ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈີນ ເພີ້ມ​ງົບ​ປະ​ມານ​ ດ້ານ​ປ້ອງ​ກັນ​ປະ​ເທດ​ຂຶ້ນ​ໜ້ອຍ​ນຶ່ງ ເປັນ 7.2 ເປ​ີ​ເຊັນ


​ແຟ້ມ - ພວກ​ທີ່​ເບິ່ງພາ​ກັນ​ໂບກ​ທຸງ​ຊາດ​ຈີນ ຂະ​ນະ​ທີ່​ລົດ​ທະ​ຫານ​ບັນ​ທຸກ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ DF-41 ແລ່ນ​ຜ່ານ​ໄປ ​ລະ​ຫວ່າງ​ການ​ສວນ​ສະ​ໜາມ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.
​ແຟ້ມ - ພວກ​ທີ່​ເບິ່ງພາ​ກັນ​ໂບກ​ທຸງ​ຊາດ​ຈີນ ຂະ​ນະ​ທີ່​ລົດ​ທະ​ຫານ​ບັນ​ທຸກ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ DF-41 ແລ່ນ​ຜ່ານ​ໄປ ​ລະ​ຫວ່າງ​ການ​ສວນ​ສະ​ໜາມ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 1 ຕຸ​ລາ 2019.

ຈີນ ຄາດ​ວ່າ​ ຈະຂະ​ຫຍາຍງົບ​ປະ​ມານການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ປະ​ເທດ​ເປັນ 7.2 ເປີ​ເຊັນ ເພີ້ມ​ຂຶ້ນ​ເລັກ​ນ້ອຍ ​ຈາກອັດ​ຕາ 7.1 ໃນ​ປີ​ກາຍນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ນັ້ນ​ແມ່ນ​ຂີດ​ໝາຍການ​ເພີ້ມ​ຂຶ້ນ​ເປັນ​ປີ​ທີແປດ​ລຽນ​ຕິດ ໃນ​ການ​ໃຊ້​ຈ່າຍ​ ດ້ານ​ງົບ​ປະ​ມານທາງ​ທະ​ຫານ ສຳ​ລັບ​ກອງ​ທັບ​ຊຶ່ງ​ໃນ​ເວ​ລານີ້ ​ແມ່ນໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ. ໂຕ​ເລກ​ສຳ​ລັບ​ປີ 2023 ແມ່ນ 1 ພັນ 550 ຕື້ຢວນ (224 ຕື້​ໂດ​ລາ​.) ພ້ອມ​ກັບ​ກອງ​ທັບ​ບົກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ມີ​ກອງ​ທັບ​ເຮືອ​ໃຫຍ່ທີ່​ສຸດ​ໃນ​ໂລກ​ນຳ​ດ້ວຍ ແລະ​ເມື່ອ​ໄວໆ​ມານີ້ ໄດ້​ປ່ອຍ​ກຳ​ລັງ​ບັນ​ທຸກ​ເຮືອ​ບິນ​ລຳ​ທີສາມ. ອີງ​ຕາມ​ສະ​ຫະ​ລັດ​ແລ້ວ ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ທາງ​ອາ​ກາດທີ່​ໃຫຍ່​ທີ່​ສຸດ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ​ອີກ​ດ້ວຍ ຊຶ່ງ​ຫຼາຍກວ່າ​ເຄິ່ງ​ນຶ່ງ​ ແມ່ນ​ປະ​ກອບ​ດ້ວຍເຮືອ​ບິນ​ລົບຮຸ້ນ​ທີສີ່ ແລະ​ຮຸ້ນ​ທີ​ຫ້າ.

China has expanded its defense budget by 7.2%, up slightly from last year's 7.1% rate of increase. That marks the eighth consecutive year of single-digit percentage increases in what is now the world's second-largest military budget. The 2023 figure was given as 1.55 trillion yuan ($224 billion). Along with the world's biggest standing army, China has the world's largest navy and recently launched its third aircraft carrier. According to the U.S., it also has the largest aviation force in the Indo-Pacific, with more than half of its fighter planes consisting of fourth or fifth generation models.

XS
SM
MD
LG