ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຊ້ອມຮົບທາງທະຫານ ໃນທະເລຈີນໃຕ້


ເຮືອຮົບ ແລະ ເຮືອບິນເຮລີຄັອບເຕີຂອງ ຈີນ ປະຕິບັດ
ພາລະກິດໃນການຝຶກຊ້ອມ ຊອກຫາ ແລະ ກູ້ໄພ ໃກ້ກັບໝູ່
ເກາະ Qilian Yu ທີ່ເປັນໝູ່ເກາະກຸ່ມຍ່ອຍໃນທະເລຈີນໃຕ້,
ເຊິ່ງຮູ້ຈັກກັນໃນ ຈີນວ່າໝູ່ເກາະ Xisha, ທະເລຈີນໃຕ້.
14 ກໍລະກົດ, 2016.
ເຮືອຮົບ ແລະ ເຮືອບິນເຮລີຄັອບເຕີຂອງ ຈີນ ປະຕິບັດ ພາລະກິດໃນການຝຶກຊ້ອມ ຊອກຫາ ແລະ ກູ້ໄພ ໃກ້ກັບໝູ່ ເກາະ Qilian Yu ທີ່ເປັນໝູ່ເກາະກຸ່ມຍ່ອຍໃນທະເລຈີນໃຕ້, ເຊິ່ງຮູ້ຈັກກັນໃນ ຈີນວ່າໝູ່ເກາະ Xisha, ທະເລຈີນໃຕ້. 14 ກໍລະກົດ, 2016.

ເກືອບໜຶ່ງສັບປະດາຫຼັງຈາກພ່າຍແພ້ຄະດີອັນເປັນປະຫວັດສາດ ກ່ຽວກັບ ການອ້າງເອົາ ເຂດແດນໃນທະເລຈີນໃຕ້ແລ້ວ, ຈີນ ກໍໄດ້ປິດພາກສ່ວນຂອງພາກພື້ນດັ່ງກ່າວສຳລັບ ການຝຶກຊ້ອມທາງທະຫານໃນສັບປະດານີ້.

ອົງການການເດີນເຮືອທາງທະເລຂອງ ປັກກິ່ງ ໄດ້ອອກຄຳເຕືອນໃນວັນຈັນມື້ວ່າ ເຂດ ແດນທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງເກາະແຂວງ Hainan ຈະໄດ້ຖືກຫ້າມເຂົ້າໃກ້ ໃນລະຫວ່າງ ວັນອັງຄານຫາວັນພະຫັດນີ້.

ສານຍຸຕິທຳສາກົນຂອງອົງການສະຫະປະຊາຊາດໃນເມືອງ The Hague ໄດ້ປະຕິເສດ ການອ້າງອີງອຳນາດອະທິປະໄຕທັງໝົດຂອງທະເລຈີນໃຕ້ ເຊິ່ງມີເນື້ອທີ່ເກືອບ 3 ລ້ານ 5 ແສນ ຕາລາງກິໂລແມັດ ໃນການຕັດສິນໃນວັນອັງຄານສັບປະດາແລ້ວນີ້. ການຕັດສິນ ແມ່ນການຕອບຮັບຕໍ່ຄຳຕຳໜິຍື່ນຟ້ອງໂດຍປະເທດ ຟີລິບປິນ ໃນປີ 2013 ກ່ຽວກັບ ການ ກະທຳທີ່ຮ້າຍແຮງຂອງ ຈີນ ໃນແນວຫີນປະກາລັງ Scarborough Shaol ທີ່ຕັ້ງຢູ່ປະ ມານ 225 ກິໂລແມັດຫ່າງຈາກຊາຍຝັ່ງຂອງ ຟີລິບປິນ.

ແຜນທີ່ການອ້າງເອົາເຂດແດນ ໃນທະເລຈີນໃຕ້.
ແຜນທີ່ການອ້າງເອົາເຂດແດນ ໃນທະເລຈີນໃຕ້.

ສານທີ່ມີຫ້ອງການຕັ້ງຢູ່ເມືອງ The Hague ໄດ້ຕັດສິນວ່າ ການກ່າວອ້າງຂອງຈີນ ພາຍ ໃຕ້ສິ່ງທີ່ເອີ້ນວ່າ Nine-dash line ນັ້ນໄດ້ລ່ວງລະເມີດສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍທາງທະເລ, ເຊິ່ງໄດ້ກຳນົດເຂດແດນທາງທະເລຂອງປະເທດ 22 ກິໂລ ແມັດ ຈາກຊາຍຝັ່ງຂອງພວກເຂົາເຈົ້າ, ແລະ ການຄວບຄຸມກິດຈະກຳດ້ານເສດຖະກິດ ໄກເຖິງ 370 ກິໂລແມັດຈາກຊາຍຝັ່ງຂອງເຂົາເຈົ້າ.

ປັກກິ່ງ ໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນຄະດີ, ໂດຍກ່າວວ່າສານບໍ່ມີອຳນາດທີ່ຈະຕັດສິນ ກ່ຽວກັບບັນຫາດັ່ງກ່າວ, ແມ່ນກະທັ້ງທີ່ເປັນຜູ້ລົງນາມໃນສັນຍາ UNCLOS ແລະ ໄດ້ ກ່າວປະນາມຊ້ຳແລ້ວຊ້ຳອີກການຕັດສິນດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG