ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ສົ່ງເຮືອບິນລົບຫຼາຍສິບລຳ ເຂົ້າ​ໃນ​ເຂດ​ລະ​ບຸ​ໂຕ​ ທາງ​ອາ​ກາດ​ຂອງໄຕ້ຫວັນ ໃນການລ່ວງລໍ້າເທື່ອຫລ້າສຸດ


ພາບຂອງກະຊວງປ້ອງກັນປະເທດໄຕ້ຫວັນ ​ທີ່​ສະ​ແດງ​ໃຫ້​ເຫັນເຮືອບິນລົບຈີນ PLA J-16 ທີ່ບໍ່ເປີດເຜີຍເຖິງສະຖານທີ່ ເມື່ອວັນທີ 2 ຕຸລາ 2021.
ພາບຂອງກະຊວງປ້ອງກັນປະເທດໄຕ້ຫວັນ ​ທີ່​ສະ​ແດງ​ໃຫ້​ເຫັນເຮືອບິນລົບຈີນ PLA J-16 ທີ່ບໍ່ເປີດເຜີຍເຖິງສະຖານທີ່ ເມື່ອວັນທີ 2 ຕຸລາ 2021.

ເຮືຶອບິນຈີນຫຼາຍກວ່າ 50 ລໍາ ໄດ້ບິນລ່ວງ​ລ້ຳ ເຂົ້າໄປ​ໃນເຂດປ້ອງກັນ​ທາງ​ອາ​ກາດ ​ເພື່ອ​ໃຫ້​ລະ​ບຸ​ໂຕ ຂອງໄຕ້ຫວັນ (ADIZ) ໃນ​ໄລ​ຍະບໍ່ເທົ່າໃດມື້ທີ່ຜ່ານມານີ້ ​ຊຶ່ງ​ເປັນ​ຂີດ​ໝາຍ​ໃນ​ການ​ສົ່ງ​ເຮືອບິນທະຫານ​ຫຼາຍທີ່ສຸດ​ເຂົ້າ​ໄປ ເລີ້ມແຕ່ປີນີ້ເປັນຕົ້ນມາ.

ໃນວັນອາທິດທີ່ຜ່ານມາ ຈີນ​ສົ່ງ​ເຮືອ​ບິນ 39 ຖ້ຽວ ຫຼາຍ​ເປັນ​ປະ​ຫວັດ​ການ ເຂົ້າໄປ​ໃນເຂດປ້ອງກັນທາງ​ອາ​ກາດ​ເພື່ອ​ໃຫ້​ລະ​ບຸ​ໂຕ (ADIZ) ຕິດຕາມມາດ້ວຍອີກ 13 ຖ້ຽວ ໃນວັນຈັນວານນີ້ ນັ້ນ​ຄື​ຄຳ​ຖະ​ແຫຼງ​ ຂອງລັດຖະບານໄຕ້ຫວັນ. ເຂດ ADIZ ແມ່ນດິນແດນ ແລະທະເລ ທີ່ຕິດຕາມກວດ​ກາ ໂດຍກອງທັບໄຕ້ຫວັນ ຮວມທັງບໍ​ລິ​ເວນຊ່ອງແຄບໄຕ້ຫວັນ ແລະພາກຕາເວັນອອກຈີນ.

ໄທເປໄດ້ຕອບໂຕ້ ຕໍ່ການບິນ​ລ່ວງ​ລ້ຳຂອງ​ຈີນ ໂດຍການ​ສົ່ງ​ເຮືອ​ບິນ​ລົບ​ຂອງ​ຕົນຫຼາຍລຳ ຂຶ້ນໄປປະເຊີນໜ້າກັບເຮືອບິນລົບຈີນແລະທາງກອງ​ທັບ​ກໍໄດ້ຕິດ ຕາມພວກເຂົາ ໂດຍລະບົບເຣດາປ້ອງກັນທາງອາກາດ.

ບໍ່ໄດ້ມີການ​ໃຫ້​ຄວາມ​ເຫັນໃດໆ ຈາກປັກກິ່ງ ກ່ຽວກັບການບິນລ່ວງລໍ້າ​ດັ່ງ​ກ່າວ.

ຕາມປົກກະຕິແລ້ວ ຈີນໄດ້ສົ່ງ​ເຮືອ​ບິນລະຫວ່າງນຶ່ງ ຫາຫ້າລໍາຕໍ່ມື້ ເຂົ້າ​ໄປ​ໃນ​ເຂດໄຕ້ຫວັນໃນແຕ່ ລະມື້ ອີງຕາມການເປີດເຜີຍຂໍ້ມູນ ທີ່ແບ່ງປັນໂດຍກະຊວງປ້ອງກັນປະເທດໄຕ້ຫວັນ ແຕ່ໂຕເລກ​ດັ່ງ​ກ່າວ ສາມາດຂຶ້ນໆລົງໆ ແລ້ວແຕ່ຄວາມເຄັ່ງຕຶງ ຢູ່ໃນ​ບໍ​ລິ​ເວນຊ່ອງແຄບຂອງໄຕ້ຫວັນ ແລະ ເຫດ ການທາງ​ດ້ານການເມືອງ​ອື່ນໆ.

ການ​ສົ່ງ​ເຮືອບິນ​ໃນວັນອາທິດ​ຜ່ານ​ມາໂດຍກອງທັບ​ປົດ​ປ່ອຍປະຊາຊົນຈີນ ​ໄດ້​ມີ​ຂຶ້ນລຸນຫຼັງການ ຊ້ອມລົບຮ່ວມ ເພື່ອເສລີພາບທາງທະເລ ລະຫວ່າງສະຫະລັດ ແລະຍີ່ປຸ່ນ ຢູ່ໃນທະເລຟີລິບປິນ ຊຶ່ງຮວມທັງກຳປັ່ນບັນທຸກເຮືອບິນ USS Car Vinson ແລະກຳປັ່ນ USS Abraham Lincoln.

ທ່ານນາງ ບອນນີ ກລາສເຊີ (Bonnie Glaser) ຜູ້ອຳນວຍການ ໂຄງການເອເຊຍ ຢູ່ກອງທຶນມາ ໂຊລ ຂອງ ເຢຍຣະມັນ (German Marshall Fund) ກ່າວວ່າ “ການບິນລ່ວງລໍ້າເຂົ້າໄປໃນເຂດ ADIZ ໃນໄລຍະສອງມື້ທີ່ຜ່ານມາພົວພັນກັບການຊ້ອມລົບຂອງກອງທັບສະຫະລັດ ກັບ ຍີ່ປຸ່ນ ທີ່ໄດ້ມີຂຶ້ນໃນອາທິດແລ້ວ ນີ້. ຂ້າພະເຈົ້າຄິດວ່າ ຈີນ ມີຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບການປະຕິ ບັດງານຂອງກອງທັບ ສະຫະລັດ ກັບບັນດາພັນທະມິດ ຢູ່ໃນຂົງເຂດ ແລະມີຄວາມເປັນຫ່ວງບໍ່ຫຼາຍປານໃດ ກ່ຽວກັບ ການເຄື່ອນໄຫວຂອງໄຕ້ຫວັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG