຶ້ນ.

ທ່ານ​ຫຼີ ​ໝິງ​ຈຽງ (Li Mingjiang) ຮອງ​ສາ​ສະ​ດາ​ຈານທີ່​ສະ​ຖາ​ບັນ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດ ​ຣາ​ຊາ​ຣັ​ດ​ຕະ​ນາມ ຂອງ​ສິງ​ກະ​ໂປ ກ່າວ​ວ່າ “ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ລາວ ແມ່ນ​ມີ​ປະ​ລິ​ມານ​ບໍ່​ຫຼາຍ ແລະ​ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງອອກ​ສູ່​ທະ​ເລ ຕ້ອງ​ການ​ການ​ເສື່ອມ​ຕໍ່​ໃນ​ຫຼາຍ​ຈຸດ​ຕື່ມ​ອີກ​ກັບ​ໂລກ​ພາຍນອກ ດັ່ງນັ້ນ ທາ​ງ​ລົດ​ໄຟ​ນີ້​ອາດ​ຊ່ວຍ​ລາວໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດໃນ​ໄລ​ຍະ​ຍາວ.”

ພວກ​ພໍ່​ໄຮ່​ຊາວ​ນາ ​ແລະ​ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ ເຖິງ​ແມ່ນ​ວ່າ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດກໍ​ຕໍ່​ເມື່ອລາວ​ ມີ​ການ​ສ້າງ​ຖະ​ໜົນ​ຫົນ​ທາງ​ທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ເຊື່ອມ​ຕໍ່​ໃສ່​ກັບ​ທາງ​ລົດ​ໄຟ​ ຊຶ່ງ​ທ່ານ​ຫຼີ​ກ່າ​ວວ່າ “​ຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ທາງ​ລົດ​ໄຟນີ້ ກໍ​ຈະ​ເປັນພຽງ​ແຕ່​ເສັ້ນ​ທາງ​ຂົນ​ສົ່ງ” ທີ່​ຜ່ານ​ກາຍ​ພວກ​ເຂົາ​ເຈົ້າ​ໄປ​ທໍ່​ນັ້ນ.

​ທ່ານນາງພອນ ​ສຸ​ວັນນະ​ແສງ ຮອງ​ສາ​ສະ​ດາ​ຈານ ​ດ້ານ​ການ​ສຶກ​ສາກິດ​ຈະ​ການ​ໂລກ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເບັນ​ລີ ໃນ​ສະ​ຫະ​ລັດ ກ່າວ​ວ່າ ໂຄງ​ການ​ທາງ​ລົດ​ໄຟ​ທີ່​ໄດ້​ຮັບການ​ຊຸກ​ຍູ້ ໂດຍພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ຈາກ​ຕ່າງ​ປະ​ເທດ​ມີ​ປະ​ຫວັດ ໃນ​ການ​ສ້າງ​ຄວາມ​ເສຍ​ຫາຍ ​ຫຼາຍກວ່າ​ທີ່​ໄດ້​ຮັບ​ຜົນ​ດີ ​ສຳ​ລັບ​ປະ​ເທດ​ຕ່າງໆ ຄື​ກັນ​ກັບລາວ ຊຶ່ງ​ເປັນເຈົ້າ​ພາບ​ດ້ວຍ​ການ​ແບກ​ຫາບພາ​ລະ​ໃນ​ການ​ໃຊ້​ຈ່າຍຕ່າງໆໃນ​ຂະ​ນະ​ທີ່​ມີ​ການ​ສົ່ງ​ກຳ​ໄລ​ໄປ​ຕ່າງ​ປະ​ເທດ.

ທ່ານ​ນາງ​ກ່າ​ວ​ວ່າ ໂດຍ​ສະ​ເພາະ ມີ​ການມອງ​ເຫັນ​ວ່າໂຄງ​ການ BRI ແມ່ນ​ໂອ​ກາດ ຊຶ່ງ​ທຳ​ອິດ​ແລະ​ກໍ​ກ່ອນ​ອື່ນ​ໝົດ ເພື່ອ​ສົ່ງ​ອອກ​ແຮງ ສິນ​ຄ້າ ສິນເຊື່ອ ​ແລະຕົ້ນ​ທຶນ​ຂອງ​ຕົນ ໂດຍ​ໃຫ້​ຄວາມ​ສຳ​ຄັນ​ແຕ່​ພຽງ​ເລັກ​ນ້ອຍໃນ​ການ​ພັດທະ​ນາ​ຕ່ອງ​ ໂສ້ ທີ່​ອາດ​ກໍ່​ໃຫ້​ເກີດ​ມີ​ວຽກ​ການ​ທີ່​ດີ​ຂຶ້ນ ສຳ​ລັບ​ປະ​ເທດ​ເຈົ້າ​ພາບ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ທາງ​ລົດ​ໄຟ​ໃໝ່​ນີ້ “ທີ່​ຈິງ​ແລ້ວ ແມ່ນ​ກຳ​ລັງ​ເປີດ​ຕະ​ຫຼາດ​ທີ່ຍັງ​ບໍ່​ມີ​ການ​ພັດ​ທະ​ນາ​ແຫ່ງ​ໃໝ່ ທີ່​ຫ້ອມ​ລ້ອມ​ດ້ວຍ ​ສູນ​ກາງ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່ຂອງ​ໂລກ ​ຄືປະ​ເທດ​ໄທ ແລະ​ຈີນ ດັ່ງ​ນັ້ນ ລາ​ວ ຈຶ່ງ​ບໍ່​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ ແຕ່​ພວກ​ເຂົາ​ເຈົ້າ​ຖ້າ​ຈະ​ເວົ້າ​ແລ້ວ​ແມ່ນເປັນ​ຜູ້​ຈ່າຍ​ໜີ້.”

ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ, ແມ່ນ​ຮູບ​ຖ່າຍ​ທາງ​ອາ​ກາດ​ຂອງ​ສະ​ຖາ​ນີ Ganlanba ຊຶ່ງເປັນ​ນຶ່ງ ໃນ​ສະ​ຖາ​ນີ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ກໍ່​ສ້າງ ເມື່ອ​ວັນ​ທີ 28 ກັນ​ຍາ 2021 ໃນ​ແຂວງ​ຢຸນ​ນານ​ຂອງ​ຈີນ.
ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ, ແມ່ນ​ຮູບ​ຖ່າຍ​ທາງ​ອາ​ກາດ​ຂອງ​ສະ​ຖາ​ນີ Ganlanba ຊຶ່ງເປັນ​ນຶ່ງ ໃນ​ສະ​ຖາ​ນີ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ກໍ່​ສ້າງ ເມື່ອ​ວັນ​ທີ 28 ກັນ​ຍາ 2021 ໃນ​ແຂວງ​ຢຸນ​ນານ​ຂອງ​ຈີນ.

ລາວ​ໃຫ້​ຄວາມ​ໝັ້ນ​ໝາຍ​ວ່າ ຈະ​ເປັນ​ຜູ້​ຈ່າຍ 30 ເປີ​ເຊັນ​ຂອງ​ໂຄງ​ການ​ທີ່​ມີ​ມູນ​ຄ່າ 5 ພັນ 900 ລ້ານ​ໂດ​ລາ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເງິນ​ກູ້​ຢືມ​ຈາກ​ຈີນໂດຍໃຊ້​ທີ່​ດິນ​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເປັນ​ເຄື່ອງຄ້ຳປະ​ກັນ. ເມື່ອ​ຮວມ​ເຂົ້າ​ກັນກັບ​ການ​ກູ້​ຢືມ​ໃນ​ໂຄງ​ການ​ອື່ນໆ​ຈາກ​ຈີນແລ້ວ ​ພາ​ໃຫ້​ເກີດ​ມີ​ຄວາມ​ຢ້ານ​ກົວ​ວ່າ ລາວ​ອາດ​ຈະ​ບໍ່​ສາ​ມາດ​ຈ່າຍ​ເງິນ​ສຳ​ລະ​ໜີ້​ຄືນ ແລະ​ມີ​ການ​ເຕືອນ​ວ່າປັກ​ກິ່ງ​ແມ່ນມີ​ອິດ​ທິ​ພົນ​ຫຼາຍ​ໂພດ​ແລ້ວ​ຢູ່​ໃນ​ປະ​ເທດ​ລາວ.

ຮອງ​ສາ​ສະ​ດາ​ຈານ​ຫຼີ ກ່າວ​ວ່າ “ໂຄງ​ການ​ທາງ​ລົດ​ໄຟ ​ແລະ​ການ​ລົງ​ທຶນ​ອື່ນ​ໆ​ຂອງ​ຈີນ​ໃນ​ລາວ ພວມ​ກໍ່​ໃຫ້​ເກີດ​ສະ​ຖາ​ນະ​ການ​ທີ່​ລາວຈະ​ຕ້ອງ​ໄດ້ເພິ່ງ​ພາ​ທາງດ້ານ​ເສດ​ຖະ​ກິດ​ຫຼາຍ​ຂຶ້ນ​ຈາກ​ຈ​ີນ ແລະ​ນັ້ນ ໃນ​ລະ​ດັບ​ໃດ​ລະ​ດັບ​ນຶ່ງ​ແມ່ນ​ຫັນປ່ຽນ​ເປັນ​ອິດ​ທິ​ພົນ​ທາງ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຂອງ​ຈີນຢູ່​ໃນ​ລາວ ແນ່ນອນ​ທີ່​ສຸດ.”

ທ່ານ​ນາງ​ພອນ​ກ່າ​ວ​ວ່າ ການ​ສຳ​ເລັດ​ເສັດ​ສິ້ນ​ໃນ​ການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວສູງ​ຜ່ານ​ປະ​ເທດ​ລາວນີ້ ແມ່ນ​ເປັນ​ສິ່ງ​ທີ່​ພິ​ສູດ​ໃຫ້​ເຫັນ​ວ່າ ປະ​ເທດ​ດັ່ງ​ກ່າວ​ໄດ້​ກ້າວ​ເຂົ້າໄປ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ປັກ​ກິ່ງ ​ຢ່າງ​ໝັ້​ນ​ຄົງ​ແລ້ວ ໂດຍ​ໄດ້​ເອົາຊະ​ນະ ທັງ​ຈາກ​ການ​ຄັດ​ຄ້ານ​ ທາງດ້ານ​ການ​ເມືອງໃນ​ລາວ ແລະ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຢູ່​ລອດ​ທາງ​ດ້ານ​ການ​ຄ້າໃນ​ຈີນ ໃນ​ໄລ​ຍະ​ນຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ທ່ານ​ນາງ​ກ່າວ​ວ່າ “ມັນ​ເປັນ​ໂຄງ​ການ ​ທີ່​ບໍ່​ມີ​ທ່າ​ທາງວ່າ​ຈະ​ເກີດ​ຂຶ້ນ ດັ່ງ​ນັ້ນ​ເມື່ອ​ມັນ​ເກີດ​ຂຶ້ນ​ແລ້ວໃນ​ເວ​ລານີ້ ແລະ​ເມື່ອ​ເວົ້າ​ເຖິງ​ໃນ​ທຸກ​ແງ່ບວກ ພາ​ສາ​ດອກ​ໄມ້​ທີ່​ອອກ​ຈາກ​ຝ່າຍ​ລາວ ມັນ​ໄດ້​ເວົ້າ​ເຖິງ​ການ​ສຳ​ເລັດ​ເສັດ​ສິ້ນ ​ໃນ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ຂອງ​ຄວາມ​ສຳ​ພັນ​ອັນ​ນັ້ນ.”

ໂດຍ​ທີ່​ຊ່ວງ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ທີ່​ຜ່ານ​ລາວ​ສຳ​ເລັດ​ລົງ​ແລ້ວ ປັກ​ກິ່ງ​ສາ​ມາດ​ເພັ່ງ​ເລັງ​ຄວາມ​ສົນ​ໃຈ​ຂອງ​ຕົນ ໃສ່​ສ່ວນ​ທີ່​ເຫຼືອ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ ​ທີ່​ຈະ​ແລ່ນ​ຜ່ານໄປ.

ທ່ານ​ຮູດ ບາ​ໂນ​ມຽນ ກ່າວ​ວ່າ “ຊ່ວງ​ທີ່​ແລ່ນ​ຜ່ານ​ລາວ​ເປັນ​ພຽງ​ບາດ​ກ້າວ​ອັນ​ທຳອິດ ຍ້ອນ​ວ່າ​ຢູ່​ໃນ​ລາວນັ້ນ ບໍ່​ມີ​ຫຍັງ​ຫຼາຍ​ທີ່​ຈະ​ຂາຍ​ໃຫ້​ຈີນ ນອກ​ຈາກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ​ບາງ​ທີ​ອາດ​ຈະ​ເປັນ​ສິນ​ຄ້າ​ບໍ່​ແຮ່​ເຊັ່ນ​ວ່າ​ທອງ​ແດງ. ເພື່ອ​ຈະ​ໄດ້ຮັບ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ຈາກ​ທາງ​ລົດ​ໄຟ​ນີ້ ແມ່ນ​ການ​ສາ​ມາດ​ເຂົ້າ​ເຖິງ​ປະ​ເທດ​ໄທ ເພື່ອ​ເຊື່ອມ​ຕໍ່​ກັບ​ມາ​ເລ​ເຊຍ ດັ່ງ​ນັ້ນ​ ພວກ​ເຂົາ​ເຈົ້າ​ຈຶ່ງຈະ​ເຂົ້າ​ເຖິງ​ທົ່ວ​ທັງ​ຂົ​ງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້.”

ວຽກ​ງານ​ໃນ​ບາງ​ເຂດ​ທີ່​ສອກ​ຫຼີກ​ຫ່າງ​ໄກ​ ເລີ້ມ​ລົງ​ມື​ແລ້ວ ​ຢູ່​ໃນ​ປະ​ເທດ​ໄທ​ ແລະ​ມາ​ເລ​ເຊຍ ຊຶ່ງ​ປະ​ເທດ​ທັງ​ສອງ ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ເປັນ​ຄູ່​ຮ່ວມ​ງານ​ທີ່​ມີ​ການ​ຕໍ່​ລອງ​ຢ່າງ​ແຂງ​ຂັນ​ກັບ​ຈີນ ຫຼາຍກວ່າ​ລາວ.

ມາ​ເລ​ເຊຍ​ໄດ້​ຢຸດ​ເຊົາ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ໃນ​ປີ 2018 ຍ້ອນ​ມີ​ຄວາມ​ເປັນ​ຫ່ວງ​ໃນ​ເລື້ອງ​ຕົ້ນ​ທຶນ ແລະ​ຫາ​ກໍ​ເລີ້ມ​ຄືນ​ໃໝ່​ໃນ​ປີ​ຕໍ່​ມາຫຼັງ​ຈາກ​ໄດ້​ຊັກ​ຊວນໃຫ້​ຈີນຕັດຕົ້ນທຶນໃນ​ການ​ກໍ່​ສ້າງ​ຕົ້ນ​ຕໍ​ 20 ພັນ​ລ້ານ​ໂດ​ລາລົງ​ເຖິງ​ນຶ່ງ​ສ່ວນ​ສາມ. ຢູ່​ປະ​ເທດ​ໄທ ຫຼັງ​ຈາກ​ໄດ້​ມີ​ການ​ເຈ​ລະ​ຈາ 30 ກວ່າ​ຮອບ ມາ​ໄດ້​ຫຼາຍໆ​ປີ ລັດຖະ​ບານ​ໃນ​ເວ​ລານີ້ ໄດ້​ໃຫ້​ການ​ອະ​ນຸ​ມັດ​ການ​ກໍ່​ສ້າງ ບໍ່​ຮອດ​ນຶ່ງ​ສ່ວນ​ສາມ ຂອງເສັ້ນ​ທາງ​ທັງ​ໝົດ ​ຊຶ່ງ​ຈະ​ແລ່ນ​ແຕ່​ຊາຍ​ແດນ​ທີ່​ຕິດ​ກັບ​ລາວ ໄປ​ຫາ​ບາງກອກ.

ທ່ານ​ຣູດ​ກ່າວ​ວ່າ ໄທ​ແມ່ນ​ມັກ​ໂຄງ​ການ​ທາງ​ລົດ​ໄຟ​ດັ່ງ​ກ່າວ ແຕ່​ບໍ່​ຄື​ກັນ​ກັບ​ລາວ ໄດ້​ໃຊ້​ອຳ​ນາດ​ໃນ​ການ​ຕໍ່​ລອງ ໂດຍ​ມີ​ການ​ຢືນ​ຢັດ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ດີກວ່າ​ກັບປັກ​ກິ່ງ ເພື່ອ​ຫຼີກ​ລ່ຽງ​ຕໍ່​ການຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຖືກ​ກັບ​ດັກ​ໜີ້​ສິນ​ດັ່ງ​ພາ​ຄີ​ບາງ​ປະ​ເທດ​ໃນ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຂອງ​ຈີນ.

ທ່ານ​ເຊື່ອ​ວ່າ ແນວ​ໃດ​ກໍ​ຕາມ ການ​ຊຸກ​ຍູ້​ກ່ຽວ​ກັບ​ໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງຂອງ​ຈີນ ຜ່ານ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ.

ທ່ານຣູດ ບາ​ໂນ​ກ່າວ​ສະ​ຫລຸບ​ວ່າ “​ຫົວ​ຈັກລົດ​ໄຟ​ເລີ້ມ​ເຄື່ອນ​ທີ່​ແລ້ວ ມັນ​ຈະ​ບໍ່​ຢຸດ​ເຊົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG