ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນຂຶ້ນ​ພາສີ ​​​ສິນຄ້າຂາ​ເຂົ້າ​ 128 ​​ຊະນິດ​ ຈາກ​ສະຫະລັດ ໃນທັນທີ


ພວກໝູຢູ່ກະຈັດກະຈາຍ ຢູ່ບ່ອນເກືອໝູ ໃນເມືອງເຄລຍເລກ, ລັດ ໄອໂອວາ.
ພວກໝູຢູ່ກະຈັດກະຈາຍ ຢູ່ບ່ອນເກືອໝູ ໃນເມືອງເຄລຍເລກ, ລັດ ໄອໂອວາ.

ຈີນ ໄດ້ຂຶ້ນ​ພາສີ​ສິນຄ້າຂາ​ເຂົ້າ ​ເຖິງ 25 ​ເປີ​ເຊັນ ຕໍ່ບັນຊີສິນ​ຄ້າ ​ຈາກ​ສະຫະລັດ ຊຶ່ງ​ຮວມ
​ທັງຊີ້ນໝູ ໝາກ​ໄມ້ ​ແລະ​ຜະລິດຕະພັນ​ອື່ນໆ ໃນມູນຄ່າ 3 ພັນ​ລ້ານ​ໂດ​ລາ.

ການຂຶ້ນພາສີ​ ຊຶ່ງມີຜົນ​ບັງຄັບ​ໃຊ້ໃນ​ທັນທີ ເລີ້ມແຕ່​ວັນ​ທີ 2 ​ເມສາວານ​ນີ້​ ​ໄດ້​ປະກາດ​
ໃນແລງ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ໂດຍ​ກະຊວງ​ການ​ເງິນ​ຂອງ​ຈີນ ຜູ້​ຊຶ່ງ​ໄດ້​ກ່າວ​ວ່າປະ​ເທດ​
ຂອງ​ຕົນ ​ແມ່ນ​ໄດ້​ຕອບ​ໂຕ້ ຕໍ່ການ​ຂຶ້ນ​ພາສີ​ຂອງ​ສະຫະລັດ ສຳລັບ​ເຫຼັກ​ກ້າ ​ແລະ​ອາ​ລູ
ມີ​ນຽມ​ ທີ່ເລີ້ມມີ​ຜົນ​ບັງຄັບ​ໃຊ້​ ໃນ​ວັນ​ທີ 23 ມີນາ ຜ່ານ​ມາ​ນີ້.

ກະຊວງການ​ຄ້າຂອງ​ຈີນ ​ໄດ້​ກ່າວຢູ່ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນວັນ​ຈັນ​ວານ​ນີ້ວ່າ
ຕົນ​ໄດ້​ໂຈະພັນທະການຮັບຜິດຊອບຂອງຕົນ ພາຍໃຕ້ອົງການ​ການ​ຄ້າ​ໂລກທີ່​ຈະ​ຫຼຸດ
​ພາສີຕໍ່​ສິນຄ້າ​ສະຫະ​ລັດ 120 ຊະນິດ ຊຶ່ງຮວມທັງ ໝາກໄມ້ ​ແລະແອັດ​ທາ​ນອ​ລ
(Ethanol). ພາສີໃນ ການນຳເຂົ້າຕໍ່ຜະລິດຕະພັນເຫຼົ່ານີ້ ​ແມ່ນ​ຈະ​ຂຶ້ນຕື່ມອີກ ​ປະມານ
15 ​ເປີ​ເຊັນ.

ການ​ຕອບ​ໂຕ້​ໃນການເພີ່ມ​ພາສີ​ນີ້ ມື​ຂຶ້ນໃນ​ຂະນະ​ທີ່​ຄວາມເຄັ່ງ​ຕຶງທາງ​ການ​ຄ້າ ​
ລະຫວ່າງ ​ປັກ​ກິ່ງ ກັບ ວໍ​ຊີງ​ຕັນ ​ທະວີຄວາມຮ້າຍແຮງ​ຂຶ້ນຕື່ມ​ນັ້ນ.

ພວກ​ນັກສັງ​ເກດ​ການ​ທາງ​ດ້ານ​ເສດຖະກິດ ກ່າວ​ວ່າ ຜົນ​ກະທົບ​ໂດຍ​ທັນທີ ຄວນ​ຈະ​
ຢູ່ໃນຂອບເຂດຈຳກັດ ​ແຕ່​ວ່າ​ພວກ​ນັກ​ລົງທຶນ ​ແມ່ນ​ໄດ້​ຢ້ານ​ກົວ ຕໍ່ການເກີດສົງຄາມ
ການ​ຄ້າ​ຢ່າງເຕັມອັດຕາ ລະຫວ່າງ​ປະເທດທັງສອງ ທີ່ຈະເຮັດໃຫ້ການຄ້າໂລກ​ຊົບ
ເຊົາ​ລົງ ​ແລະ​ຜົນ​ທີ່ຕິດຕາມມາ ຈະສ້າງຄວາມເສຍຫາຍໃຫ້ແກ່ການຈະ​ເລີ​ນ​ເຕີບ​ໂຕ
​ໃນ​ທົ່ວໂລກ.

ພວກຂວດເຫຼົ້າໄວນ໌ ຈອງຄອບຄົວ ຢາວ ທີ່ເຫັນໃນໂຮງແຮມມີລລິນນຽມ ທີ່ໂຮງແຮມບິລຕ໌ມໍ Biltmore ໃນນະຄອນລອສ ແອນໂຈລິສ, ຄາລີຟໍເນຍ, 19 ກຸມພາ, 2013.
ພວກຂວດເຫຼົ້າໄວນ໌ ຈອງຄອບຄົວ ຢາວ ທີ່ເຫັນໃນໂຮງແຮມມີລລິນນຽມ ທີ່ໂຮງແຮມບິລຕ໌ມໍ Biltmore ໃນນະຄອນລອສ ແອນໂຈລິສ, ຄາລີຟໍເນຍ, 19 ກຸມພາ, 2013.

ເຖິງແມ່ນວ່າ ການ​ຂຶ້ນ​ພາສີ​ຂອງ​ຈີນ ບໍ່ມີຜົນກະທົບຢ່າງ​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ​ອາ​ເມ
ຣິກັນ ທີ່​ມີມູນ​ຄ່າ 20 ພັນ​ຕື້​ໂດ​ລາ​ເລີຍ ​ແຕ່​ວ່າ ມັນ​ຈະ​ພາ​ໃຫ້​ເກີດ​ຄວາມ​ເຈັບປວດ​ຕໍ່
ຫຼາຍໆ​ປະຊາ​ຄົມ​.

“ມັນ​ເປັນ​ການ​ຍາກ​ທີ່​ຈະ​ເວົ້າໄດ້​ວ່າ ​ມັນ​ມີ​ຜົນ​ກະທົບ​ໂດຍ​ກົງ​ກັບ​ອຸດສາ​ຫາ​ກຳ​ທີ່
​ຜະລິດຊີ້ນໝູ​ຂອງ​ສະຫະລັດ. ພວກ​ເຮົາ​ສົ່ງ​ຊີ້ນ​ໝູ ​ໄປ​ຍັງ​ຫຼາຍ​ກວ່າ 100 ປະ​ເທດ
ໃນທົ່ວ​ໂລກ,”
ນັ້ນ ແມ່ນຄຳເວົ້າຂອງທ່ານ ຈິ​ມ ​ເຮີຍ​ເມີຣລ (Jim Heimerl) ປະທານ
​ຂອງ​ສະພາ​ອຸດສາຫະ ກຳຜະລິດຊີ້​ໝູ​ແຫ່ງ​ຊາດ ຫຼື National Pork Producers
Council ​ໄດ້​ບອກ​ກັບ ວີ​ໂອ​ເອ​ໄວ້ ​ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ແມ່ນ​ຜູ້​
ຜະລິດ​ຊີ້ນ​ໝູ ທີ່​ໃຫຍ່ທີ່​ສຸດ​ໃນ​ໂລກ. ພວກ​ເຮົາ​ຜະລິດຊີ້ນ​ໝູ​ທີ່​ມີ​ຄຸນ​ນະພາ​ບສູງ,
ສະອາດ​ປອດ​ໄພ ​ແລະ​ເປັນ ຊີ້ນໝູທີ່ລາຄາ​ຍ່ອມ​ເຍົາ​ທີ່​ສຸດ​ໃນ​ໂລກ. ​ແລະ​ຕອນ​ທີ່​
ພວກ​ເຮົາ​ແຂງ​ຂັນ​ໃນ​ລະດັບ​ທີ່ກ້ຳເກິ່ງກັນແລ້ວ ພວກ​ເຮົາ​ແມ່ນ​ເຮັດ​ໄດ້​ດີ​ຫຼາຍ
ດີ​ຫຼາຍ. ​ແນ່ນອນ​ລະ ການ​ທີ່​ມີ 25 ​ເປີ​ເຊັນ​ຄ່າ​ພາສີ​ສິ້ນ​ຄ້າ​ນຳ​ເຂົ້າ​ໄປ​ຍັງ​ຈີນ,
ພວກ​ເຮົາ​ແມ່ນ​ເສຍປຽບເປັນ​ຢ່າງ​ຍິ່ງ.”

ທ່ານ ​ເຮີຍ​ເມີຣລ (Heimerl) ​ໄດ້ກ່າວ​ວ່າ ຈີນ ຕະຫຼາດ​ຈີນ ​ແມ່ນ​ຕະຫຼາດ​ທີ່​ສຳຄັນ​
ຫຼາຍ ສຳລັບສະຫະລັດ. “ມັນ​ແມ່ນ​ຕະຫຼາດ​ທີ 2 ຂອງ​ສະຫະລັດ ທີ່​ສົ່ງ​ອອກ​ຊີ້ນ​ໝູ.
ປີ​ກາຍ​ນີ້ ພວກ​ເຮົາ​ໄ​ດ້ສົ່ງຊີ້ນໝູອອກໄປ​ຍັງ​ຈີນ ​ເປັນ​ເງິນ​ຈຳນວນ 1 ພັນ 1 ຮ້ອຍ
ລ້ານ​ໂດ​ລາ ​ແລະແມ່ນ​ຈຳນວນ​ຂອງ​ການ​ສົ່ງ​ອອກ​ຊີ້ນ​ໝູ​ທັງໝົດ ​ເກືອບ 6 ພັນ
5 ຮ້ອຍລ້ານ​ໂດ​ລາ ຊຶ່ງ​ນັ້ນ​ແມ່ນ​ການ​ແບ່ງປັນ​ທີ່​ຍິ່ງ​ໃຫຍ່ໃນ​ຕະຫຼາດສົ່ງອອກ
ຂອງພວກເຮົາ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG