ຍີ່ປຸ່ນໄດ້ຕັດສິນໃຈປ່ອຍກັບຕັນເຮືອຫາປາຂອງຈີນ ຊຶ່ງການ ຄຸມຂັງໂຕກັບຕັນຄົນນີ້ ໄດ້ກໍ່ໃຫ້ເກີດການຂັດແຍ້ງຢ່າງຮ້າຍ ແຮງ ທາງດ້ານການທູດ ລະຫວ່າງຈີນແລະຍີ່ປຸ່ນ.
ຄະນະໄອຍະການຂອງຍີ່ປຸ່ນ ໄດ້ປະກາດ ກ່ຽວກັບການຕັດ ສິນໃຈດັ່ງກ່າວ ໃນວັນສຸກມື້ນີ້ ໂດຍອ້າງເຖິງຜົນກະທົບໃນ ການຈັບກຸມ ທີ່ມີຕໍ່ຄວາມສຳພັນ ກັບປະເທດຈີນ.
ກັບຕັນຈີນຜູ້ນີ້ ໄດ້ຖືກຈັບ ນັບແຕ່ເຮືອຫາປາຂອງລາວໄດ້ ຕຳກັນກັບເຮືອລາດຕະເວນ 2 ລຳຂອງຍີ່ປຸ່ນ ໃກ້ໆໝູ່ເກາະ ທີ່ຍັງມີການຂັດແຍ້ງກັນ ເມື່ອ 2 ອາທິດກ່ອນ.
ຈີນທວງໃຫ້ຍີ່ປຸ່ນ ປ່ອຍກັບຕັນຄົນນີ້ ໃນທັນທີ ແລະໄດ້ຍົກເລີກ ການພົບປະໃນລະດັບສູງ ຈຳນວນນຶ່ງກັບຍີ່ປຸ່ນ ອັນເປັນຜົນເນື່ອງມາຈາກ ການຂັດແຍ້ງທີ່ວ່ານີ້.
ຂະນະດຽວກັນ ຈີນກໍພວມທຳການສືບສວນ ຊາວຍີ່ປຸ່ນ 4 ຄົນ ທີ່ສົງໄສວ່າ ໄດ້ຖ່າຍຮູບ ເອົາເປົ້າໝາຍທາງທະຫານ ແບບຜິດກົດໝາຍ ຢູ່ໃນປະເທດຈີນ.
ເຈົ້າໜ້າທີ່ຍີ່ປຸ່ນ ໃຫ້ການຢືນຢັນວ່າ ຊາວຍີ່ປຸ່ນ 4 ຄົນ ທີ່ຖືກຈ້າງໂດຍບໍລິສັດກໍ່ສ້າງ Fujita ໄດ້ຖືກຈັບຢູ່ປະເທດຈີນ. ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານວ່າ ບຸກຄົນທັງ 4 ຖືກກ່າວຫາວ່າ ເຂົ້າໄປໃນເຂດຫວງຫ້າມ ທາງທະຫານ ໂດຍບໍ່ໄດ້ຮັບອະນຸຍາດ.