ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນບໍ່ຍອມຂໍຂະມາໂທດຈີນ


ພວກປະທ້ວງຕໍ່ຕ້ານຍີ່ປຸ່ນ ໂບກທຸງຊາດໄຕ້ຫວັນ
ພວກປະທ້ວງຕໍ່ຕ້ານຍີ່ປຸ່ນ ໂບກທຸງຊາດໄຕ້ຫວັນ

ຍີ່ປຸ່ນໄດ້ປະຕິເສດ ຕໍ່ຄຳຮຽກຮ້ອງຂອງຈີນ ທີ່ຢາກໃຫ້ຍີ່ປຸ່ນ ຂໍຂະມາໂທດແລະຈ່າຍຄ່າທຳຂວັນ ໃນການທີ່ຍີ່ປຸ່ນໄດ້ຈັບ ກັບຕັນເຮືອປະມົງຂອງຈີນເປັນເວລາສອງອາທິດກວ່າໆນັ້ນ.

ຫຼາຍໆຊົ່ວໂມງຕໍ່ມາ ຫຼັງຈາກຍີ່ປຸ່ນໄດ້ປ່ອຍກັບຕັນເຮືອປະ ມົງຈີນໃນມື້ວານນີ້ ປັກກິ່ງໄດ້ອອກຄຳຮຽກຮ້ອງເອີ້ນການຄຸມ ຂັງກັບຕັນເຮືອປະມົງຈີນວ່າ ເປັນການກະທຳທີ່ຜິດກົດໝາຍ.

ກະຊວງການຕ່າງປະເທດຍີ່ປຸ່ນ ເອີ້ນການຮຽກຮ້ອງຂອງຈີນ ວ່າ ບໍ່ມີເຫດຜົນ ແລະເປັນທີ່ຮັບເອົາບໍ່ໄດ້.

ກະຊວງການຕ່າງປະເທດຈີນ ກ່າວໃນມື້ວານນີ້ວ່າ ການຄຸມຂັງທີ່ວ່ານີ້ ແມ່ນລ່ວງລະເມີດ ຢ່າງຮ້າຍແຮງ ຕໍ່ອະທິປະໄຕຂອງຈີນ ແລະສິດທິມະນຸດ ຂອງກັບຕັນເຮືອປະມົງ.

ນອກນັ້ນ ກະຊວງການຕ່າງປະເທດຈີນ ຍັງເວົ້າວ່າ ໝູ່ເກາະທີ່ຍັງເປັນບັນຫາຖົກຖຽງໂຕ້ແຍ້ງ ຊຶ່ງເປັນຈຸດແກນກາງ ໃນການປະເຊີນໜ້າທາງດ້ານການທູດນັ້ນ ແມ່ນເປັນດິນແດນຈີນທີ່ ປະຕິເສດບໍ່ໄດ້.

ກັບຕັນ Zhan Qixiong ໄດ້ອອກເດີນທາງ ຈາກສະໜາມບິນປະເທດຍີ່ປຸ່ນ ໂດຍເຮືອບິນ ຮັບເໝົາລຳນຶ່ງຂອງຈີນ ໃນຕອນເຊົ້າຂອງວັນເສົາມື້ນີ້. ຄະນະໄອຍະການຍີ່ປຸ່ນ ໄດ້ອ້າງເຫດ ຜົນກ່ຽວກັບຄວາມຂັດແຍ້ງ ທີ່ມີເພີ້ມຂຶ້ນ ລະຫວ່າງປັກກິ່ງ ແລະໂຕກຽວ ໃນການຕັດສິນໃຈ ປ່ອຍກັບຕັນເຮືອປະມົງຈີນ ຂອງພວກທ່ານ.

XS
SM
MD
LG