ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ຮ່ວມບັນດາປະເທດ ມະຫາອໍານາດໂລກ ເຕືອນເກົາຫລີເໜືອ


ລົດແກ່ຈະຫລວດ ຂອເກົາຫລີເໜືອ
ລົດແກ່ຈະຫລວດ ຂອເກົາຫລີເໜືອ

ຈີນໄດ້​ຮ່ວມ​ກັບ​ບັນດາ​ປະ​ເທດ​ມະຫາ​ອໍານາດຂອງ​ໂລກ ​ໃນ​ການເຕືອນ ​ເກົາຫລີ​ເໜືອ
ວ່າ​ ເຂົາ​ເຈົ້າ​ຈະ​ບໍ່​ອົດທົນ​ຕໍ່ການ​ເກາະ​ຜິດ​ໃດໆຕື່ມ​ອີກ ຫລັງ​ຈາກການ​ສົ່ງ​ຈະ​ຫລວດ​ທີ່
ຫລົ້ມ​ແຫລວ​ ຂອງ​ປະ​ເທ​ດທີ່ຢູ່​ໂດດດ່ຽວ​ ແຫ່ງ​ນັ້ນ ​ໃນອາ​ທິດ​ແລ້ວ​ນີ້.

ລັດຖະມົນ​ຕີການ​ຕ່າງປະ​ເທດສະຫະລັດ ທ່​ານນາງ Hillary Clinton ກ່າວ​ໃນ​ຕອນ
ແລງ​ວັນ​ຈັນ​ ທີ່ນະຄອນຫລວງ Brasillia ຂ​ອງ​ບຣາຊິ​ລ ວ່າບັນດາສະມາຊິກສະພາ​
ຄວາມ​ໝັ້ນ​ຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຮ່ວມ​ທັງ​ຈີນນໍາ ​ໄດ້​ເຫັນ​ພ້ອມ​ນໍາ​ກັນ​
“​ໃຫ້​ມີ​ຜົນ​ສະທ້ອນຕິດຕາມ​ມາ​ຕື່ມ​ອີກ” ​ໃນ​ກໍລະນີ​ທີ່ມີ​ການ​ຫາເລື້ອງ​ເກາະ​ຜິດຂື້ນ​ມາ
ອີກໂດຍ​ເກົາ ຫລີ​ເໜືອນັ້ນ. ພາບຖ່າຍ​ຈາກ​ດາວ​ທຽ​ມຫວ່າງໝໍ່​ໆ​ມາ​ນີ້ ສະ​ແດງໃຫ້​
ເຫັນ​ວ່າ ພຽງ​ຢາງ ອາດ​ກໍາລັງ​ກຽມ​ທໍາການ​ທົດ​ລອງອາວຸດນີວ​ເຄລຍ​ໃຕ້​ດີ​ນ.

ສື່​ມວນ​ຊົນ​ທີ່​ຄວບຄຸ​ມ​ໂດຍລັດຖະບານ​ຈີນ ກໍ​ໄດ້​ສະ​ແດງ​ຮ່ອງ​ຮອຍໃຫ້​ເຫັນ​ເຖິງຄວາມ​
ງຸດ​ງິດ​ໃຈ​ນໍາພຽງ​ຢາງ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈີນ​ໄດ້​ເອົາ​ບາດ​ກ້າວ “ທີ່​ແຈ່ມ​ແຈ້ງ​ໃນ​
ການ​ປະ​ນາມ” ​ພັນທະ​ມິດ​ອັນ​ຍາວ​ນານ​ ​ຂອງ​ຕົນນັ້ນ ​ເວລາ​ຈີນໃຫ້ການສະໜັບ
ສະໜຸນ​ແກ່ຖະ​ແຫລ​ງການ​ຂອງ ສະພາຄວາມ​ໝັ້ນຄົງອົງການສະຫະ​ປະຊາ​ຊາດ
ທີ່ປະນາມ​ການ​ສົ່ງ​ຈະ​ຫລວດຂອງ​ເກົາຫລີ​ເໜືອ​ນັ້ນ.

ໜັງ​ສື​ພີ​ມ Global Times ທີ່​ຄວບ​ຄຸມ​ໂດ​ຍພັກ​ຄອມ​ມີ​ວນິສຈີນ ກ່າວໃນ​ວັນ​ອັງຄານ​
ນີ້​ວ່າ ​ບໍ່​ຄວນປ່ອຍ​ໃຫ້ພຽງຢາງເຂົ້າ​ໃຈ​ຜິດ ​ຄິດ​ວ່າຕົນ​ສາມາດ​ທີ່​ຈະ​ເມີນ​ເສີຍ​ຕໍ່ຄວາມ​
ປາດ​ຖະໜາ​ຂອງປັກ​ກິ່ງ​ໄດ້ ​ໂດຍທີ່​ຈະ​ບໍ່ໄດ້​ຮັບ​ການ​ລົງ​ໂທດ​ໃດໆ. ໝັງ​ສື​ພິມ​ກ່າວ​ອີກ
ວ່າ ​ເກົາຫລີ​ເໜືອຈະ​ໄດ້​ຮັບ​ໄຊ້​ໂທດ​ກໍາ ​ຖ້າ​ຫາກພະຍາຍາມຈະລັກ​ພານະ​ໂຍບາຍ​ຈີນ
ກ່ຽວ​ກັບ ເກົາ​ຫລີ​ເໜືອ​ນັ້ນ.

XS
SM
MD
LG