ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລມຕ ຈີນແລະຍີ່ປຸນ ພົບປະກັນ


ປະທານປະເທດຈີນ ທ່ານ Wen Jiabao
ປະທານປະເທດຈີນ ທ່ານ Wen Jiabao

ນາຍົກລັດຖະມົນຕີຂອງຍີ່ປຸ່ນແລະຈີນກ່າວວ່າ ພວກທ່ານ
ຕ້ອງການຢາກປັບປຸງຄວາມສຳພັນທີ່ເຄັ່ງຕຶງ ແຕ່ທັງສອງ
ທ່ານ ຕ່າງກໍຍັງສືບຕໍ່ຢືນຢັດໃນການອ້າງກຳມະສິດເໜືອໝູ່
ເກາະທີ່ເປັນຈຸດໃຈກາງໃນບັນຫາຂັດແຍ້ງທາງທະເລຢ່າງ
ຮ້າຍແຮງນັ້ນ.

ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ແລະນາຍົກ
ລັດຖະມົນຕີຈີນທ່ານ Wen Jiabao ໄດ້ພົບປະກັນໃນມື້
ວັນຈັນວານນີ້ ຢູ່ນອກຂອງກອງປະຊຸມສຸດຍອດເອເຊຍ-
ຢູໂຣບ ທີ່ນະຄອນ Brussels ແລະໄດ້ຕົກລົງທີ່ຈະເລີ້ມ
ການເຈລະຈາໃນລະດັບສູງເພື່ອປົວແປງຄວາມສຳພັນທີ່ ເຄັ່ງຕຶງ ຫຼັງຈາກໄດ້ເກີດອຸບັດຕິເຫດໃນເດືອນແລ້ວ ໃນບໍລິ ເວນນ່ານນໍ້າ ທີ່ມີການຂັດແຍ້ງຢູ່ໃນເຂດທະເລຈີນຕາເວັນ ອອກ.

ໂຄສົກຄົນນຶ່ງຂອງຝ່າຍຍີ່ປຸ່ນຖະແຫຼງຕໍ່ພວກນັກຂ່າວວ່າ ທ່ານ Kan ໄດ້ກ່າວຕໍ່ນາຍົກລັດຖະ ມົນຕີຈີນວ່າໝູ່ເກາະທີ່​ເປັນ​ບັນຫາຂັດແຍ່ງກັນນັ້ນແມ່ນດິນແດນຂອງຍີ່ປຸ່ນ.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳເວົ້າຂອງທ່ານ Wen ທີ່ກ່າວຕອບນາຍົກ ລັດຖະມົນຕີຍີ່ປຸ່ນວ່າ ໝູ່ເກາະດັ່ງກ່າວເປັນດິນແດນສ່ວນນຶ່ງຂອງຈີນມາແຕ່ໃດໆ. ແຕ່ແນວ ໃດກໍຕາມທ່ານ Wen ເວົ້າວ່າ ຍີ່ປຸ່ນແລະຈີນຕ້ອງໄດ້ປັບປຸງຄວາມສຳພັນລະຫວ່າງກັນ ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ໃນທັງສອງປະ​ເທດ.

XS
SM
MD
LG