ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂະບວບເຮືອປະມົງ ຈີນ ທ້າທາຍສະຫະລັດ ໂດຍການປະເຊີນໜ້າຢູ່ເທິງທະເລຫຼວງ


ແຟ້ມ-ໃນຮູບທີ່ສາມາດນໍາອອກມາເຜີຍແຜ່ໂດຍໜ່ວຍຍາມຝັ່ງສະຫະລັດນີ້, ພະນັກງານປ້ອງກັນຈາກໜ່ວຍຍາມຝັ່ງເຈມສ໌ ເຊິ່ງເຫັນໃນພາບເບື້ອງຂວາ, ດໍາເນີນພາລະກິດຢູ່ເທິງເຮືອປະມົງ ໃນຂົງເຂດມະຫາສະໝຸດຕາເວັນອອກ, ວັນທີ 4 ສິງຫາ 2022.
ແຟ້ມ-ໃນຮູບທີ່ສາມາດນໍາອອກມາເຜີຍແຜ່ໂດຍໜ່ວຍຍາມຝັ່ງສະຫະລັດນີ້, ພະນັກງານປ້ອງກັນຈາກໜ່ວຍຍາມຝັ່ງເຈມສ໌ ເຊິ່ງເຫັນໃນພາບເບື້ອງຂວາ, ດໍາເນີນພາລະກິດຢູ່ເທິງເຮືອປະມົງ ໃນຂົງເຂດມະຫາສະໝຸດຕາເວັນອອກ, ວັນທີ 4 ສິງຫາ 2022.

ໃນລະຫວ່າງທີ່ຈີນໄດ້ຍິງລູກສອນໄຟເຂົ້າໃສ່ເຂດນອກທະເລຂອງໄຕ້ຫວັນເພື່ອ ປະທ້ວງຕໍ່ການໄປຢ້ຽມຢາມເກາະດັ່ງກ່າວ ເມື່ອ​ບໍ່​ດົນ​ມານີ້ ຂອງປະທານສະພາຕໍ່າສະຫະລັດທ່ານນາງແນນຊີ ເພໂລຊີ, ຄວາມຂັດແຍ້ງທາງພູ​ມີ​ສາດການເມືອງ ໃນລັກສະນະທີ່ແຕກຕ່າງ ​ພວມ​ກໍ່​ຕົວ​ຂຶ້ນ ຢູ່ໃນອີກມູມນຶ່ງຂອງຂົງເຂດມະຫາສະໝຸດປາຊີຟິກ.

ຫ່າງອອກໄປຫຼາຍພັນໄມລ໌, ກໍາປັ່ນຍາມຝັ່ງທີ່ຕິດອາວຸດໜັກຂອງສະຫະລັດ ໄດ້ແລ່ນໄປໃສ່ ກອງທັບເຮືອຫາປາໝຶກຂອງຈີນປະມານສອງ-ສາມຮ້ອຍລໍາ, ເຊິ່ງບໍ່ໄກປານ​ໃດຈາກເກາະກາລາປາໂກສຂອງປະເທດເອກົວດໍ. ພາລະກິດຂອງກໍາປັ່ນດັ່ງກ່າວ ແມ່ນກວດກາເຮືອເດີນທະເລ ​ເພື່ອຊອກຫາສິ່ງຜິດກົດໝາຍ, ການຫາປາທີ່ບໍ່ໄດ້ລາຍງານ ແລະບໍ່ຖືກກົດໝາຍ.

ແຟ້ມ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍໜ່ວຍຍາມຝັ່ງຂອງສະຫະລັດນີ້, ພະນັກງານປົກປັກຮັກສາ ຈາກໜ່ວຍງານເຈມສ໌, ດໍາເນີນການກັບກອງທັບເຮືອປະມົງ ຢູ່ໃນມະຫາສະໝຸດປາຊີຟິກຕາເວັນອອກ, ວັນທີ 3 ສິງຫາ 2022.
ແຟ້ມ-ໃນພາບທີ່ໄດ້ຮັບການເຜີຍແຜ່ໂດຍໜ່ວຍຍາມຝັ່ງຂອງສະຫະລັດນີ້, ພະນັກງານປົກປັກຮັກສາ ຈາກໜ່ວຍງານເຈມສ໌, ດໍາເນີນການກັບກອງທັບເຮືອປະມົງ ຢູ່ໃນມະຫາສະໝຸດປາຊີຟິກຕາເວັນອອກ, ວັນທີ 3 ສິງຫາ 2022.

ການແລ່ນກໍາປັ່ນຢູ່ໃນທະເລຫຼວງ ແມ່ນຖືກຕ້ອງຕາມກົດໝາຍຖ້າຫາກສາມາດ ນໍາໃຊ້ເຄື່ອງມືເລັກໆນ້ອຍໆ ເຂົ້າໃນລະບົບຕ່າງໆທາງທະເລນັ້ນ ອັນເປັນສ່ວນນຶ່ງຂອງຄວາມພະຍາຍາມເພື່ອປົກປັກຮັກສາແຫຼ່ງຊັບພະຍາກອນປາຢູ່ໃນມະຫາສະໝຸດ.

ແຕ່ໃນກໍລະນີນີ້, ກັບຕັນເຮືອຫາປາຂອງຈີນຫຼາຍຮ້ອຍລໍາໄດ້ເຮັດໃນສິ່ງທີ່ບໍ່ຄາດຄິດ. ເຮືອປະມົງສາມລໍາໄດ້ແລ່ນໜີອອກໄປ, ສ່ວນເຮືອລໍານຶ່ງແມ່ນລ້ຽວກັບ 90 ອົງສາ ເຂົ້າໂຈມຕີເຮືອໜ່ວຍຍາມຝັ່ງ ເຈມສ໌, ເຊິ່ງໄດ້ເຮັດໃຫ້ກໍາປັ່ນຍາມຝັ່ງ​ດັ່ງ
ກ່າວຂອງອາເມຣິກາຕ້ອງໄດ້ຫຼີກໃນທັນທີ ເພື່ອຫຼີກເວັ້ນຈາກການຖືກຕໍາ.

ແຟ້ມ-ຮູບທີ່ໄດ້ຮັບການເຜີຍແຜ່ໂດຍໜ່ວຍຍາມຝັ່ງສະຫະລັດນີ້, ພະນັກງານປ້ອງກັນ ຈາກໜ່ວຍຍາມຝັ່ງເຈມສ໌ ປະຕິບັດການກັບກອງທັບເຮືອປະມົງ ຢູ່ມະຫາສະໝຸດປາຊີຟິກຕາເວັນອອກ, ວັນທີ 4 ສິງຫາ 2022.
ແຟ້ມ-ຮູບທີ່ໄດ້ຮັບການເຜີຍແຜ່ໂດຍໜ່ວຍຍາມຝັ່ງສະຫະລັດນີ້, ພະນັກງານປ້ອງກັນ ຈາກໜ່ວຍຍາມຝັ່ງເຈມສ໌ ປະຕິບັດການກັບກອງທັບເຮືອປະມົງ ຢູ່ມະຫາສະໝຸດປາຊີຟິກຕາເວັນອອກ, ວັນທີ 4 ສິງຫາ 2022.

“ໂດຍສ່ວນຫຼາຍແລ້ວ ພວກເຂົາຕ້ອງການທີ່ຈະຫຼົບຫຼີກພວກເຮົາ,” ທ່ານຮັນເຕີ້ ສໂຕວສ໌ (Hunter Stowes), ເຊິ່ງເປັນເຈົ້າໜ້າທີ່ຮັກສາກົດໝາຍຂັ້ນສູງຂອງ​ເຮືອໜ່ວຍຍາມຝັ່ງເຈມສ໌. “ແຕ່ພວກເຮົາສາມາດ ໃຊ້ຍຸດທະສາດ ທີ່ມີປະສິດທິ ພາບ ເພື່ອໃຫ້ພວກເຮົາມີຄວາມປອດໄພຢູ່ຕະຫຼອດເວລາ.”

ການປະເຊີນໜ້າກັນຢູ່ໃນທະເລຫຼວງຍັງຄົງເກີດຂຶ້ນຢູ່ ໂດຍໄດ້ສະແດງໃຫ້ເຫັນເຖິງການລະເມີດກົດລະບຽບທາງທະເລສາກົນທີ່ຮຸນແຮງ, ເຊິ່ງສະຫະລັດມອງວ່າ ເປັນເລື້ອງທີ່ໜ້າໜັກໃຈ ນັບຕັ້ງແຕ່ມັນເຄີຍເກີດຂຶ້ນຢູ່ໃນພາລະກິດທໍາອິດຂອງໜ່ວຍຍາມຝັ່ງ ເພື່ອຕໍ່ຕ້ານການຫາປາທີ່ຜິດກົດໝາຍຢູ່ໃນຂົງເຂດປາຊີຟິກຕາເວັນອອກແຫ່ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG