ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ຈີນຈັດການຊ້ອມລົບຍິງປືນນອກຊາຍຝັ່ງໄຕ້ຫວັນ ແລ້ວປະຕິຍານການຊຸກຍູ້ເພື່ອ ‘ລວມຊາດ’


ຜູ້​ຄົນ​ເບິ່ງ​ໜ້າ​ຈໍ​ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ຂ່າວ​ຂອງ​ການ​ຊ້ອມ​ຮົບ​ທາງ​ທະ​ຫານ​ທີ່​ດຳ​ເນີນ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ ກອງທັບປົດປ່ອຍປະຊາຊົນຈີນ, ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ວັນ​ທີ 14 ຕຸ​ລາ 2024.
ຜູ້​ຄົນ​ເບິ່ງ​ໜ້າ​ຈໍ​ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ຂ່າວ​ຂອງ​ການ​ຊ້ອມ​ຮົບ​ທາງ​ທະ​ຫານ​ທີ່​ດຳ​ເນີນ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ໂດຍ ກອງທັບປົດປ່ອຍປະຊາຊົນຈີນ, ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ວັນ​ທີ 14 ຕຸ​ລາ 2024.

ກອງທັບຈີນຈັດ “ການຝຶກຍິງປືນ” ໃນວັນພຸດມື້ນີ້ ຢູ່ນອກຊາຍຝັ່ງຕາເວັນຕົກສຽງໃຕ້ຂອງໄຕ້ຫວັນ ຊຶ່ງໄຕ້ຫວັນກ່າວວ່າ ເປັນການເຄື່ອນໄຫວທີ່ຍຸຍົງເກາະຜິດແລະອັນຕະລາຍ ຂະນະທີ່ຜູ້ນໍາລະດັບສູງຂອງຈີນ ໃຫ້ຄຳປະຕິຍານວ່າ ຈະພະຍາຍາມບໍ່ຫຼົດລະທີ່ຈະນໍາເກາະນີ້ມາຢູ່ພາຍໃຕ້ການຄວບຄຸມຂອງປັກກິ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ໄຕ້ຫວັນຊຶ່ງປົກຄອງໂດຍລະບອບປະຊາທິປະໄຕ ແລະຈີນມອງວ່າ ເປັນດິນແດນຂອງຕົນເອງ ໄດ້ຟ້ອງຮ້ອງກ່ຽວກັບກິດຈະກຳທາງທະຫານຂອງຈີນຊໍ້າແລ້ວຊໍ້າອີກ ລວມເຖິງການຊ້ອມລົບເຕັມຮູບແບບຫຼາຍຮອບໃນຊ່ວງສາມປີຜ່ານມາ.

ຕັ້ງແຕ່ກ່ອນເວລາ 09:00 ໂມງເຊົ້າ ຕາມເວລາທ້ອງຖີ່ນ ບໍ່ດົນກະຊວງປ້ອງກັນປະເທດຂອງໄຕ້ຫວັນ ລະບຸໃນຖະແຫຼງການວ່າ ກະຊວງໄດ້ກວດພົບເຮືອບິນທະຫານຈີນ 32 ລຳ ກຳລັງທຳ “ການຝຶກຊ້ອມຮົບເພື່ອກຽມຄວາມພ້ອມ” ຮ່ວມກັບກໍາປັ່ນລົບຈີນໃນບໍລິເວນຊ່ອງແຄບໄຕ້ຫວັນ.

“ ໃນຊ່ວງເວລານີ້ພວກເຂົາໄດ້ລະເມີດແນວທາງປະຕິບັດຂອງສາກົນຢ່າງຈະແຈ້ງໂດຍການຕັ້ງພື້ນທີ່ຝຶກຊ້ອມລົບໃນນ່ານນໍ້າຫ່າງຈາກຊາຍຝັ່ງປະມານ 40 ໄມລທະເລ ຫຼື 74 ກິໂລແມັດ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າ ຊຶ່ງອ້າງວ່າ ຈະທຳການຝຶກຍິງປືນ” ກະຊວງປ້ອງກັນປະເທດລະບຸຕື່ມໃນຖະແຫຼງການ.

ສູນກາງປະຊາກອນທີ່ສຳຄັນທາງພາກຕາເວັນຕົກສຽງໃຕ້ຂອງໄຕ້ຫວັນ ໄດ້ແກ່ເມືອງ ເກົາສົງ ແລະ ຜິງຕົງ ຊຶ່ງຖືກກ່າວເຖິງໃນຖະແຫຼງການຂອງກະຊວງວ່າ ເປັນທີ່ຕັ້ງຂອງຖານທັບເຮືອແລະຖານທັບອາກາດທີ່ສຳຄັນສອງແຫ່ງ.

ການຊ້ອມລົບດັ່ງກ່າວ ເປັນໄພອັນຕະລາຍຕໍ່ຄວາມປອດໄພຂອງຖ້ຽວບິນສາກົນແລະການຂົນສົ່ງທາງທະເລ ແລະຖືເປັນການຍຸຍົງຢ່າງຈະແຈ້ງຕໍ່ສັນຕິພາບແລະສະຖຽນລະພາບໃນພາກພື້ນ ກະຊວງປ້ອງກັນປະເທດໄດ້ລະບຸໃນຖະແຫຼງການພ້ອມລະບຸຕື່ມວ່າ ໄດ້ສົ່ງກຳລັງຂອງຕົນເອງໄປຕິດຕາມເຝົ້າລະວັງສັງເກດການແລ້ວ.

ຍັງບໍ່ມີການຢືນຢັນຈາກຈີນໃນທັນມີວ່າ ຈີນກຳລັງຝຶກຊ້ອມລົບອ້ອມຮອບໄຕ້ຫວັນ ແລະກະຊວງປ້ອງກັນປະເທດບໍ່ໄດ້ຕອບຕໍ່ຄໍາຂໍໃຫ້ສະແດງຄວາມເຫັນ.

ກະຊວງປ້ອງກັນປະເທດໄຕ້ຫວັນລະບຸວ່າ ກິດຈະກຳທາງທະຫານອື່ນ ໆ ຂອງຈີນທີເກີດຂຶ້ນຫຼ້າສຸດໃນພາກພື້ນນີ້ເຊັ່ນ ນອກຊາຍຝັ່ງອອສເຕຣເລຍ ເປັນ “ຫຼັກຖານທີ່ພິສູດໄດ້ວ່າ ຈີນເປັນໄພຄຸກຄາມຕໍ່ສັນຕິພາບ ແລະສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ ແລະ ອິນໂດ-ປາຊິຟິກ ພຽງໄພຄຸກຄາມດຽວ ແລະໃຫຍ່ທີ່ສຸດ.”

ຈີນບໍ່ເຄີຍປະຕິເສດການໃຊ້ກຳລັງເພື່ອນໍາໄຕ້ຫວັນມາຢູ່ພາຍໃຕ້ການປົກຄອງຂອງຕົນ ແລະ ປະນາມປະທານາທິບໍດີ ຊິງເຕ ຊຶ່ງເຂົ້າຮັບຕໍາແໜ່ງເມື່ອປີກາຍນີ້ ວ່າ ເປັນ “ ຜູ້ແບ່ງແຍກດິນແດນ” ແລະ ປະນາມສະຫະລັດທີ່ສະ ໜັບສະໜູນໄຕ້ຫວັນ.

ອ່ານຂ່າວເປັນພາສາອັງກິດ

China's military held "shooting training" on Wednesday off Taiwan's southwest coast in a move Taipei described as provocative and dangerous, while a senior Chinese leader vowed unswerving efforts to bring the island under Beijing's control.

Democratically governed Taiwan, which China views as its own territory, has repeatedly complained of Chinese military activities, including several rounds of full-scale war games over the past three years.

From shortly before 9 a.m. local time (0100GMT), Taiwan's defense ministry said in a statement, it had detected 32 Chinese military aircraft carrying out a "joint combat readiness drill" with Chinese warships in the Taiwan Strait area.

"During this period it even blatantly violated international practice by setting up a drills area in waters about 40 nautical miles (74 km) off the coast ... without prior warning, claiming that it would carry out 'shooting training,'" it added.

Taiwan's major southwestern population centers of Kaohsiung and Pingtung that figured in the ministry's statement are both home to important naval and air bases.

The exercises endanger the safety of international flights and shipping and is a "blatant provocation" to regional peace and stability, the ministry said in a statement, adding that it had dispatched its own forces to keep watch.

There was no immediate confirmation from China that it was carrying out new drills around Taiwan and its defense ministry did not respond to a request for comment.

China's other recent military activity in the region, such as that off Australia's coast, gave "proof that China is the only, and the greatest, threat to peace and stability in the Taiwan Strait and the Indo-Pacific," Taiwan's ministry said.

China has never renounced the use of force to bring Taiwan under its rule, and has denounced both President Lai Ching-te, who took office last year, as a "separatist," and the United States for its support for Taiwan.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG