ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄມີພິດຫລາຍພັນຖັງ​ໄຫລລົງ ສູ່​ແມ່​ນໍ້າເມືອງ JILIN


ເຈົ້າໜ້າທີ່ສະພາບແວດລ້ອມໃນພາກຕາເວັນອອກສຽງ
ເໜືອຂອງຈີນ ພວມຕິດຕາມກວດກາເບິ່ງລະດັບຂອງ
ສານເຄມີໃນແມ່ນໍ້າສາຍນຶ່ງ ຫຼັງຈາກນໍ້າທີ່ຖ້ວມໄດ້ພັດ
ເອົາສານເຄມີພິດ 3,000 ກວ່າຖັງ ​ໄຫລໄປສູ່​ແມ່​ນໍ້າ​ດັ່ງກ່າວ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ
ຖັງສານເຄມີພິດເຫຼົ່ານີ້ໄດ້ ໄຫຼລົງສູ່ແມ່ນໍ້າ SONGHUA
ໃນແຂວງ JILIN ທາງພາກຕາເວັນອອກສຽງເໜືອຂອງ
ຈີນ ໃນວັນພຸດວານນີ້ ຫຼັງຈາກນໍ້າທີ່ຖ້ວມໄດ້ສຸເອົາຖັງ
ສານເຄມີພິດໄປຈາກໂຮງງານແຫ່ງນຶ່ງ. ອີກ 4,000 ຖັງທີ່ຖືກນໍ້າສຸໄປ ແມ່ນເປັນຖັງເປົ່າ.

ເຈົ້າໜ້າທີ່ໄດ້ຢຸດເຊົາການແຈກຈ່າຍນໍ້າປະປາເປັນເວລາສັ້ນໆໃຫ້ແກ່ເມືອງ JI LIN
ເຮັດໃຫ້ປະຊາຊົນ 4 ລ້ານຄົນໃນເມືອງດັ່ງກ່າວ ຕ້ອງໄດ້ກາງຕໍ່ນໍ້າຂວດເປັນເວລານຶ່ງມື້.

ເຈົ້າໜ້າທີ່ສະພາບແວດລ້ອມຂອງເມືອງ JILIN ກ່າວວ່າ ຕົນສາມາດເກັບກູ້ເອົາຖັງສານ
ເຄມີພິດໄດ້ແຕ່ພຽງ 400 ຖັງທໍ່ນັ້ນໃນເວລານີ້. ແຕ່ພວກເຈົ້າໜ້າທີ່ເວົ້າວ່າຕົນບໍ່ໄດ້ພົບ
ເຫັນວ່າມີສານເຄມີພິດເຈືອປົນຢູ່ໃນແມ່ນໍ້າ SONGHUA ແຕ່ປະການໃດ.

XS
SM
MD
LG