ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ຄ້າຂາຍເຄື່ອງ ໃຊ້ມີດແທງ 5 ຄົນ ເສຍຊີວິດ ທີ່ຕະຫຼາດ ​ເມືອງ Changsha (ວີດີໂອ)


ສົບຄົນຕາຍຜູ້ນຶ່ງ ນອນຢູ່ກັບພື້ນດິນ ໃນບ່ອນເກີດເຫດ ທີ່ີເມືອງ Changsha ໃນແຂວງ Hunan (14 ມີນາ 2014)
ສົບຄົນຕາຍຜູ້ນຶ່ງ ນອນຢູ່ກັບພື້ນດິນ ໃນບ່ອນເກີດເຫດ ທີ່ີເມືອງ Changsha ໃນແຂວງ Hunan (14 ມີນາ 2014)
ເຈົ້າໜ້າທີ່ຈີນກ່າວວ່າ ຜູ້ໂຈມຕີຄົນນຶ່ງ ໄດ້ແທງ 5 ຄົນເສຍຊີວິດ ຢູ່
ທີ່ເມືອງ Changsha ໃນແຂວງ Hunan ໃນເຂດພາກກາງຂອງຈີນ
ກ່ອນທີ່ຈະຕຳຫຼວດ ຈະຍິງຜູ້ກ່ຽວຕາຍ.

ຕຳຫຼວດກ່າວວ່າ ຄົນຂາຍເຄື່ອງຜູ້ນຶ່ງ ຢູ່ໃນຕະຫຼາດໄດ້ແທງພໍ່ຄ້າ
ທີ່ຫາບເຄື່ອງຂາຍອີກຄົນນຶ່ງຕາຍ ລະຫວ່າງການຜິດຖຽງກັນ ໃນ
ວັນສຸກມື້ນີ້ ຫລັງຈາກນັ້ນຜູ້ກ່ຽວຍັງໄດ້ແທງຄົນທີ່ຢືນຢູ່ອ້ອມແອ້ມ
ອີກ 4 ຄົນເສຍຊີວິດ ໃນຂະນະທີ່ຜູ້ກ່ຽວຫຼົບໜີໄປຈາກບ່ອນເກີດ
ເຫດ ກ່ອນທີ່ຈະຖືກຕຳຫຼວດຍິງຕາຍ.

ຜູ້ເຄາະຮ້າຍ 2 ຄົນຂອງຈຳນວນທັງໝົດ 4 ຄົນໄດ້ເສຍຊີວິດໃນ
ບ່ອນເກີດເຫດແລະອີກ 2 ຄົນເສຍຊີວິດຢູ່ທີ່ໂຮງໝໍ.

ເຫດຮ້າຍໃນຄັ້ງນີ້ ມີຂຶ້ນ 2 ອາທິດຫລັງຈາກໄດ້ເກີດການໂຈມຕີດ້ວຍມີດທີ່ສະຖານີລົດໄຟ ແຫ່ງນຶ່ງທາງພາກຕາເວັນຕົກສຽງໃຕ້ຂອງຈີນ ທີ່ໄດ້ສັງຫານ 29 ຄົນເມື່ອວັນທີ 1 ມີນາຜ່ານ ມາ. ລັດຖະບານໄດ້ຖິ້ມໂທດການໂຈມຕີດັ່ງກ່າວ ໃສ່ຊາວມຸສລິມແບ່ງແຍກດິນແດນເຜົ່າວີ
ເກີ້ ທີ່ມາຈາກເຂດຊິນຈຽງ.

CHINA STABBING VO
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG